ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ 73 ປີ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ພົບປະ ບັນດາອະດີດນາຍ ແລະ ພົນທະຫານທີ່ ສູນເສຍອົງຄະພິເສດ 790 ແລະ ສູນ 489 ໃນວັນທີ 20 ມັງ ກອນ 2022 ນີ້, ໂດຍມີພະນັກງານການນຳຂອງສູນ, ພະນັກງານອະວຸໂສບຳນານ ອະດີດນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ.

ທ່ານ ປະທານປະເທດ ຍັງໄດ້ອວຍພອນໃຫ້ ບັນດາທ່ານ ລຸງ, ປ້າ, ອາວ, ອາ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ເອົາໃຈໃສ່ ຮັກສາມູນເຊື້ອອັນດີງາມ, ທາດແທ້ປະຕິວັດ, ຄຸນທາດການເມືອງ ແລະ ຄຸນ ສົມບັດສິນທໍາປະຕິວັດ ເພື່ອເປັນແບບຢ່າງ ໃນການສຶກສາອົບຮົມໃຫ້ ລູກ-ຫລານ ແລະ ຄອບຄົວ ໃຫ້ກາຍເປັນພົນລະເມືອງດີຂອງຊາດ, ຂອງສັງຄົມ ແລະ ກາຍເປັນຄອບຄົວພັດທະນາ ເອົາໃຈໃສ່ ເພີ່ມທະວີການພັດທະນາເສດຖະກິດຄອບຄົວ ແລະ ສັງຄົມ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ. ຄະນະພັກ, ຄະນະບັນຊາສູນ ຈົ່ງສືບຕໍ່ເອົາໃຈໃສ່ຄຸ້ມຄອງນໍາໃຊ້ວັດຖຸ-ອຸປະກອນທີ່ມີ ເພື່ອຮັບປະ ກັນການໃຊ້ງານໃຫ້ຍາວນານ, ຂໍໃຫ້ບັນດາ ລຸງ, ປ້າ, ອາວ, ອາ ເອົາໃຈໃສ່ຮັກສາ ແລະ ເບິ່ງແຍງສຸຂະພາບຂອງຕົນເອງໃຫ້ປາສະຈາກໂລກໄພໄຂ້ ເຈັບຕ່າງໆ. ຈາກນັ້ນ, ທ່ານ ປະທານປະເທດ ຍັງໄດ້ມອບເຄື່ອງນຸ່ງ, ຢາປົວພະຍາດ ແລະ ເງິນສົດຈຳນວນໜຶ່ງໃຫ້ສູນ 790.

ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະໄດ້ສືບຕໍ່ຢຽ້ມຢາມຖາມຂ່າວ ແລະ ໃຫ້ຄວາມອົບອຸ່ນສູນພັດທະນາ ເສຍອົງຄະ 489 ຕື່ມອີກ


ໂດຍ ຈັນທະວົງ ອຸ່ນວິໄລຫົງ