ກະຊວງປ້ອງກັນຄວາມສະຫງົບ ໄດ້ສືບຕໍ່ເຄື່ອນໄຫວເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ໂດຍໃນວັນທີ 19 ມັງກອນ 2022 ໄດ້ ເຜີຍແຜ່ຢູ່ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ( ຮສສ )ໂດຍການເຂົ້າຮ່ວມຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ຮສສ, ມີບັນດາຄະນະກົມ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນກອງປະຊຸມໄດ້ເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ (2021-2023) ເພື່ອຮັບປະກັນວາລະແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮີບດ່ວນ, ທັນການ, ມີປະສິດທິພາບ ແລະ ປະ ສິດທິຜົນ.

ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ ຍົກໃຫ້ເຫັນບາງເນື້ອໃນສຳຄັນວ່າ: ການແກ້ໄຂບັນຫາຢາເສບຕິດແມ່ນການສຸມທຸກກໍາ ລັງແຮງສັງລວມ ເຂົ້າໃສ່ການແກ້ໄຂບັນຫາຢາເສບຕິດເປັນສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງໃນເວ ລາກໍານົດທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ. ພ້ອມນີ້, ຍັງ ໄດ້ເຜີຍແຜ່ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ໃນຕອນທ້າຍ ພັອ ປອ ບົວພັນ ຟອງມະນີ ຮອງຫົວໜ້າກົມ ໃຫຍ່ຕໍາຫຼວດ ກະຊວງ ປກສ ກໍໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການ ປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍຢາເສບຕິດ ແລະ ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດຂອງກະຊວງ ປກສ. ໂດຍ ຢຶດໝັ້ນຕາມຫຼັກການນໍາພາຂອງພັກ ແລະ ສຸມໃສ່ 3 ຫຼັກ ການຕົ້ນຕໍຄື: ຄວາມເດັດຂາດ, ຄວາມໂປ່ງໃສ, ຄວາມເປັນມືອາຊີບ ແລະ 6 ວຽກງານຈຸດ ສຸມຄື: ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍ ແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ສ້າງປັບປຸງກົດ ໝາຍ ແລະ ນິຕິກໍາໃຕ້ກົດ ໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວ ເຮັດໜ້າທີ່ການ ເມືອງຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາ ຊົນ, ອົງການປະຕິບັດຄໍາຕັດສິນ ຂອງສານ ແລະ ພາກສ່ວນທີ່ກ່ຽວ ຂ້ອງ.