ວັນ​ທີ 29 ພະຈິກ 2021 ທີ່ຜ່ານມາ, ອົງການ​ປົກ​ຄອງ​ແຂວງຢຸນ​ນານ​ໄດ້​ມອບ​ໄຟ​ເຍືອງ​ໃຊ້​ແສງ​ຕາ​​ເວັນໃຫ້ແກ່ ສປປ ລາວ​ຈຳ​ນວນ 40 ຊຸດ. ປັດ​ຈຸ​ບັນ, ​ເສົາ​ເຍືອງ​ທາງ​ດັ່ງ​ກ່າວ​ແມ່ນ​ໄດ້​ຕິດ​ຕັ້ງ​ສຳ​ເລັດ​​ຢູ່​ໃນ​ເຂດ​ພັດ​ທະ​ນາ​ກວມ​ລວມ​ໄຊ​ເຊດ​ຖາ​ແລ້ວ.ອັນ​ນີ້ກໍແມ່ນໜຶ່ງໃນ​ໂຄງ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ ​ປະ​ຈຳ​ສົກ​ປີ 2021 ຂອງ​ພະ​ແນກ​ການ​ຄ້າ​ແຂວງ​ຢູນ​ນານ ກໍ​ຄື​ພ​າກ​ສ່ວນ​ທີ່​ສຳ​ຄັນ​ຂອງໂຄງ​ການ​ແສງ​ສະ​ຫວ່​າງ​ຈາກ​ພະ​ລັງ​ງານ​ສີ​ຂຽວ – ເຂົ້າ​​ສູ່​ປ​ະ​ເທດ​ລາວ.

ເຖິງ​ແມ່ນ​ວ່າ​ໄດ້​ພົບ​ຄວາມ​ຫຍຸ້ງ​ຍ​າກຫຼາຍໆ​ຢ່າງຈາກການແພ່ລະ​ບາດ​ພະ​ຍາດ​ໂຄ​ວິດ-19 ​ກໍຕາມ, ແຕ່​ຜູ້​ປະ​ຕິ​ບັດ​ໂຄງ​ການກໍ​ຄື: ສາມາຄົມພະລັງງານ ສີຂຽວແຂວງຢຸນນານ ໄດ້​ປະ​ສານ​ງານ​ກັບຫຼາຍ​ພາກ​ສ່ວນ, ​ແກ້​ໄຂ​ບັນ​ຫາ​ດັ່ງກ່າວຈົນເຮັດໃຫ້ສາມາດ​ຂົນ​ສົ່ງ​ຈາກ​ນະ​ຄອນກວາງ​ໂຈ່ວ ແລະ ໃຊ້​ເວ​ລາ​​ເຄິ່ງ​ເດືອນກວ່າໂດຍຜ່​ານ​ທາງ​ບົກຂອງ​ປະ​ເທດ​ຫວຽດ​ນາມ​ ແລະ ​ນຳ​ສົ່ງ​ໄຟ​ເຍືອງ​ທາງ​ໃຊ້​ພະ​ລັງ​ງານ​ແສງ​ຕາ​ເວັນ​ເຂົ້າ​ເຂດ​ພັດ​ທະ​ນາ​ກວມ​ລວມ​ໄຊ​ເຊດ​ຖາ​ຕາມ​ແຜນ​ການ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍຢ່າງ​ເຕັ່ມ​ທີ.

ເຂດ​ພັດ​ທະ​ນາກວມລ​ວມ​ໄຊ​ເຊດ​ຖາ​ແມ່ນ​ຕັ້ງ​ຢູ່​ນະ​ຄອນຫຼວງວຽງ​ຈັນ, ມີ​ເນື້ອ​ທີ່​ທັງ​ໝົດ 1.150 ເຮັກຕາ, ເປັນ​ເຂດເສດຖະກິດ​ພິ​ເສດຂອງ​ ສປປ ລາວ ແລະ ເປັນ​ເຂດ​ຮ່ວມ​ມືເສດຖະກິດການ​ຄ້າ​ໃນ​ຕ່າງ​ປະ​ເທດ​ຂອງ ສປ ຈີນ, ໂດຍ​ການຮ່ວມທຶນລະຫວ່າງ ອົງ​ການປົກຄອງ​ນະ​ຄອນຫຼວງວຽງ​ຈັນ ແລະ ​ບໍ​ລິ​ສັດ​ລົງ​ທຶນ​ຕ່າງ​ປະ​ເທດ ​ແຂວງ​ຢຸນ​ນານ, ເຊິ່ງເປັນບໍລິສັດລູກຂອງກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງແລະລົງ​ທຶນແຂ​ວງ​ຢຸນ​ນານ, ມາ​ຮອດ​ປັດ​ຈຸ​ບັນ,ເຂດ​ພັດ​ທະ​ນາ​ໄດ້​ລົງ​ທຶນ​ທັງ​ໝົດ​ເປັນ​ຈຳ​ນວນ​ເງິນ​ 1.3 ຕື້​ໂດ​ລາແລະໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ​ເຂົ້າມາ​ລົງ​ທຶນ​ພາຍ​ໃນ​ເຂດ​ເປັນ​ຈຳ​ນວນ 105 ແຫ່ງ.

ເຂດ​ພັດ​ທະ​ນາ​ເປັນໜື່ງໃນ 10 ໂຄງ​ການສາທິດຕົວແບບການປ່ອຍອາຍກາກບອນຕໍ່າ ຂອງ ສ​ປ ຈີນ ຢູ່ຕ່າງ​ປະ​ເທດ, ແມ່ນ​ໂຄງ​ການ​ສຳ​ຄັນ ​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໃນ​ກົນ​ໄກ​ການ​ຮ່ວມ​ມືໃຕ້-ໃຕ້ລະ​ຫວ່າງປະ​ເທດ​ລາວກັບປະ​ເທດ​ຈີນ,ກໍ​ຄື​ໝາກ​ຜົນ​ສຳ​ຄັນ​ອັນ​ໜຶ່ງ​ທີ່ລາວ-ຈີນ ໄດ້ ​ພ້ອມ​ກັນ​ຊຸກ​ຍູ້ພັດ​ທະ​ນາ​ເສດ​ຖະ​ກິດຂອງໂຄງການສາທິດຕົວແບບການປ່ອຍອາຍກາກບອນຕໍ່າ.