ປັດຈຸບັນການຊື້-ຂາຍລົດມືສອງ ແມ່ນກຳລັງເປັນທີ່ນິຍົມ ເພາະລາຄາລົດມືສອງກັບລົດມືໜຶ່ງມີລາຄາຫຼຸດລື່ນ ແລະ ແຕກໂຕນກັນຫຼາຍ ຈຶ່ງເຮັດໃຫ້ການຊື້-ຂາຍລົດມືສອງຢູ່ໃນປະເທດເຮົາມີຄວາມຄຶກຄື່ນ ແລະ ຂາຍດີ, ແຕ່ບັນຫາການຊື້ລົດມືສອງໃນທຸກມື້ນີ້ ແມ່ນມີຄວາມສ່ຽງສູງທີ່ຈະຖືກລົດເຖື່ອນ (ໜັງສືລົດບໍ່ຢູ່ໃນກົງໂຕນຂອງໂຍທາ) ຫຼື ຖືລົດທີ່ໂຈນລັກມາແລ້ວຂາຍຕໍ່ໃຫ້ ຫຼື ຖືກລົດທີ່ນໍາໄປຈໍານໍາແລ້ວຖືກກຸ່ມຄົນບໍ່ດີຕົວະຍົວະໃຫ້ຊື້ ໂດຍຜູ້ຊື້ມີພຽງແຕ່ເອກະສານບາງສ່ວນທີ່ຍັ້ງຢືນຕົວຕົນລົດເທົ່ານັ້ນ, ຖ້າຫາກບັນດາທ່ານບໍ່ມີການຮຽນຮູ້ກ່ຽວກັບການຊື້-ຂາຍ ຫຼື ບໍ່ມີວິທີກວດເຊັກຫາທີ່ໄປ-ທີ່ມາຂອງລົດ ທ່ານອາດຈະຖືກຫຼອກໃຫ້ຊື້ຂອງໂຈນໄດ້ແບບງ່າຍດາຍ.

ຫວ່າງບໍ່ດົນມານີ້, ໄດ້ມີຫຼາຍເຫດການທີ່ເປັນຄະດີເກີດຂຶ້ນ ໂດຍສະເພາະແມ່ນ ຄະດີໂຈນລັກລົດແລ້ວນໍາໄປຂາຍໃຫ້ຜູ້ທີ່ຕ້ອງການຊື້, ເຊິ່ງເຫດການດັ່ງກ່າວນີ້ ແມ່ນເກີດຂຶ້ນຢູ່ເກືອບທຸກແຂວງໃນປະເທດເຮົາ ແລະ ໃນວັນທີ 18 ທັນວາ 2021, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດມ້າງຄະດີຍັກຍອກຊັບ, ສໍ້ໂກງຊັບປະເພດລົດໃຫຍ່ ຈໍານວນ 40 ຄັນ, ຈັບຜູ້ຖືກຫາໄດ້ 1 ຄົນ ຊື່ ທ້າວ ທົງໄຊ ຫຼື ເບີດ ອາຍຸ 35 ປີ, ຄ້າ-ຂາຍຢູ່ບ້ານທ່ານາ ເມືອງຫາດຊາຍຟອງ.

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວສາລະພາບວ່າ: ໄດ້ເຄື່ອນໄຫວກໍ່ເຫດຍັກຍອກ, ສໍ້ໂກງລົດໃຫຍ່ແທ້ ເລີ່ມຕັ້ງແຕ່ເດືອນມີນາ 2021 ເປັນຕົ້ນມາ, ໂດຍໄດ້ໃຊ້ຮູບການໂຄສະນາຜ່ານທາງສື່ສັງຄົມອອນລາຍວ່າຮັບເຊົ່າ ແລະ ຮັບຊວດຈຳລົດໃຫຍ່ ໂດຍໃຫ້ຄ່າເຊົ່າລາຄາສູງ, ເມື່ອໄດ້ລົດມາແລ້ວ ກໍ ໄດ້ປອມແປງເອກະສານລົດແລ້ວນຳໄປຂາຍຕໍ່.

ການເຄື່ອນໄຫວຊອກເຊົ່າ ແລະ ຂາຍລົດ ແມ່ນຮ່ວມກັບໝູ່ຊື່ ທ້າວ ລໍາເລີ ອາຍຸ 32 ປີ ຄ້າ-ຂາຍຢູ່ບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ນາງ ຈັນໄດ ອາຍຸ 31 ປີ ຢູ່ບ້ານທາງໂຄ້ງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທັງສອງແມ່ນຜົວເມຍກັນ; ປັດຈຸບັນ, ມີຜູ້ເສຍຫາຍເຂົ້າມາແຈ້ງຄວາມນໍາເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ແລ້ວຈຳນວນ 21 ຄົນ, ຜົນເສຍຫາຍເປັນປະເພດລົດໃຫຍ່ ຈຳນວນ 40 ຄັນ; ໃນນີ້, ມີລົດກະບະໂຕໂຢຕ້າ 26 ຄັນ, ລົດເກັງໂຕໂຢຕ້າ 5 ຄັນ, ກະບະຟອດແຣນເຈີ 3 ຄັນ  ແລະ ກະບະນິດສັນ 3 ຄັນ, ລົດເກັງຮຸນໄດ 2 ຄັັນ, ລົດເກັງເກຍ 1 ຄັນ ແລະ ກະບະຮຸນໄດ 1 ຄັນ, ເຈົ້າໜ້າທີ່ສາມາດເກັບກູ້ມາໄດ້ແລ້ວ ຈຳນວນ 24 ຄັນ.

