ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ເປີດກວ້າງ ຄັ້ງທີ 5 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2022, ເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງ ເຂົ້າຮ່ວມ.

ສະຫາຍ ພົງສະຫວັນ ສິດທະວົງ ກ່າວໄຂກອງປະຊຸມຢ່າງເປັນທາງການ ວ່າ:

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສະຫຼຸບຕີລາຄາຄວາມຮັບຜິດຊອບການເມືອງຂອງ ຄະນະບໍລິຫານງານພັກແຂວງ ໃນການນໍາພາ-ຊີ້ນໍາກໍ່ສ້າງພັກ, ພະ ນັກງານວຽກງານຮອບດ້ານຂອງອົງການປົກຄອງແຂວງ ໃນ 1 ປີຜ່ານມາ ໃຫ້ເຫັນໄດ້ຜົນງານດ້ານດີທີ່ພົ້ນເດັ່ນ ແລະ ເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນປີຕໍ່ໄປ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງ, ສໍາຫຼວດການ ນໍາພາລວມ, ບຸກຄົນໃນຄະນະບໍລິຫານງານພັກແຂວງ ເປັນການປັບປຸງປົວແປງພາຍໃນພັກ ແນໃສ່ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກໃຫ້ສູງຂຶ້ນ ແລະ ເສີີມຂະຫຍາຍຄວາມເປັນແບບເປັນຢ່າງນໍາໜ້າຂອງບັນດາສະຫາຍຄະນະພັກ ກາຍເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ເປັນກຳລັງແຮງສັງລວມໃນການຈັດຕັ້ງປະຕິບັດໜ້າທີີ່ວຽກງານ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ກອງປະຊຸມດຳເນີນເປັນເວລາ 3 ວັນເຕັມ, ໂດຍແບ່ງອອກ 2 ວາລະ ຄື: ວາລະທີ 1 ຈະໄດ້ຮັບຟັງລາຍງານການນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານປະຈໍາປີ ຕິດພັນກັບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຮັບຟັງລາຍງານການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານຂອງ ອົງການປົກຄອງແຂວງ ປະຈໍາປີ 2021 ແລະ ແຜນວຽກຈຸດສຸມປີ 2022 ແລະ ວາລະທີ 2 ຈະໄດ້ດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງ ປະຈໍາປີ 2021.

ໂອກາດດັ່ງກ່າວ ສະຫາຍເລຂາພັກແຂວງ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນແລກປ່ຽນນໍາກັນຊອກໃຫ້ເຫັນຈຸດດີ, ຜົນສໍາເລັດທີ່ຍາດມາໄດ້ ແລະ ກ້າຍົກຈຸດອ່ອນ, ຂໍ້ຄົງຄ້າງໃນການນໍາພາຂອງຄະນະບໍລິຫານງານພັກແຂວງ ກໍຄື ຄະນະພັກແຕ່ລະຂັ້ນ ໃຫ້ຖືກຕ້ອງກັບຄວາມເປັນຈິງ.