ປັດຈຸບັນ, ຄະດີລັກຊັບພົນລະເມືອງແມ່ນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນຫຼາຍກວ່າໝູ່ໃນຄະດີຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ, ພົ້ນເດັ່ນກວ່າໝູ່ແມ່ນ ຄະດີລັກຊັບ ແລະ ໜຶ່ງໃນຄະດີລັກຊັບນັ້ນເກີດຂຶ້ນຫຼາຍກວ່າໝູ່ແມ່ນບັນຫາລົດ ຈັກ; ສະນັ້ນ, ທຸກຄົນໃນສັງຄົມ ຄວນມີສະຕິສູງໃນການເກັບມ້ຽນ ຊັບສິນ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີເຄື່ອນໄຫວລັກຊັບລັກເອົາຊັບສິນຂອງທ່ານໄປໄດ້ແບບງ່າຍດາຍ.

ໃນປີ 2021 ຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 1.405 ເລື່ອງ, ແກ້ໄຂໄດ້1.651 ເລື່ອງ, ຈັບຜູ້ຖືກໄດ້ 2.166 ຄົນ ຍິງ 272 ຄົນ; ໃນນີ້, ຄົນຕ່າງປະເທດ 32 ຄົນ, ທຽບໃສ່ປີ 2020 ຫຼຸດລົງ 1.330 ເລື່ອງ; ຄະດີທີ່ເກີດຂຶ້ນ ຫຼາຍກ່ວາໝູ່ແມ່ນຄະດີ ລັກຊັບ ພົນລະເມືອງ 709 ເລື່ອງ; ໃນນີ້, ຄະດີລັກລົດຈັກ 586 ເລື່ອງ, ສ້າງຜົນເສຍຫາຍເປັນເງິນ 2,71 ຕື້ກວ່າກີບ, ຄໍາຮູບປະພັນໜັກ 1 ກິໂລ 38 ບາດ, ສາຍແຂນເພັດ 2 ເສັ້ນ, ຄໍາຝຣັ່ງ 11 ບາດ, ເງີນຮູບ ປະພັນ 28 ບາດ, ສາຍແອວທອງ ນາກ 3 ເສັ້ນ, ລົດຈັກ 586 ຄັນ, ລົດໃຫ່ຍ 5 ຄັນ, ຄອມພິວເຕີ 33 ເຄື່ອງ, ໂທລະສັບມືຖື 119 ເຄື່ອງ, ໂມງໃສ່ແຂນ 13 ເຄື່ອງ, ກ້ອງຖ່າຍ ຮູບ 3 ເຄື່ອງ, ໂທລະພາບ 13 ໜ່ວຍ, ພຣະ 22 ອົງ, ໄອ ແພັດ 6 ເຄື່ອງ, ຕູ້ເຊັບ 6 ເຄື່ອງ, ກ້ອງວົງ ຈອນປິດ 4 ໜ່ວຍ, ແອເຢັນ 18 ເຄື່ອງ ແລະ ບັດເຕີມໂທລະສັບ ມູນຄ່າ 24.230.000 ກີບ; ສາມາດ ເກັບກູ້ເຄື່ອງຂອງກາງຄືນໄດ້ຄໍາຮູບປະພັນໜັກ 5 ບາດ, ເງິນ 554 ລ້ານກວ່າກີບ, ລົດຈັກ 255 ຄັນ, ລົດໃຫຍ່ 11 ຄັນ, ຄອມພິວ ເຕີຕັ້ງໂຕະ 7 ໜ່ວຍ, ໂທລະສັບມື ຖື 37 ໜ່ວຍ ແລະອື່ນໆ.

