ໃນວັນທີ 18 ມັງກອນ 2022, ພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງເຊກອງ ຮ່ວມກັບ ກອງໂຄສະນາ ພະແນກກວດກາ  ແລະ ຄວບຄຸມຢາເສບຕິດ ລົງໂຄສະນາກົດລະບຽບຈະລາຈອນທາງບົກ ແລະ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢູ່ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງເຊກອງ, ເຂົ້າຮ່ວມໂດຍ ພັຕ ບຸນຍົງ ເກີດພໍດີ ຮອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງ, ມີຄະນະອໍານວຍການໂຮງຮຽນ, ຂະແໜງການກ່ຽວຂ້ອງ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ພັຕ ນາງ ໂລມຄໍາ ລັດຕິວົງ ຫົວໜ້າໜ່ວຍງານກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງ ໄດ້ເຜີຍແຜ່ກົດລະບຽບຈະລາຈອນ ແລະ ກົດໝາຍຈະລາຈອນທາງບົກ ໃຫ້ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ການໃຊ້ລົດ-ໃຊ້ຖະໜົນໃຫ້ມີຄວາມປອດໄພ ເປັນຕົ້ນແມ່ນ ການກວດກາສະພາບເຕັກນິກລົດ, ການຮຽນຮູ້ເຖິງປ້າຍເຕືອນ, ປ້າຍຫ້າມ ແລະອື່ນໆ ທີ່ຢູ່ຕາມເສັ້ນທາງ, ການອອກລົດຈາກໄຟອໍານາດໃຫ້ມີຄວາມປອດໄພ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ ແລະ ເປັນການເຕືອນສະຕິໃຫ້ກັບຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນ ເນື່ອງຈາກເປັນໄວທີ່ມີຄວາມຢາກຮູ້-ຢາກເຫັນ ແລະ ຢາກລອງເປັນຫຼັກ ໂດຍບໍ່ໄດ້ຄໍານຶງເຖິງຜົນເສຍຫາຍທີ່ຈະຕາມມາ ເມື່ອເກີດມີຄວາມຜິດພາດ ຫຼື ຂັດຂ້ອງແບບກະທັນຫັນ, ອຸບັດຕິເຫດກໍຈະຕາມມາ ເຊິ່ງມັນໄດ້ພາໃຫ້ເກີດຄວາມເສຍຫາຍ ເປັນຕົ້ນແມ່ນພາຫະນະເປ່ເພ, ເສຍຊັບສິນ ແລະ ຮ້າຍແຮງກວ່ານັ້ນອາດເສຍຊີວິດໄດ້.

ບັນຫາການເກີດອຸບັດຕິເຫດໃນປັດຈຸບັນ ແມ່ນເກີດຂຶ້ນຫຼາຍຍ້ອນຄວາມປະໝາດໃນການໃຊ້ລົດ-ໃຊ້ຖະໜົນຂອງຜູ້ຂັບຂີ່ ເປັນຕົ້ນແມ່ນ ເມົາແລ້ວຂັບ, ບໍ່ມີໃບອະນຸຍາດຂັບຂີ່, ກະສຽນອາຍຸບໍ່ເຖິງ, ຂັບລົດໄວເກີນກໍານົດ, ບໍ່ປ່ອຍສິດເຊິ່ງກັນແລະກັນ, ລ່ວງໄຟອໍານາດ, ແຊງທາງໂຄ້ງ-ແຊງບໍ່ຮັບປະກັນ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງນັກຂັບຂີ່ໃຫ້ມີຄວາມລະມັດລະວັງ ແລະ ຕ້ອງໃສ່ໝວກກັນກະທົບທຸກຄັ້ງໃນເວລາຂີ່ຍານພາຫະນະ ເພື່ອຫຼີກ ລ່ຽງການເກີດອຸບັດຕິເຫດ ແລະ ຜົນເສຍຫາຍທີ່ຈະຕາມມາ.

ພັຕ ນາງ ລັງ ໄຊມີວົງ ຮອງຫົວໜ້າພະແນກກວດກາ ແລະ ຄວມຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງ ໃຫ້ຮູ້ວ່າ:

ຢາເສບຕິດເກືອດຫ້າມມີຜົນຮ້າຍອັນຕະລາຍຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ, ເຮັດໃຫ້ບົດບາດກຽດສັກສີ ແລະ ອະນາຄົດຂອງຕົນຕົກຕ່ຳ, ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ, ໃຊ້ຄວາມຮຸນແຮງທໍາລາຍຊີວິດຂອງຕົນເອງ ແລະ ຜູ້ອື່ນໆ. ເຊິ່ງບຸກຄົນໃດຜະລິດ, ປຸງແຕ່ງ, ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າສົ່ງອອກ, ຂົນສົ່ງ, ນໍາຜ່ານ ສປປ ລາວ ຈະຖືກດໍາເນີນຄະດີ ແລະ ລົງໂທດຕາມກົດໝາຍ.

ຜົນຮ້າຍຕໍ່ຄອບຄົວ ແລະ ຜູ້ຕິດຢາເສບຕິດ ຈະເຮັດໃຫ້ຄອບຄົວເກີດມີຄວາມວຸ້ນວາຍ, ແຕກແຍກເສຍຊື່ສຽງຄອບຄົວ ແລະ ວົງຕະກຸນ, ທໍາລາຍສຸຂະພາບ, ຊີວິດ ແລະ ຊັບສິນ. ຜົນຮ້າຍຕໍ່ສັງຄົມ ຜູ້ຕິດຢາເສບຕິດກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ ແລະ ອາຊະຍາກໍາທໍາລາຍ ແລະ ຂົ່ມຂູ່ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຜົນຮ້າຍຕໍ່ປະເທດຊາດ ເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດຕໍ່ປາຊາຊົນ ເປັນຕົ້ນແມ່ນ ຊາວໜຸ່ມ, ເຍົາວະຊົນທີ່ເປັນອະນາຄົດຂອງຊາດ, ຜູ້ຕິດຢາເສບຕິດບໍ່ສາມາດປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບໍ່ສາມາດເປັນກໍາລັງແຮງໃນການສ້າງສາພັດທະນາປະເທດຊາດໄດ້.