2022 ໄດ້ຈັດຂຶ້ນໃນວັນທີ 20-21 ມັງກອນ 2022, ພາຍໃຕ້ການ ເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ແຂກຮັບເຊີນເຂົ້າຮ່ວມ.

ການດຳເນີນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ 2022 ແມ່ນປະຕິ ບັດຕາມລະບຽບການ ແລະ ກົນໄກການເຮັດວຽກ ກໍຄື ແຜນດຳເນີນງານຂອງລັດຖະບານ ໃນການຄົ້ນຄວ້າ-ປຶກສາຫາລື ຕໍ່ວຽກງານສໍາຄັນຕ່າງໆຢ່າງກົງ-ໄປກົງມາ. ພ້ອມກັບການສະເໜີບົດລາຍງານສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ແລະ ລາຍງານຂໍ້ຫຍຸ້ງ ຍາກກ່ຽວກັບການດຳເນີນທຸລະກິດຢູ່ປະເທດເຮົາ; ບົດລາຍງານການກະກຽມຄວາມ ພ້ອມໃຫ້ແກ່ກອງປະຊຸມທົ່ວປະເທດ ເພື່ອສ້າງຂະບວນການຮັກ ຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ, ຄົ້ນຄວ້າມາດຖານ, ເງື່ອນໄຂການຍ້ອງຍໍຄືນໃໝ່ ບົດລາຍງານຜົນສໍາເລັດກອງປະຊຸມ ຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ປະຈໍາປີ 2022 ແລະ ສະເໜີທິດຜັນ ຂະຫຍາຍຜົນກອງປະຊຸມດັ່ງກ່າວ; ສະເໜີຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ; ຮ່າງດຳລັດ ວ່າດ້ວຍເຂດສະຫງວນທາງຫຼວງ; ຮ່າງວິໄສທັດຮອດປີ 2035 ຍຸດທະສາດພັດທະນາວຽກງານນໍ້າປະປາ ແລະ ສຸຂາພິບານໄລຍະ 9 ປີ ( 2022-2030) ແລະ ແຜນ ພັດທະນາໄລຍະ 4 ປີ (2022- 2025); ຮ່າງດຳລັດ ວ່າດ້ວຍການຂ້າສັດ, ທໍາລາຍຊາກສັດ ແລະ ຊົດເຊີຍ; ຮ່າງນະໂນບາຍການສົ່ງເສີມການລ້ຽງສັດຕ່າງໆລວມທັງ ສັດນໍ້າ.

ໃນກອງປະຊຸມ, ທ່ານ ພັນຄໍາ ວິພາວັນ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ດ້ວຍຄວາມຮັບ ຜິດຊອບສູງ, ຮັກສາເວລາ ແລະ ປະກອບຄໍາເຫັນຢ່າງກົງໄປ-ກົງມາ, ກະທັດຮັດ, ມີຈຸດສຸມ, ສະເໜີທາງອອກວິທີແກ້ໄຂທີ່ຈະແຈ້ງ ແລະ ສາມາດ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ນອກນັ້ນ, ໃນຕອນທ້າຍກອງປະຊຸມ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ມອບກະຕ່າດອກ ໄມ້ເພື່ອ ອວຍພອນ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີລັດຖະມົນຕີກະຊວງ ປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73.