ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕາມມະຕິ 4 ຂອງສະພາແຫ່ງຊາດ, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນທີ່ກ່ຽວຂ້ອງ ເພື່ອໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ເຂົ້າໃຈການຊີ້ນຳ-ນຳພາສ້າງແຜນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງວາລະແຫ່ງຊາດ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງຕົນທີ່ໄດ້ກຳນົດໃນວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ.

ພັທ ຄຳຮຸ່ງ ອາລຸນສັກ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຄຳມ່ວນ ວ່າ:

ເພື່ອຜັນຂະຫຍາຍເນື້ອໃນວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຂອງລັດຖະບານ ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ຮັບປະກັນຄຸນນະພາບໃນການເຄື່ອນໄຫວປະຕິບັດໜ້າທີ່ ໃຫ້ມີແບບແຜນວິທີເຮັດວຽກທີ່ແທດເໝາະກັບຕົວຈິງ ເພື່ອເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ເຊື່ອມຊຶມບັນດາເອກະສານຕ່າງໆທີ່ຕິດພັນກັບ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເພື່ອຍົກສູງຄວາມຮັບຮູ້, ເຂົ້າໃຈ, ຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມຮັບຜິດຊອບໃນການນຳພາ-ຊີ້ນຳຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກຳລັງປ້ອງກັນຄວາມສະຫງົບ ໃນການປະຕິບັດຕົວຈິງ, ພ້ອມທັງຊີ້ນຳ-ນຳພາບັນຊາວຽກງານວິຊາສະເພາະ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການສຶກສາອົບຮົມວຽກງານການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ, ຮູ້ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ ແລະ ປະສານສົມທົບດ້ານວຽກງານວິຊາສະເພາະກັບບັນດາປະເທດທີ່ມີຊາຍແດນຕິດຈອດລະຫວ່າງແຂວງກັບແຂວງ ເປັນຕົ້ນເເມ່ນ ປະເທດ ສສ ຫວຽດນາມ ແລະ ລາຊາອານະຈັກໄທ ເພື່ອເຮັດໃຫ້ການດຳເນີນຄະດີມີຄວາມສະດວກວ່ອງໄວ ແລະ ດີຂຶ້ນກວ່າເກົ່າ, ສາມາດທັບມ້າງຕໍ່ເລ່ລ່ຽມກົນອຸບາຍຂອງພວກເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ໂດຍສະເພາະແມ່ນບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຜ່ານການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ, ປກສ ແຂວງ ໄດ້ດໍາເນີນການເຄື່ອນໄຫວແກ້ໄຂບັນຫາຢາເສບຕິດ ສາມາດມ້າງລາຍຄະດີຢາເສບຕິດໄດ້ສຳເລັດ 60 ເລື່ອງ, ຜູ້ຖືກຫາ 90 ຄົນ; ໃນນັ້ນ, ຄະດີທີ່ສົ່ງມາຈາກບັນດາ ປກສ ເມືອງ ມີ 44 ເລື່ອງ, ໄດ້ຢຶດຂອງກາງຢາບ້າ 2.848.319 ເມັດ, ກັນຊາ 68 ເປົາ ເທົ່າກັບ 163 ແທ່ງ, ມີນໍ້າໜັກ 3 ໂຕນ ກັບ 80 ກິໂລ, ຢາໄອສ໌ 3,35 ກຼາມ, ພາຫະນະລົດໃຫຍ່ ຈຳນວນ 10 ຄັນ, ລົດຈັກ 10 ຄັນ, ໂທລະສັບມືຖື 58 ເຄື່ອງ, ເງິນກີບ 15.016.000 ກີບ, ເງິນບາດ 6.600 ບາດ, ແຫວນຄຳ 1 ວົງ, ປືນແຫວ່ງ 2 ກະບອກ, ປືນສັ້ນ 1 ກະບອກ ແລະ ລູກປືນແຫວ່ງ 29 ລູກ.

ໄປຄຽງຄູ່ກັນນີ້, ກໍໄດ້ເອົາໃຈໃສ່ສ້າງຄວາມຮັບຮູ້ໃຫ້ທົ່ວສັງຄົມ ກໍຄືພໍ່-ແມ່ປະຊາຊົນພາຍໃນແຂວງໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ປຸກລະດົມ, ຂົນຂວາຍທຸກກໍາລັງແຮງເຂົ້າໃນການແກ້ໄຂບັນຫາຢາເສບຕິດທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງ ໃຫ້ຫຼຸດລົງດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ສຶກສາອົບຮົມກຸ່ມສ່ຽງ, ກຸ່ມເປົ້າໝາຍຮອດຂັ້ນບ້ານ, ລົງໂຄສະນາເຜີຍແຜ່ຢູ່ບັນດາສຳນັກງານ-ອົງການ, ສະຖາບັນການສຶກສາ, ສະຖາບັນຄອບຄົວ ແລະອື່ນໆ ໃຫ້ທົ່ວເຖິງ ເພື່ອສ້າງໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ-ປອດໄພ, ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ກ້າວໄປສູ່ສັງຄົມລາວປອດຢາເສບຕິດຕາມຄາດໝາຍທີ່ວາງໄວ້.