ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະສະພາບການທີ່ເກີດຂຶ້ນຢູ່ ພາຍໃນກຸ່ມ I ສີວິໄລ ຍັງສືບເນື່ອງມາຈາກບັນຫາຢາເສບຕິດ ແລະ ການລັກຊັບພົນລະເມືອງເປັນຕົ້ນຕໍ, ເຊິ່ງຜ່ານການຕິດຕາມ-ກວດກາບັນດາກຸ່ມເປົ້າໝາຍທີ່ເຄື່ອນໄຫວກໍ່ເຫດນັ້ນພົບວ່າເປັນບຸກຄົນ ຫຼື ກຸ່ມຄົນ ຕ່າງຖິ່ນ (ເມືອງ ແລະ ແຂວງອື່ນ) ໂດຍພວກກ່ຽວຈະນໍາໃຊ້ສະຖານທີ່ເຮືອນພັກ ຫຼື ຫ້ອງແຖວ ເປັນບ່ອນພັກເຊົາຊົ່ວຄາວ ຫຼື ລີ້ຊ້ອນ ແລ້ວເຄື່ອນໄຫວ ກະທໍາຜິດ ເຮັດໃຫ້ ເປັນອຸປະສັກຫຼາຍສົມຄວນຕໍ່ການປະຕິບັດການຂອງເຈົ້າໜ້າທີ່.

ພັທ ແອັດດີ້ ວັນຄໍາທອງຄູນ ຫົວໜ້າ ປກສ ກຸ່ມ I ສີວິໄລ ກອງບັນຊາການ ປກສ ເມືອງໄຊທານີ ໃຫ້ສໍາພາດຕໍ່ນັກຂ່າວປ້ອງກັນຄວາມສະຫງົບ ໃນ ວັນທີ 5 ມັງກອນ 2020 ວ່າ: ກຸ່ມ I ສີວິໄລ ປະກອບມີພະນັກງານ-ນັກຮົບ ຈໍານວນ 21 ສະ ຫາຍ ຍິງ 4 ສະຫາຍ. ໃນນັ້ນ, ກໍາລັງ ປກສ ກຸ່ມ 14 ສະຫາຍ ແລະ ພະນັກງານກໍ່ສ້າງຮາກຖານ 6 ສະຫາຍ; ເຊິ່ງຜ່ານການຈັດຕັ້ງປະຕິບັດຂອງພະນັກງານວິຊາສະເພາະເຫັນວ່າ ກຸ່ມດັ່ງກ່າວເປັນກຸ່ມໜຶ່ງ ທີ່ມີປະຊາກອນອາໄສຢູ່ຢ່າງໜາແໜ້ນ, ຕັ້ງຢູ່ໃຈກາງຕົວເມືອງ ແລະ ເປັນກຸ່ມໜຶ່ງທີ່ມີພື້ນຖານເສດຖະກິດ ທັງເປັນສະຖານທີ່ຕັ້ງຂອງກົມກອງ, ອົງ ການ-ສໍານັກງານ ແລະ ວິທະຍາໄລຫຼາຍແຫ່ງ ເຮັດໃຫ້ບຸກຄົນ ຫຼື ກຸ່ມຄົນບໍ່ຫວັງດີສວຍໃຊ້ໂອກາດເຄື່ອນໄຫວກໍ່ຄວາມບໍ່ສະຫງົບໄດ້ງ່າຍເຊັ່ນ: ການ ປຸ້ນຈີ້-ຊິງຊັບ, ຂີ້ລັກ-ງັດແງະ, ມົ້ວສຸມ-ຊື້-ຂາຍຢາເສບຕິດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະອື່ນໆຍັງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ; ເຊິ່ງ ບັນຫາດັ່ງກ່າວໄດ້ສ້າງຜົນສະທ້ອນ-ຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນເປັນຈໍານວນຫຼວງຫຼາຍ. ດັ່ງນັ້ນ, ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດຕິດພັນກັບການກໍ່ສ້າງຮາກຖານການເມືອງ ຈຶ່ງໄດ້ນໍາພາກໍາລັງວິຊາສະເພາະຫັນເອົາ ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ລົງເຜີຍແຜ່ໃຫ້ປະຊາຊົນທຸກຊັ້ນຄົນຢູ່ແຕ່ລະບ້ານທີ່ຂຶ້ນກັບກຸ່ມ ໄດ້ຮັບຮູ້, ເຂົ້າໃຈ ພ້ອມທັງ ປະກອບສ່ວນເຂົ້າ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໄດ້ເປັນຢ່າງດີ ແລະ ເດັດຂາດ-ເຂັ້ມງວດ ຢ່າງມີຄວາມຮັບຜິດຊອບ. ຄຽງຄູ່ກັບ ການຕິດຕາມ-ກວດກາວຽກງານອາຊີບພິເສດ ຄື: ພາຍໃນກຸ່ມມີຫ້ອງແຖວ ຈໍານວນ 685 ຫຼັງ, ເຮືອນພັກ 23 ຫຼັງ, ໂຮງແຮມ 14 ຫຼັງ, ອາພາດເມັ້ນ 6 ຫຼັງ, ຮ້ານເສີມສວຍ 46 ຮ້ານ, ຮ້ານຕັດຜົມ 14 ຮ້ານ, ຮ້ານສ້ອມແປງ 21 ຮ້ານ, ຮ້ານອິນເຕີເນັດ 14 ຮ້ານ, ຮ້ານຊຽນກະແຈ 1 ຮ້ານ, ຮ້ານພົ່ນ ສີລົດ 1 ຮ້ານ ແລະ ຮ້ານສາວບໍລິການ 2 ຮ້ານ; ໃນນັ້ນ, ມີຄົນມາພັກເຊົາທັງໝົດ 4.348 ຄົນ ຍິງ 2.128 ຄົນ ໂດຍມາຈາກຕ່າງບ້ານ 299 ຄົນ ຍິງ 162 ຄົນ, ຕ່າງເມືອງ 554 ຄົນ ຍິງ 271 ຄົນ ແລະ ຕ່າງແຂວງ 3.495 ຄົນ ຍິງ 1.695 ຄົນ.

