ຫ້ອງວ່າການກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນໍາພາ-ບັນຊາ ຂັ້ນກະຊວງຄຸ້ມຄອງຂອງຫ້ອງວ່າການ ກະຊວງ ປກສ ໃນວັນທີ 24 ມັງ ກອນ 2022 ເປັນປະທານຂອງ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປກສ, ມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຫົວໜ້າຄະນະຮັບຜິດຊອບລົງຊຸກຍູ້, ຕິດຕາມກອງປະຊຸມສ້າງແຜນກໍານົດພະນັກງານນໍາ-ບັນຊາຂັ້ນກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງ, ມີຄະນະພັກ-ຄະນະບັນ ຊາຫ້ອງວ່າການ, ຫົວໜ້າ-ຮອງກົມ, ຫ້ອງ ແລະ ຫົວໜ້າພະແນກເຂົ້າຮ່ວມ.

ພົຕ ສົມວັນ ສາຍລ້ອງພາ ກ່າວວ່າ: ແຜນກໍານົດພະນັກງານແມ່ນຂະບວນວິວັດແຫ່ງການສ້າງພະນັກງານຫຼັກແຫຼ່ງທັງໃນປັດຈຸບັນ ແລະ ອະນາຄົດ, ເນື້ອແທ້ຂອງການສ້າງແຜນກຳນົດພະນັກງານແມ່ນ ເພື່ອບໍາລຸງ-ກໍ່ສ້າງ, ຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້ຄວາມສາມາດ, ຄົບມາດຖານ-ເງື່ອນໄຂຕຳແໜ່ງງານຂັ້ນນຳພາ-ບັນຊາ ຕາມເປົ້າໝາຍຜ່ານໄລຍະເວລາຍາວ; ດັ່ງນັ້ນ, ວຽກສ້າງ ແຜນກຳນົດພະນັກງານຈຶ່ງເປັນໜ້າທີ່ຄວາມຮັບຜິດ ຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ, ສາມາດເວົ້າໄດ້ວ່າ: ວຽກງານພະນັກງານມີບົດບາດສຳຄັນ ແລະ ເປັນປັດໃຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງ, ເຊິ່ງລວມໄປເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບປະຊາທິປະໄຕທີ່ພັກປະຊາຊົນປະຕິວັດລາວ ເປັນຜູ້ນຳພາຈັດຕັ້ງ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ.

ສຳລັບການສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກະຊວງຄຸ້ມຄອງຂອງຫ້ອງວ່າການ ກະຊວງ ປກສ ໃນຄັ້ງນີ້, ຈະໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ບັນດາອະນຸກຳມະການຊ່ວຍວຽກ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆບົນພື້ນຖານຫຼັກການປະສານສົມທົບກັບກົມ ຈັດຕັ້ງພະນັກງານກົມໃຫຍ່ການເມືອງ ປກສ ແນໃສ່ເຮັດໃຫ້ກອງປະຊຸມສ້າງແຜນກໍານົດພະນັກງານຄັ້ງນີ້ດໍາເນີນໄປຖືກຕ້ອງຕາມທິດຊີ້ນຳ, ຄາດ ໝາຍ ແລະ ຮັບປະກັນດ້ານເນື້ອໃນທີ່ໄດ້ກຳນົດໃນມະຕິເລກທີ 38, 39 ຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ແລະ ຄໍາແນະນໍາຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເລກທີ 3543/ກມປສ ລົງວັນທີ 9 ພະຈິກ 2018, ກອງປະຊຸມ, ແມ່ນຈະໄດ້ຈັດຕັ້ງປ່ອນບັດທາບທາມ 3 ຮອບ ແລະ ຈະໄດ້ດໍາເນີນໄປເປັນເວລາ 2 ວັນ 24-25 ມັງກອນ 2022 ຈຶ່ງສໍາເລັດ.