ເພື່ອເປັນບ່ອນອີງໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ວຽກງານສະພາວິທະຍາສາດ ປກສ ໃນຕໍ່ໜ້າ ແລະ ຮັບປະກັນໃນການເປັນເສນາທິການ ໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບ, ສະພາວິທະຍາສາດ ປກສ ຈຶ່ງໄດ້ກໍານົດທິດທາງແຜນການບັນດາໜ້າວຽກຈຸດສຸມຂອງວຽກງານໃຫ້ມີການ ຫັນປ່ຽນໃໝ່ ແລະ ເປັນລະບົບ ທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ.

ພົຈວ ປທ ສະແຫວງ ພົມມະລີ ຮອງປະທານສະພາວິທະຍາສາດປ້ອງກັນຄວາມສະຫງົບກ່າວກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ຄັ້ງທີ IIໃຫ້ຮູ້ວ່າ: ສະພາວິທະຍາສາດ ປກສ ສູ້ຊົນກຳນົດບັນດາໜ້າວຽກຈຸດສຸມຂອງວຽກງານໃຫ້ມີການຫັນປ່ຽນໃໝ່ ແລະ ເປັນລະບົບ, ມີການຈັດ ຕັ້ງທີ່ໜັກແໜ້ນ-ເຂັ້ມແຂງ ສາມາດເຮັດສຳເລັດໜ້າທີ່ໃນການເປັນເສນາທິການໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນສູງ, ສືບຕໍ່ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານນາຍ ແລະ ພົນຕໍາຫຼວດເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລະ ບຽບກົດໝາຍຂອງລັດ, ສ້າງໃຫ້ພະນັກງານມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີສະຕິລະວັງຕົວຈຳແນກ ມິດ-ສັດຕູຈະແຈ້ງ, ມີຄວາມ ສາມັກຄີເປັນປຶກແຜນ, ມີຄວາມເປັນເອກະພາບພາຍໃນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່.

ໄປຄຽງຄູ່ກັບການສືບຕໍ່ຈັດຕັ້ງດຳເນີນກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ຄົ້ນຄວ້າຮັບຮອງເອົາບັນດານິຕິກໍາ, ຫົວຂໍ້ບົດໂຄງການ ຈົບຊັ້ນປະລິນຍາຕີ, ຫົວຂໍ້ວິທະຍານິພົນປະລິນຍາໂທ ຂອງ 2 ວິທະຍາຄານໃຫ້ສອດຄ່ອງຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນປັດຈຸບັນກໍຄືສະເພາະໜ້າ, ຮັບປະກັນຄຸນນະພາບ ແລະ ຜົນສຳເລັດຂອງການຄົ້ນຄວ້າວິທະຍາສາດວິຊາສະເພາະໃນກໍາລັງປ້ອງກັນຄວາມສະຫງົບ, ສືບຕໍ່ຄົ້ນຄວ້າພິຈາລະນານໍາສະເໜີ ກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການໃຫ້ຕຳແໜ່ງນັກວິທະຍາສາດ ແລະ ຕຳແໜ່ງວິຊາການຂອງກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ເຊັ່ນ: ຕໍາແໜ່ງນັກວິທະຍາສາດ, ນັກວິທະຍາສາດອາວຸໂສ, ນັກວິທະຍາສາດໜຸ່ມ, ຊ່ຽວຊານ ແລະ ຕຳແໜ່ງວິຊາ ການຄູໃນສະຖາບັນການສຶກສາຊັ້ນສູງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ມີສາດສະດາຈານ, ຮອງສາດສະດາຈານ, ອາຈານ ແລະ ຜູ້ຊ່ວຍອາ ຈານ, ການໃຫ້ນາມມະຍົດນັກວິທະຍາສາດ ແລະ ເຕັກໂນໂລຊີປ້ອງກັນຄວາມສະຫງົບ ຕາມຂໍ້ຕົກລົງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2233/ປກສ, ລົງວັນທີ 10 ຕຸລາ 2019 ວ່າດ້ວຍວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ປກສ ມາດຕາ 26 ແລະ 27, ສືບຕໍ່ຊຸກ ຍູ້ນັກວິທະຍາສາດ ຄົ້ນຄວ້າຂຽນບົດວິທະຍາສາດ, ບົດລາລະສານ, ບົດຄວາມ ແລະ ບົດຂ່າວລົງວາລະສານ ແລະ ໜັງສືພິມ ເພື່ອຮັບໃຊ້ສັງຄົມ.