ພວກທີ່ ເຄື່ອນໄຫວລັກຊັບ ໃນທຸກມື້ນີ້ມີຢູ່ເກືອບທຸກໆບ່ອນມີທັງຄົນລາວ ແລະ ຊາວຕ່າງປະເທດທີ່ເປັນທັງຜູ້ຍິງ ແລະ ຜູ້ຊາຍບາງພວກມີອາຊີບ ເປັນ ກໍາມກອນ, ບາງພວກກໍບໍ່ມີອາຊີບຫຍັງ ແລະ ບາງພວກຍັງເປັນນັກຮຽນຢູ່ກໍມີ; ການລັກຊັບພົນລະເມືອງ ໃນທຸກມື້ນີ້ແມ່ນເກີດຈາກຫຼາຍປັດໃຈ ໂດຍສະເພາະແມ່ນເກີດຈາກຄວາມໂລບມາກໂລພາຂອງຄົນ, ເກີດຈາກການດໍາລົງຊີວິດໃນຄອບຄົວທີ່ບໍ່ຄ່ອຍດີ, ເກີດຈາກແນວຄິດຂີ້ ຄ້ານມັກ ງ່າຍຄ້ານອອກ ແຮງງານຫາເງິນ, ເກີດຈາກການດໍາລົງຊີວິດຫຼິ້ນກິນຟຸມເຟືອຍ, ຕິດການພະນັນ ແລະ ຕິດຢາເສບຕິດ; ເຊິ່ງບັນຫາດັ່ງກ່າວນີ້ໄດ້ສ້າງ ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ສັງຄົມ; ສະນັ້ນ, ທຸກຄົນໃນສັງຄົມຄວນມີສະຕິລະວັງ ຕົວເກັບມ້ຽນຊັບຂອງຕົນໄວ້ໃຫ້ດີ ບໍ່ໃຫ້ເປັນສິ່ງເຫຼົ່ານັ້ນຢົ້ວຕາຢົ້ວໃຈຂອງກຸ່ມຄົນຂີ້ລັກ ແລະ ພ້ອມກັນສະກັດກັ້ນປະກົດການເຫຼົ່ານີ້ຢ່າງແຂງແຮງ ເພື່ອບໍ່ໃຫ້ບັນຫາລັກຊັບເຕີບໃຫຍ່ຂະຫຍາຍຕົວໄປຫຼາຍກວ່ານີ້.

ອະດີດຜູ້ຖືກຫາລັກຊັບພົນລະເມືອງທີ່ພົ້ນໂທດອອກມາຄົນໜຶ່ງເວົ້າວ່າ: ການທີ່ລົງມືລັກຊັບຍ້ອນຢາກໄດ້ເງິນໄປຊື້ກິນຟຸມເຟືອຍ ແລະ ຊື້ຢາບ້າມາ ເສບ; ອະດີດຜູ້ຖືກຫາອີກຄົນເວົ້າຕື່ມອີກວ່າ: ຍ້ອນຕົນເອງຕິດເກມພະນັນອອນລາຍ ແລະ ເສຍເງິນໃຫ້ເກມດັ່ງກ່າວຈົນໝົດບໍ່ຮູ້ຈະໄປຫາເງິນຢູ່ໃສ ມາຫຼິ້ນເກມ ຈຶ່ງຕັດສິນໃຈລົງມືລັກຊັບ ເພື່ອນຳເອົາສິງຂອງທີ່ໄດ້ມາໄປຂາຍເອົາເງິນມາຫຼິ້ນເກມ ຫຼື ໃຊ້ຈ່າຍໃນຊີວິດປະຈໍາວັນ ເມືອລັກຄັ້ງທໍາອິດ ສໍາເລັດ ກໍຈະສືບຕໍ່ລັກອີກຈົນກາຍເປັນຄວາມເຄີຍຊີນ ເພາະການລັກຊັບແມ່ນໄດ້ເງິນມາແບບງ່າຍດາຍ ແລະ ບໍ່ເມື່ອຍຄືກັບການເຮັດວຽກເປັນ ກໍາມະກອນ.

