ຫ້ອງວ່າການກະຊວງ ປກສ ໄດ້ຈັດພິທີປະກາດການແຕ່ງຕັ້ງຂັ້ນຮອງຫົວໜ້າກົມໃຫ້ນາຍຕໍາຫຼວດ, ໃນວັນທີ 21 ມັງກອນ 2022 ເປັນປະທານ ໂດຍ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະ ນະຫ້ອງວ່າການ, ຫົວໜ້າ-ຮອງກົມ, ຫ້ອງ ແລະ ພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ.

ພັອ ສີວັນທາ ເພຍສະຂາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ເລກທີ 44/ປກສ ລົງວັນທີ 18 ມັງກອນ 2022 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບຫ້ອງວ່າການກະຊວງ ປກສ; ໃນນີ້, ລັດຖະມົນຕີກະຊວງ ປກສ ຕົກລົງ ແຕ່ງຕັ້ງ ພັທ ພູລັດສະໝີ ສີຫາວົງ ເປັນຮອງຫົວໜ້າຫ້ອງການເມືອງ, ພັທ ພົມມາຂຸນປັນຍາ ເປັນຮອງຫົວໜ້າກົມຄຸ້ມຄອງເອກະສານ, ພັທ ບົວລີ ໄຊຍະວົງ ເປັນຮອງຫົວໜ້າກົມພົວພັນຕ່າງປະເທດ, ພັຕ ບຸນເຫຼືອ ຄໍາປະດິດ ເປັນຮອງຫົວໜ້າກົມເສນາທິການ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ພົຕ ສົມວັນ ສາຍລ້ອງພາ ກ່າວວ່າ: ການປະກາດແຕ່ງຕັ້ງແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຮຽກຮ້ອງໃຫ້ບັນ ດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ, ສາມາດຕອບສະໜອງວຽກງານທີ່ພັກ-ລັດ, ການຈັດຕັ້ງ ແລະ ປະຊາ ຊົນມອບໝາຍໃຫ້ມີຜົນສຳເລັດ.