ຜ່ານມາ, ຍັງມີຫຼາຍຄົນຊື້ລົດມືສອງໄປແລ້ວ ບາງຄົນກໍໄດ້ແຕ່ເອກະສານກ໋ອບປີ້ ແລະ ໃບຢັ້ງຢືນການຊື້-ຂາຍເທົ່ານັ້ນ, ບາງຄົນກໍມີພຽງແຕ່ປື້ມຕິດຕາມກວດກາເຕັກນິກລົດ, ໜັງສືລົດກ໋ອບປີ້ ແລະ ໃບຢັ້ງຢືນຊື້-ຂາຍລົດຈາກນາຍບ້ານ ໂດຍທີ່ໃບຢັ້ງຢືນດັ່ງກ່າວນັ້ນບໍ່ກົງກັນກັບໜັງສືລົດ; ນອກນີ້, ບາງຄົນຊື້ລົດໄປກໍໄດ້ພຽງແຕ່ເອກະສານກ໋ອບປີ້ເທົ່ານັ້ນກໍຍັງຊື້. ສະນັ້ນ, ຫາກບັນດາທ່ານຊື້ໄປ ທ່ານອາດຂີ່ໄດ້ບໍ່ດົນ ອາດຖືກເຈົ້າໜ້າທີ່ຢຶດໄປ ເພາະລົດທີ່ທ່ານຊື້ໄປໃນລັກດສະນະດັ່ງກ່າວອາດແມ່ນລົດເຖື່ອນ, ລົດທີ່ບຸກຄົນເອົາໄປຊວດຈໍາ, ລົດທີ່ກຸ່ມຄົນບໍ່ດີເຊົ່າມາ ຫຼື ລົດທີ່ໂຈນລັກມາແລ້ວນໍາໄປຂາຍໃຫ້ໃນລາຄາທີ່ຖືກກວ່າຮ້ານຂາຍລົດ.

ຢ່າງໄດກໍຕາມ, ຫາກທ່ານບໍ່ຢາກຖືກຫຼອກໃຫ້ຊື້ລົດທີ່ບໍ່ຖືກຕ້ອງ ທ່ານຄວນມີການກວດກາເຊັກລົດກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ຫຼື ໂຍທາແຂວງ, ນະຄອນຫຼວງວຽງຈັນ ເພື່ອຍັ້ງຢືນຕົວເລກວ່າລົດດັ່ງກ່າວມີຢູ່ໃນກົງໂຕນຂອງໂຍທາແທ້ ຫຼື ບໍ່, ອອກຊື່ໃຜ, ລົດຢູ່ບ້ານໃດ  ແລະ ທີ່ສໍາຄັນ ເມື່ອທ່ານຈະຊື້ລົດຕ້ອງກວດເຊັກເອກະສານລົດ, ໃບຢັ້ງຢືນການຊື້-ຂາຍລົດວ່າຖືກຕ້ອງແທ້ ຫຼື ບໍ່ ແລະ ທ່ານບໍ່ຄວນຊື້ລົດທີ່ມີພຽງແຕ່ເອກະສານກ໋ອບປີ້ ຖ້າທ່ານຊື້ໄປທ່ານອາດຖືກຫຼອກໃຫ້ຊື້ລົດເຖື່ອນ, ລົດບໍ່ຖືກຕ້ອງທີ່ກຸ່ມຄົນບໍ່ດີລັກມາຂາຍໃຫ້ ເມື່ອກຸ່ມຄົນດັ່ງກ່າວຖືກຈັບໂຕໄດ້ກໍຊາວຫາລົດທີ່ລັກມານັ້ນກັບຄືນມາເປັນຂອງກາງໃນການດຳເນີນຄະດີ ແລະ ລົດທີ່ທ່ານຊື້ກໍຈະຖືກຢຶດ ໂດຍບໍ່ມີຂໍ້ຍົກເວັນ; ສະນັ້ນ, ທຸກທ່ານຄວນມີສະດີ, ກວດເຊັກໃຫ້ດີວ່າລົດຄັນດັ່ງກ່າວນັ້ນມາຈາກບ້ານໃດ ແລະ ທີ່ສໍາຄັນ ເອກະສານລົດກັບໃບຢັ້ງຢືນການຊື້-ຂາຍລົດ ຕ້ອງມາຈາກບ້ານນັ້ນ.