ໃນວັນທີ 14 ມັງກອນ 2022, ສະຫາຍທີ່ປຶກສາທູດທະຫານ ສສ ຫວຽດນາມ ປະຈຳລາວ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20/01/1949-20/01/2022), ເປັນກຽດຕ້ອນຮັບຢ່າງອົບອຸ່ນໂດຍ ສະຫາຍ ພັອ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ພ້ອມຄະນະ.

ສະຫາຍທີ່ປຶກສາທູດທະຫານ ສສ ຫວຽດນາມ ປະຈໍາລາວ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ວັນສຳຄັນຂອງຊາດລາວ ໂດຍສະເພາະໃນກໍາລັງປະກອບອາວຸດ ກໍຄື ກໍາລັງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ທີ່ເຮັດໜ້າທີ່ປ້ອງກັນຊາດໃຫ້ມີຄວາມສະຫງົບຕະຫຼອດມາ ພ້ອມທັງອວຍພອນ ໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບໃນກົມກອງ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດອັນສູງສົ່ງໃນໜ້າທີ່ວຽກງານ ແລະ ເຮັດສໍາເລັດໜ້າທີ່ທີ່ພັກ-ລັດ ກໍຄື ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ໂອກາດນີ້, ທ່ານຫົວໜ້າການທະຫານ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງທີ່ປຶກສາທູດທະຫານ ສສ ຫວຽດນາມ ປະຈໍາລາວ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຕໍ່ວັນສຳຄັນດັ່ງກ່າວ, ເຊິ່ງການເຂົ້າມາອວຍພອນເປັນການເສີມສ້າງຄວາມຜູກພັນໄປ ມາຫາສູ່ເຊິ່ງກັນແລະກັນ ເພື່ອຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ກັບ ສະຖານທູດທະຫານ ສສ ຫວຽດນາມ ປະຈຳລາວ ໃຫ້ນັບມື້ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ.