ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມມະຕິ 4 ຂອງສະພາແຫ່ງຊາດ, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນທີ່ກ່ຽວຂ້ອງ ເພື່ອໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ ເຂົ້າໃຈການຊີ້ນຳ- ນຳພາສ້າງແຜນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງວາລະແຫ່ງຊາດ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ຂອງຕົນທີ່ໄດ້ກຳນົດໃນວາລະ ແຫ່ງຊາດໃຫ້ປະກົດຜົນເປັນຈິງ.

ພັທ ຄຳຮຸ່ງ ອາລຸນສັກ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຄຳມ່ວນ ວ່າ: ເພື່ອຜັນຂະຫຍາຍເນື້ອໃນວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຂອງລັດຖະບານເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ຮັບປະກັນຄຸນນະພາບໃນການເຄື່ອນໄຫວປະຕິບັດໜ້າທີ່ໃຫ້ມີ ແບບແຜນວິທີເຮັດວຽກທີ່ແທດເໝາະກັບຕົວຈິງ ເພື່ອເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ເຊື່ອມຊຶມບັນດາເອ ກະສານຕ່າງໆ ທີ່ຕິດພັນກັບວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອຍົກສູງຄວາມຮັບຮູ້, ເຂົ້າໃຈ, ຄວາມເປັນເອກະພາບທາງ ດ້ານທັດສະນະ ແລະ ຄວາມຮັບ ຜິດຊອບໃນການນຳພາ-ຊີ້ນຳຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກຳລັງປ້ອງກັນຄວາມສະ ຫງົບໃນການປະຕິ ບັດ ຕົວຈິງ, ພ້ອມທັງຊີ້ນຳ-ນຳ ພາບັນຊາວຽກງານວິຊາສະເພາະໃຫ້ເຄື່ອນໄຫວ ຕາມພາລະບົດບາດ, ສິດໜ້າທີ່ຂອງກຳລັງປ້ອງ ກັນຄວາມສະຫງົບ ໂດຍສະເພາະແມ່ນການສຶກສາອົບຮົມວຽກງານການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນຄວາມຮັບຜິດຊອບຂອງຕົນໃຫ້ມີແນວຄິດ ອຸ່ນອ່ຽນ, ທຸ່ນທ່ຽງ, ຮູ້ ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ ແລະ ປະສານສົມທົບດ້ານວຽກງານວິຊາສະເພາະກັບບັນ ດາປະເທດທີ່ມີຊາຍແດນຕິດ ຈອດລະຫວ່າງ ແຂວງກັບແຂວງ ເປັນຕົ້ນເເມ່ນປະເທດ ສສ ຫວຽດນາມ ແລະ ລາຊາອານະຈັກໄທ ເພື່ອເຮັດ ໃຫ້ການດຳເນີນຄະດີມີຄວາມສະດວກ ວ່ອງໄວ ແລະ ດີຂຶ້ນກວ່າເກົ່າ ສາມາດທັບມ້າງຕໍ່ເລ່ລ່ຽມ ກົນອຸບາຍຂອງພວກເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ໂດຍສະເພາະແມ່ນບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຜ່ານການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະ ຜ່ານມາ, ປກສ ແຂວງ ໄດ້ດໍາເນີນການເຄື່ອນ ໄຫວແກ້ໄຂບັນຫາຢາເສບຕິດ ສາມາດມ້າງລາຍຄະດີ ຢາເສບຕິດໄດ້ສຳເລັດ 60 ເລື່ອງ, ຜູ້ຖືກ ຫາ 90 ຄົນ, ໃນນັ້ນຄະດີທີ່ສົ່ງມາຈາກບັນດາ ປກສ ເມືອງມີ 44 ເລື່ອງ, ໄດ້ຢຶດຂອງກາງຢາບ້າ 2.848.319 ເມັດ, ກັນຊາ 68 ເປົາ ເທົ່າກັບ 163 ແທ່ງ, ມີນໍ້າໜັກ 3 ໂຕ່ນກັບ 80 ກິໂລ, ຢາໄອສ໌ 3,35 ກຼາມ, ພາຫະນະລົດໃຫຍ່ ຈຳນວນ 10 ຄັນ, ລົດຈັກ 10 ຄັນ,ໂທລະສັບມືຖື 58 ເຄື່ອງ, ເງິນກີບ 15.016.000 ກີບ, ເງິນບາດ 6.600 ບາດ, ແຫວນຄຳ 1 ວົງ, ປືນແຫວ່ງ 2 ກະບອກ, ປືນສັ້ນ 1 ກະບອກ ແລະ ລູກປືນແຫວ່ງ 29 ລູກ.

ໄປຄຽງຄູ່ກັນນີ້, ກໍໄດ້ເອົາໃຈໃສ່ສ້າງຄວາມຮັບຮູ້ໃຫ້ທົ່ວສັງຄົມ ກໍຄືພໍ່-ແມ່ປະຊາຊົນໃນ ພາຍໃນແຂວງໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ປຸກລະ ດົມ, ຂົນຂວາຍທຸກກໍາລັງແຮງເຂົ້າໃນການແກ້ໄຂບັນຫາຢາເສບຕິດທີ່ລະບາດເປັນ ວົງກວ້າງ ແລະ ຮຸນແຮງໃຫ້ຫຼຸດລົງດ້ວຍການສຶກ ສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ສຶກສາອົບຮົມ ກຸ່ມສ່ຽງ, ກຸ່ມເປົ້າໝາຍຮອດຂັ້ນບ້ານ, ລົງໂຄສະ ນາເຜີຍແຜ່ ຢູ່ບັນດາສຳນັກງານ-ອົງການ, ສະຖາ ບັນການສຶກສາ, ສະຖາບັນຄອບຄົວ ແລະ ອື່ນໆ ໃຫ້ທົ່ວເຖິງ, ເພື່ອສ້າງໃຫ້ສັງຄົມມີຄວາມສະ ຫງົບ, ມີ ຄວາມ ເປັນລະບຽບຮຽບຮ້ອຍ-ປອດໄພ, ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ກ້າວໄປສູ່ ສັງຄົມລາວປອດ ຢາເສບຕິດຕາມຄາດໝາຍທີ່ ວາງໄວ້.