ສະນັ້ນ, ຢາກແກ້ໄຂບັນຫາດັ່ງກ່າວນີ້ໄດ້ກ່ອນອື່ນໝົດພໍ່-ແມ່ ຫຼື ຜູ້ປົກຄອງຕ້ອງເອົາໃຈໃສ່ສຶກສາອົບຮົມບົ່ມສອນ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາການ ເຄື່ອນໄຫວລູກ-ຫຼານ ຂອງຕົນຢ່າງ ເປັນປົກກະຕິ, ເມື່ອພົບວ່າລູກ-ຫຼານຂອງຕົນມີພຶດຕິກຳກະທຳຜິດ ຕ້ອງກ່າວເຕືອນບອກສອນ ເພື່ອບໍ່ໃຫ້ພວກເຂົາຫົຼງຕົວກະທຳໃນສິ່ງທີ່ຜິດຕໍ່ລະບຽບກົດໝາຍ, ຖ້າວ່າພວກເຂົາຍັງບໍ່ເຂັດຫຼາບ ຕ້ອງຈິງໃຈລາຍງານໃຫ້ເຈົ້າໜ້າທີ່ຕໍາຫຼວດຮັບຮູ້, ບໍ່ຄວນປົກປິດການກະທໍາທີ່ບໍ່ຖືກຕ້ອງຂອງລູກ-ຫຼານຕົນ ເພື່ອຫາວິທີແກ້ໄຂໃຫ້ທັນການ; ເພາະໄລຍະຜ່ານມາ, ພວກເຮົາຍັງມີລັກສະນະປົກປ້ອງ ການກະທໍາຜິດຂອງລູກ-ຫຼານຢູ່ ໂດຍສະເພາະຕໍ່ພວກຂີ້ລັກ; ເມື່ອເຫັນເຈົ້າໜ້າທີ່ກັກຕົວເອົາມາດໍາເນີນຄະດີ, ພໍ່-ແມ່ ຜູ້ປົກຄອງບາງຄົນພັດວິ້ງເຕັ້ນ ແລ່ນໄປຫາຜູ້ນັ້ນ-ຜູ້ນີ້ທີ່ມີສິດ-ອໍານາດ ເພື່ອຊ່ວຍເອົາລູກ-ຫຼານຂອງຕົນບໍ່ໃຫ້ຖືກດຳເນີນຄະດີ, ແທນທີ່ຈະພ້ອມໃຈຮ່ວມກັບເຈົ້າໜ້າທີ່ ສຶກສາ ອົບຮົມ, ພັດກົງກັນຂ້າມໄປປົກປ້ອງ ແລະ ໃຫ້ທ້າຍພວກເຂົາ ຈົນເຮັດໃຫ້ລູກ-ຫຼານທີ່ລັກຊັບນັ້ນໄດ້ເດີ້ມ, ບໍ່ຢ້ານກົວຕໍ່ເຈົ້າໜ້າທີ່ ແລະ ລະບຽບ ກົດໝາຍເຮັດ ໃຫ້ພວກເຂົາສືບຕໍ່ກະທໍາຜິດຊໍ້າ ແລ້ວຊໍ້າອີກໃນທີ່ສຸດລູກ-ຫຼານ ຂອງຕົນກໍກາຍເປັນຄົນຂີ້ລັກທີ່ ກະທໍາຜິດຊໍ້າແບບບໍ່ເຂັດຫຼາບ ແລະ ບໍ່ມີການປ່ຽນແປງພຶດຕິກໍາຂອງຕົນເອງ.

ເຖິງຢ່າງໃດກໍຕາມ, ຖ້າຫາກວ່າທຸກຄົນໃນສັງຄົມມີສະຕິຕໍ່ການເກັບມ້ຽນຊັບ ແລະ ມີວິທີໃນການປ້ອງກັນທີ່ດີ, ຖ້າເປັນຍານພາຫະ ນະທີ່ເປັນລົດ ໃຫຍ່ກໍຕ້ອງມີລະ ບົບກັນຂະໂມຍເຕືອນໄພ, ຖ້າວ່າ ເປັນລົດຈັກກໍຕ້ອງມີກະແຈສຳຮອງ ເມື່ອຈອດໄວ້ຕາມເຮືອນກໍຕ້ອງໃສ່ກະແຈສຳຮອງໃສ່ຕີນ ລົດໄວ້ ເພື່ອປ້ອງກັນບໍ່ໃຫ້ຄົນມາລັກເອົາໄປໄດ້ແບບງ່າຍດາຍ, ຖ້າໄປຕະຫຼາດບັນດາທ່ານບໍ່ຄວນຈອດລົດ ໄວ້ຊະຊາຍ ແລະ ບໍ່ຄວນສຽບກະ ແຈປະໄວ້ລົດ ເພາະລົດຂອງທ່ານຈະຖືກລັກໄດ້ແບບງ່າຍດາຍ ຖ້າ ຫາກວ່າທຸກຄົນມີສະຕິໃນການ ເກັບມ້ຽນຊັບສິນຂອງທ່ານ ເຊື່ອວ່າ ບັນຫາ ລັກຊັບກໍຈະຄ່ອຍໆຫຼຸດໜ້ອຍຖອຍລົງ.