ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບຮອບດ້ານ ແລະ ວຽກງານກໍ່ສ້າງຮາກຖານ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ໃນວັນທີ 20 ມັງກອນ 2022, ໂດຍການເປັນປະທານຂອງ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະ ພັທ ອຸບົນ ຈຸນລະມະນີ ຮອງຫົວໜ້າ ປກສ ນວ ພ້ອມດ້ວຍຫົວໜ້າພະແນກ, ຫ້ອງການ, ພະນັກງານ-ນັກຮົມ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ກ່າວວ່າ: ໄລຍະຜ່ານມາ, ໄດ້ເອົາໃຈໃສ່ນໍາພາບັນດາສະມາຊິກຈັດຕັ້ງປະຕິ ບັດວຽກງານວິຊາສະເພາະຕາມຂອບເຂດຄວາມຮັບຜິດຊອບສູງ ໂດຍສະເພາະທາງດ້ານວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເພື່ອຕິດຕາມ-ເກັບກໍາສະຖິຕິ, ຂຶ້ນບັນຊີຄຸ້ມຄອງບັນດາບຸກຄົນ ຫຼື ນິຕິບຸກຄົນທີ່ເຄື່ອນໄຫວພາຍໃນເມືອງຢ່າງເປັນປົກກະ ຕິ; ຄຽງຄູ່ກັບການຜັນຂະຫຍາຍ ຄໍາສັ່ງເລກທີ 1470/ປກສ ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຂໍ້ຕົກ ລົງວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ , ຊານເມືອງ ແລະ ແຜນງານ 7 ຫຼຸດຂອງອົງການປົກຄອງນະຄອນຫຼວງວຽງຈັນ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ຜ່ານການຈັດຕັ້ງປະຕິບັດສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາຊະຍາກໍາ; ເຊິ່ງໃນ 1 ປີຜ່ານມາ, ມີຄະດີອາຍາເກີດຂຶ້ນທັງໝົດ 286 ເລື່ອງ; ເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ສາມາດແກ້ໄຂໄດ້ 262 ເລື່ອງ, ກັກຕົວຜູ້ຖືກຫາມາດໍາເນີນຄະດີໄດ້ 326 ຄົນ ຍິງ 32 ຄົນ ທຽບໃສ່ປີຜ່ານມາຄະດີເພີ່ມຂຶ້ນ 39 ເລື່ອງ; ໃນນີ້, ຄະດີລັກຊັບພົນ ລະເມືອງ 192 ເລື່ອງ, ປຸ້ນຊັບພົນ ລະເມືອງ 2 ເລື່ອງ, ຊິງຊັບ 3 ເລື່ອງ, ຄາດຕະກໍາ 1 ເລື່ອງ, ຍັກຍອກ-ສໍ້ໂກງຊັບ 20 ເລື່ອງ, ທໍາລາຍຊັບ 11 ເລື່ອງ, ທໍາຮ້າຍຮ່າງກາຍ 21 ເລື່ອງ, ຊື້-ຂາຍຊັບຜິດກົດໝາຍ 3 ເລື່ອງ, ມີອາວຸດເສິກໄວ້ໃນຄອບຄອງ 3 ເລື່ອງ ແລະ ຄະດີອື່ນໆເສຍຫາຍມີເງິນ 2.505 ລ້ານກວ່າກີບ, ຄໍາຮູບປະພັນ 13 ບາດ, ລົດ ຈັກ 183 ຄັນ, ໂທລະສັບ 26 ໜ່ວຍ, ໂທລະທັດ 16 ໜ່ວຍ, ຕູ້ເຊັບ 1 ໜ່ວຍ, ສາຍແອວທອງ ນາກ 10 ບາດ, ສາຍແອວເງິນ 30 ບາດ, ປືນສັ້ນ 12 ກະບອກ ພ້ອມ ລູກ 96 ລູກ, ສາຍໄຟຟ້າ 8 ເສັ້ນ, ໝໍ້ແປງໄຟຟ້າ 1 ໜ່ວຍ, ໝໍ້ໄຟລົດ ໃຫຍ່ 7 ໜ່ວຍ, ໃບຕາດິນ 8 ໃບ, ທະບຽນວິສາຫະກິດ 1 ຊຸດ ແລະ ວັດຖຸມີຄ່າອື່ນໆ. ເຈົ້າໜ້າທີ່ສາມາດເກັບກູ້ ແລະ ຢຶດຂອງກາງໄດ້ຄື: ລົດຈັກ 48 ຄັນ, ເງິນ 2.537 ລ້ານກວ່າກີບ, ຄໍາຮູບປະພັນ 39 ບາດ, ປືນສັ້ນ 7 ກະບອກ ພ້ອມ ລູກປືນ 102 ລູກ, ໃບຕາດິນ 8 ໃບ, ທະບຽນວິສາຫະກິດ 1 ຊຸດ, ໂທລະສັບ 26 ໜ່ວຍ ແລະ ຄອມພິວເຕີ 2 ໜ່ວຍ.

ວຽກງານສະກັດກັ້ນ, ປາບປາມການຜະລິດ, ການຄ້າ ແລະ ນໍາໃຊ້ຢາເສບຕິດ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສຸມໃສ່ເຄື່ອນໄຫວສະກັດກັ້ນ ແລະ ຕິດຕາມ ເປົ້າໝາຍຊື້-ຂາຍ ແລະ ຂົນສົ່ງຢາເສບຕິດ ສາມາດແກ້ໄຂໄດ້ 247 ເລື່ອງ ກັກຕົວຜູ້ຖືກຫາມາດໍາເນີນຄະດີໄດ້ 388 ຄົນ ຍິງ 32 ຄົນ ແລະ ແກ້ໄຂຈຸດມົ້ວສຸມເສບຢາເສບຕິດ 95 ເລື່ອງ ກັກຕົວຜູ້ກະທໍາຜິດໄດ້ 173 ຄົນ ຍິງ 39 ຄົນ; ໃນນັ້ນ, ຢຶດຂອງກາງໄດ້ຢາບ້າ 1.292.834 ເມັດ, ຢາໄອສ໌ 61,7 ກຼາມ, ເຮໂລອິນ 387 ກຼາມ, ປືນ ສັ້ນ 2 ກະບອກ, ລົດໃຫຍ່ 4 ຄັນ, ລົດຈັກ 29 ຄັນ ແລະ ອຸປະກອນ ການເສບຈໍານວນໜຶ່ງ.

ຈາກສະພາບການດັ່ງກ່າວ, ຈະສືບຕໍ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງ, ຍົກສູງສະຕິທາງດ້ານການເມືອງແນວຄິດໃຫ້ເຂັ້ມແຂງ ແລະ ການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມຕ້ອງມີຄວາມຮັບປະກັນທາງດ້ານການເມືອງ, ກົດໝາຍ ແລະ ວິຊາສະເພາະ; ເພີ່ມທະວີສະກັດກັ້ນ ແລະ ປາບປາມຢາເສບຕິດ ໂດຍການຈັດຕັ້ງເຄື່ອນໄຫວໂຄສະນາ, ສົມທົບກັບອົງການປົກຄອງບ້ານ ແລະ ກໍານົດເອົາພື້ນທີ່ຮາກຖານບ້ານເປັນບ່ອນຈັດຕັ້ງແຜນການຕົວຈິງ. ທັງນີ້, ກໍເພື່ອເຮັດໃຫ້ການເກີດສະພາບການຫຍໍ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເປັນກ້າວໆ.