ກົມກວດກາ-ກວດການ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

0
1348

ກົມກວດກາ-ກວດການ ກະຊວງ ປກສ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ໃນວັນທີ 18 ມັງກອນ 2022, ປະດັບຊັ້ນໂດຍ ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ ປກສ, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍໃນກົມ ເຂົ້າຮ່ວມ.

ພັທ ສີໃສ ທຳມະສິດ ຮອງຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ສະບັບເລກທີ 119/ກມປສ ວ່າດ້ວຍ ການປະດັບຊັ້ນໃຫ້ນາຍຕຳຫຼວດກົມກວດກາ-ກວດການ ປກສ ຈຳນວນ 5 ສະຫາຍ ຍິງ 1 ສະຫາຍ, ໃນນີ້ດັດແປງຊັ້ນສິບໂທ ຂຶ້ນ ຮ້ອຍໂທ 1 ສະຫາຍ ແລະ ສິບໂທ ຂຶ້ນ ຮ້ອຍຕີ 4 ສະຫາຍ.

ໃນໂອກາດນີ້, ພັອ ບຸນລຽນ ສະອາດສີ ກໍໄດ້ໂອ້ລົມຕໍ່ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ໂດຍເນັ້ນໃຫ້ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມສາມັກຄີພາຍໃນກໍາລັງ, ສືບຕໍ່ເຮັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນຕໍ່ໜ້າ.