ນອກນັ້ນ, ຜ່ານການຕິດຕາມ-ກວດກາການຄຸ້ມຄອງ ແລະ ຂຶ້ນບັນຊີເປົ້າໝາຍມາໄດ້ໄລຍະໜຶ່ງສັງເກດເຫັນວ່າ: ທົ່ວກຸ່ມສາມາດຂຶ້ນບັນຊີເປົ້າໝາຍ ໄດ້ທັງໝົດ 184 ຄົນ ຍິງ 6 ຄົນ. ໃນນັ້ນ, ເປົ້າໝາຍປະເພດ I ຈໍານວນ 80 ຄົນ ຍິງ 1 ຄົນ, ເປົ້າໝາຍປະເພດ II ມີ 68 ຄົນ ແລະ ເປົ້າໝາຍປະເພດ III ມີ 36 ຄົນ ຍິງ 5 ຄົນ, ເຊິ່ງເປົ້າໝາຍດັ່ງກ່າວລ້ວນແລ້ວແມ່ນກຸ່ມຄົນທີ່ມາໄສ ແລະ ພັກເຊົາຊົ່ວຄາວຢູ່ຕາມເຮືອນພັກ-ໂຮງແຮມ, ຫ້ອງແຖວ ແລະ ແຫຼ່ງມົ້ວສຸມຕ່າງໆທີ່ບໍ່ ແນ່ນອນ; ຈາກນັ້ນ, ກໍສວຍໃຊ້ໂອກາດດັ່ງກ່າວ ເຄື່ອນໄຫວລັກຊັບພົນລະເມືອງ, ຊື້-ຂາຍ ແລະ ມົ້ວສຸມສິ່ງເສບຕິດ ເປັນສາ ເຫດເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພົບຄວາມຫຍຸ້ງ ຍາກຫຼາຍສົມຄວນ ເປັນຕົ້ນແມ່ນພາຍຫຼັງທີ່ສາມາດຂຶ້ນບັນຊີເປົ້າໝາຍສໍາເລັດແລ້ວ ເມື່ອນໍາກໍາລັງວິຊາສະເພາະລົງໄປແກ້ໄຂ ແຕ່ພວກກ່ຽວ ພັດຍ້າຍບ່ອນຢູ່ ເພື່ອຫຼົບຫຼີກ ຫຼື ລີ້້ຊ້ອນຈາກ ເຈົ້າໜ້າທີ່ໄປອາໄສບ່ອນໃໝ່; ຈາກນັ້ນ, ກໍພາ ກັນເຄື່ອນໄຫວດ້ວຍຮູບການດຽວກັນຈໍານວນຫຼາຍຄັ້ງ.

ພັທ ແອັດດີ້ ວັນຄໍາທອງຄູນ ຍັງກ່າວຕື່ມວ່າ: ຕໍ່ກັບສະພາບການທີ່ເກີດຂຶ້ນ ເຈົ້າໜ້າທີ່ ປກສ ກຸ່ມ I ສີວິໄລ ຍັງສາມາດນໍາພາກໍາລັງວິຊາສະເພາະແກ້ ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ພາຍໃນເຂດຄວາມຮັບຜິດຊອບ ໄດ້ຈໍານວນ 46 ເລື່ອງ; ໃນນັ້ນ, ຄະດີຢາບ້າ 11 ເລື່ອງ ຢຶດຂອງກາງຢາບ້າ ໄດ້ 4.397 ເມັດ, ເງິນ 4800 ໂດ ລາ, ອາວຸດປືນ ແລະອື່ນໆອີກຈໍານວນໜຶ່ງ. ຢ່າງ ໃດກໍຕາມ, ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຈັດສັນຄວາມ ບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ ໂດຍສຸມໃສ່ສະພາບອາຊະຍາກໍາທົ່ວໄປ ແລະ ຮັບປະກັນວິຊາສະເພາະ ຂອງພະນັກງານ-ນັກຮົບ ໃຫ້ສາມາດກໍາແໜ້ນການເຄື່ອນໄຫວຂອງກຸ່ມ ຄົນບໍ່ຫວັງດີໃຫ້ຖືກເປົ້າໝາຍທີ່ເປັນຫົວໂປ່ໂຕການ ເພື່ອກັນ-ສະກັດກັ້ນ ແລະ ຕ້ານບໍ່ໃຫ້ພວກດັ່ງກ່າວກະທໍາຜິດຫາຜົນປະໂຫຍດໃຫ້ແກ່ຕົນ ເອງພ້ອມທັງສຸມໃສ່ເລັ່ງຕິດຕາມ-ກວດກາຄືນໃໝ່ຄົນພັກເຊົາຊົ່ວຄາວທີ່ມາອາ ໄສຢູ່ ເພື່ອຮັບປະກັນຄວາມສະຫງົບ-ປອດໄພ ແລະ ເຮັດໃຫ້ການເກີດຄະດີນັບມື້ຫຼຸດລົງເປັນກ້າວໆ.