ກະກຽມກອງປະຊຸມສາມະນາວິທະຍາສາດ ໃນຫົວຂໍ້ “ບາງບົດຮຽນໃນການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບລາວ ຢູ່ ສສ ຫວຽດນາມ”ຮ່ວມກັບ ສະຖາບັນຄົ້ນຄວ້າຍຸດທະສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຕາມບົດບັນທຶກຊ່ວຍຈຳ ລະຫວ່າງກະຊວງ ປກສ ລາວ ແລະ ກະຊວງ ປກສ ລ ຫວຽດນາມ, ສະເໜີກະຊວງອະນຸມັດຫົວຂໍ້ສາມະນາວິທະຍາສາດ “ສ້າງກໍາລັງປ້ອງກັນຄວາມສະຫງົບໃຫ້ມີແບບແຜນ ທັນສະໄໝ ເຕີບໃຫຍ່ ເຂັ້ມແຂງ”.

ພ້ອມທັງ ຄົ້ນຄວ້າ, ຄັດເລືອກ ແລະ ນໍາສະເໜີ ຫົວຂໍ້ວິທະຍາສາດຂັ້ນຕ່າງໆ ໃຫ້ໄດ້ 10 ໝົດ ໃນນັ້ນ ລະດັບຊາດ 1-2 ບົດ, ລະດັບກະຊວງ 7-8 ບົດ, ຄົ້ນຄວ້າແປ, ກວດແກ້, ຮຽບຮຽງ ເອກະສານ, ບົດວິທະຍາສາດ, ວິທະຍານິພົນປະລິນຍາໂທ ແລະ ປະລິນຍາເອກ ທີ່ເຫັນວ່າມີຄວາມຈໍາເປັນຮັບໃຊ້ ເຂົ້າໃນວຽກງານວິຊາສະເພາະ ຂອງກຳລັງ ໃຫ້ໄດ້ 5 ຫາ 10 ບົດຕໍ່ປີ, ພົວພັນປະສານສົມທົບກັບກອງວິທະຍາຄານ ແລະ ໂຮງຮຽນທິດສະດີການເມືອງ ປ້ອງກັນຄວາມສະຫງົບ ໃນການທ້ອນໂຮມວິທະຍານິພົນ ເຂົ້າໄວ້ໃນຫ້ອງສະໝຸດ ເພື່ອເປັນຖານຂໍ້ມູນໃນການຄົ້ນຄວ້າວິທະຍາສາດປ້ອງກັນຄວາມ ສະຫງົບ, ຊຸກຍູ້ຂຶ້ນແຜນເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2233/ປກສ, ລົງວັນທີ 10 ຕຸລາ 2019 ວ່າດ້ວຍວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ປ້ອງກັນຄວາມສະຫງົບ ຢູ່ບັນດາກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ຈັດຕັ້ງດຳເນີນກອງປະຊຸມສາມັນ ແລະ ວິສາມັນ ຂອງສະພາວິທະຍາສາດປ້ອງກັນຄວາມສະຫງົບ ຕາມການກຳນົດໄວ້ ຢູ່ໃນພາລະບົດບາດ ຂອງສະພາວິທະຍາສາດປ້ອງກັນຄວາມສະຫງົບ.

ການຈັດຕັ້ງປະຕິບັດວຽກງານສະພາວິທະຍາສາດປ້ອງກັນຄວາມສະຫງົບໃນຜ່ານມາ,  ເຫັນໄດ້ບັນດາບົດຮຽນຕ່າງໆທັງດ້ານຕັ້ງໜ້າ ແລະ ດ້ານຄົງຄ້າງ ເພື່ອປັບປຸງແກ້ໄຂ ແລະ ກະຕຸກຊຸກຍູ້ຢ່າງຕັ້ງໜ້າໃຫ້ແກ່ການພັດທະນາກຳລັງປ້ອງກັນຄວາມສະຫງົບໃນໄລຍະໃໝ່ ເປັນຕົ້ນແມ່ນການປັບປຸງ, ການ ສ້າງບັນດານິຕິກຳ ແລະ ການຄົ້ນຄວ້າວິທະຍາສາດອື່ນໆ ໃນກໍາລັງປ້ອງກັນຄວາມສະຫງົບ ເພື່ອໃຫ້ຖືກຕ້ອງສອດຄ່ອງກັບສະພາບການປ່ຽນແປງໃໝ່ ໃນແຕ່ລະໄລຍະ, ເພື່ອປັບປຸງຄຸນນະພາບວຽກງານວິທະຍາສາດຂອງກຳລັງ ປກສ ໃຫ້ມີໝາກຜົນສູງຂຶ້ນເທື່ອລະກ້າວ.

