ບໍລິສັດ ວິສາຫະກິດ ໄປສະນີລາວ ຈັດກອງປະຊຸມເຜີຍແຜ່ຄໍາ ແນະນໍາຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ສະບັບ ເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021, ໃນວັນທີ 20 ມັງກອນ 2022, ມີທ່ານ ປອ ພູ ຫວິນ ຟອງສະໝຸດ ຜູ້ອຳນວຍການໃຫ່ຍ ບໍລິສັດ ລັດວິສາຫະກິດ ໄປສະນີລາວ, ມີຕາງໜ້າບໍລິສັດ, ບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນ ໂລຊີ ແລະ ການສື່ສານ ເຜີຍແຜ່ໃຫ້ຮູ້ວ່າ: ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ປະກອບມີບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນ: ໝວດ, ມາດຕາທີ່ເພີ່ມຈາກກົດລະບຽບພັກສະໄໝທີ X, ການກຳເນີດຂອງພັກປະຊາຊົນ ປະຕິວັດລາວ, ຈຸດປະສົງຂອງພັກ, ເງື່ອນໄຂການເຂົ້າພັກປະຊາຊົນ ປະຕິວັດລາວ, 5 ຫຼັກການ 3 ທິດນຳຂອງພັກໃນການປັບປຸງກໍ່ສ້າງ ຕົນເອງຂອງພັກ, ສາຍໄຍການຈັດ ຕັ້ງພັກ ແລະ ເນື້ອໃນທີ່ສຳຄັນໃນ ກົດລະບຽບພັກ, ພ້ອມທັງເຜີຍ ແຜ່ບົດແນະນໍາຂອງຄະນະກວດກາສູນກາງພັກ ວ່າດ້ວຍການຈັດ ຕັ້ງປະຕິບັດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ກ່ຽວ ກັບການຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນສະ ບັບເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021, ວັນຊາດທີ 2 ທັນວາ ຄົບຮອບ 46 ປີ (2 ທັນວາ 1975-2 ທັນວາ 2021), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ແລະ ຜົນສຳເລັດການກໍ່ສ້າງທາງລົດໄຟລາວ-ຈີນ.

ທັງນີ້, ກໍເພື່ອເຮັດໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ເຊື່ອມຊຶມກຳແໜ້ນບັນດາເນື້ອໃນຄຳແນະນຳ, ກົດລະ ບຽບ-ຫຼັກການ, ການ ເຄົາລົບ, ປະຕິບັດລະບຽບ ແລະ ຜັນຂະຫຍາຍກົດລະບຽບພັກໃຫ້ຈະແຈ້ງ, ເຂົ້າໃຈງ່າຍ, ກຳແໜ້ນ, ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດທົ່ວເຖິງ.