ພິທີປະກາດ ຄະນະກໍາມະການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 14 ມັງກອນ 2022 ທີ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ເປັນປະທານໂດຍ ທ່ານ ຮສຈ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຮອງຄະນະກໍາມະການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ເຂົ້າຮ່ວມໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກໍາມະການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ມີບັນດາຄະນະປະຈໍາພັກ-ຄະນະພັກນະຄອນຫຼວງວຽງຈັນ, ຫົວໜ້າພະແນກ, ຜູ້ຕາງໜ້າສະຖາບັນການສຶກສາ, ຫ້ອງການທີ່ໄດ້ຮັບແຕ່ງຕັ້ງ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ພັອ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຮອງຄະນະກໍາມະການສຶກສາອົບຮົມວຽກງານ ປກຊ-ປກສ ນະຄອນຫຼວງວຽງຈັນ ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານສຶກສາອົບຮົມຕົວຈິງ, ເຊິ່ງໃນປີ 2017-2021 ຜ່ານມາ ມີນັກສຶກສາເຂົ້າຮ່ວມ 61.239 ຄົນ ຍິງ 33.150 ຄົນ, ສໍາລັບຢູ່ບັນດາໂຮງຮຽນມັດທະຍົມປາຍ ແລະ ສາມັນສຶກສາ ມີນັກຮຽນເຂົ້າຮ່ວມ 9.692 ຄົນ ຍິງ 3.407 ຄົນ ແລະ ອົບຮົມເປົ້າໝາຍ 3 ຄົນ, ໄດ້ເປີດຊຸດສຶກອົບຮົມ 1 ຊຸດ, ມີບັນດາທ່ານຮອງເຈົ້າເມືອງ, ຮອງພະແນກການຂອງນະຄອນຫຼວງວຽງຈັນ ຈຳນວນ 28 ທ່ານ, ກໍານົດເວລາ 20 ວັນ ເຫັນວ່າໄດ້ຮັບຜົນດີພໍສົມຄວນ.

ຈາກນັ້ນ, ພທ ຄໍາອຸ້ຍ ເມັກສະຫວັນ ຫົວໜ້າພະແນກສຶກສາປ້ອງກັນຊາດ ກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາກອງທັບ ຂຶ້ນຜ່ານຂໍ້ຕົກລົງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະບັບເລກທີ 3540/ກປທ ລົງວັນທີ 11/08/2021 ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຈໍານວນ 10 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ຮສຈ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງຄະນະກໍາມະການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ເຫັນໄດ້ເຖິງຄວາມໝາຍ, ຄວາມສຳຄັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນຢູ່ໃນກໍາລັງປະກອບອາວຸດ ສະແດງໃຫ້ເຫັນຄວາມເອົາໃຈໃສ່ສຶກສາອົບຮົມໃຫ້ກໍາລັງຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ; ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ໄດ້ຮັບແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ຍົກສູງບົດບາດການນໍາພາວຽກງານທີ່ຮັບມອບໝາຍໃຫ້ໄດ້ຮັບຜົນສູງຂຶ້ນ, ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກໃນການຊີ້ນຳ-ນຳພາແຕ່ລະຂັ້ນ, ຕິດຕາມກວດກາແຕ່ລະໄລຍະທົບທວນຄືນທາງດ້ານນິຕິກຳບັນຫາທີ່ພົ້ນເດັ່ນ, ສືບຕໍ່ຮັກສາມູນເຊື້ອ, ປັບປຸງແກ້ໄຂບັນຫາທີ່ຍັງບໍ່ສອດຄ່ອງ ໄປຄຽງຄູ່ກັບການຕ້ານ ແລະ ສະກັດກັ້ນບັນຫາສິ່ງເສບຕິດ, ຕ້ານປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປ ແນໃສ່ເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມສະຫງົບ-ປອດໄພ.