ຜ່ານການຈັດຕັ້ງປະຕິບັດສາມາດສະຫຼຸບໄດ້ຄື: ຈັດກອງປະຊຸມສຳມະນາວິທະຍາສາດ ກະຊວງ ໃນຫົວຂໍ້ຕ່າງໆໄດ້ 5 ຄັ້ງ, ຄົ້ນຄວ້າພິຈາລະນາຮັບຮອງ ເອົາບັນຫາຍຸດທະສາດ ແລະ ນິຕິກຳຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ 20 ຄັ້ງ, ບົດວິທະຍາສາດການປະກອບເຄື່ອງປະຈຳຕົວໃຫ້ແກ່ກຳລັງ ວິຊາສະເພາະໄດ້ 4 ກົມກອງ, ຄົ້ນຄວ້າຫົວຂໍ້ບົດວິທະຍານິພົນປະລິນຍາໂທ ຂອງ 2 ວິທະຍາຄານ ຈໍານວນ 264 ຫົວຂໍ້ໃນນັ້ນວິທະຍາຄານຕຳຫຼວດ ປະຊາຊົນມີ 115 ຫົວຂໍ້, ວິທະຍາຄານສັນຕິບານປະຊາຊົນມີ 149 ຫົວຂໍ້. ນອກຈາກນີ້ໄດ້ກວດຜ່ານ ແລະ ນໍາສະເໜີຫົວຂໍ້ບົດລາຍງານໂຄງການ ຈົບຊັ້ນປະລິນຍາຕີລະບົບຕໍ່ເນື່ອງ 2 ປີ ແລະ ລະບົບກໍ່ສ້າງ 4 ປີ ຂອງ 2 ວິທະຍາຄານ ຫາກົມໃຫຍ່ການເມືອງ ປກສ ອະນຸມັດ ຈຳນວນ 456 ຫົວຂໍ້; ປັບປຸງຫຼັກສູດອະນຸປະລິນຍາຕີການເມືອງ-ການບັນຊາກໍ່ສ້າງ ລະບົບ 2 ປີ ແລະ ປັບປຸງຫຼັກສູດຝຶກອົບຮົມທິດສະດີການເມືອງ-ການບັນຊາ 45 ວັນ; ເກັບກຳ, ທ້ອນໂຮມບັນດາເອກະສານ, ສ້າງຖານຂໍ້ມູນຮັບໃຊ້ການຄົ້ນຄວ້າວິທະຍາສາດເຊັ່ນ: ບົດວິທະຍາ ນິພົນຂັ້ນປະລິນຍາໂທ ແລະ ປະລິນຍາເອກ ຂອງກໍາລັງປ້ອງກັນຄວາມສະຫງົບ ທີ່ຈົບຈາກພາຍໃນ ແລະ ຕ່າງປະ ເທດໄດ້ 577 ບົດ, ໃນນັ້ນໄດ້ແປຈາກພາສາຕ່າງປະເທດມາເປັນພາສາລາວ 59 ບົດ, ບົດປ້ອງກັນຈົບທິດສະດີການ ເມືອງ-ການປົກຄອງຂັ້ນປະລິນຍາຕີ, ຊັ້ນສູງລະບົບກໍ່ສ້າງ ແລະ ລະບົບເລັ່ງລັດ 5 ເດືອນໄດ້ 296 ບົດບົດວິທະ ຍານິພົນຂັ້ນປະລິນຍາຕີ ປກສ ໄດ້ 1.000 ກ່ວາ ບົດ ແລະ ເອກະສານອື່ນໆອີກຈຳນວນ 200 ກ່ວາບົດ ລວມທັງ ໝົດ 2.073 ກ່ວາບົດ ແລະ ຮີບໂຮມປື້ມເຂົ້າຫ້ອງສະໝຸດທັງພາສາລາວ ແລະ ຕ່າງປະເທດ ໄດ້ທັງໝົດ 5.134 ກວ່າຫົວ.

ໂດຍ: ບຸນພະຈັນ