ໃນປີ 2021, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ກໍຄື ນະຄອນຫຼວງວຽງຈັນ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ ພ້ອມນີ້ຍັງສາມາດແກ້ໄຂຄະດີໄດ້ 1.651 ເລື່ອງ ກັກຕົວຜູ້ຖືກຫາ 2.166 ຄົນ.

ພັອ ພູພອນ ວົງພະໄຕ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບຮອບດ້ານ ແລະ ວຽກງານກໍ່ສ້າງຮາກຖານ-ການເມືອງ ປີ 2021 ແລະ ທິດທາງແຜນການປີ 2022 ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ ຮູ້ວ່າ:

ປີຜ່ານມາ, ປກສ ນວ ສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນ: ການແກ້ໄຂບັນຫາປະກົດການຫຍໍ້ໍທໍ້ຕ່າງໆໃນສັງຄົມ ໄດ້ທັງໝົດ 1.651 ເລື່ອງ, ຈາກຄະດີທີ່ເກີດຂຶ້ນທັງໝົດ 1.405 ເລື່ອງ (ຄະດີຄ້າງຜ່ານມາ 246 ເລື່ອງ ), ກັກຕົວຜູ້ຖືກຫາໄດ້ 2.1 66 ຄົນ ຍິງ 272 ຄົນ; ໃນນີ້, ມີຄົນຕ່າງປະເທດ 32 ຄົນ (ທຽບໃສ່ປີ 2020 ແມ່ນຫຼຸດລົງ 1.330 ເລື່ອງ), ສະພາບທີ່ພົ້ນເດັ່ນກວ່າໝູ່ແມ່ນ ບັນຫາລັກຊັບພົນລະເມືອງ ເກີດຂຶ້ນ 709 ເລື່ອງ (ລັກລົດຈັກ 586 ຄັນ), ການໂຈລະກໍາຂໍ້ມູນທາງອິນເຕີເນັດ 102 ເລື່ອງ, ຊື້-ຂາຍຊັບຜິດກົດໝາຍ 87 ເລື່ອງ, ສໍ້ໂກງຊັບ 72 ເລື່ອງ, ຊິງຊັບ 44 ເລື່ອງ, ປຸ້ນຊັບ 23 ເລື່ອງ, ທໍາຮ້າຍຮ່າງກາຍ 58 ເລື່ອງ, ຄາດຕະກໍາ 12  ເລື່ອງ, ມີອາວຸດເສິກໄວ້ຄອບຄອງ 50 ເລື່ອງ, ທໍາລາຍຊັບ 30 ເລື່ອງ (ທຸບແວ່ນລົດໃຫຍ່ 8 ເລື່ອງ).

ຜົນເສຍຫາຍທັງໝົດເປັນເງິນ 2.714 ລ້ານກວ່າກີບ, ຄຳຮູບປະພັນໜັກ 1 ກິໂລກຼາມ ກັບ 38 ບາດ, ສາຍແຂນເພັດ 2 ເສັ້ນ, ຄໍາຝຼັ່ງ 11 ບາດ, ເງິນຮູບປະພັນ 28 ບາດ, ສາຍແອວທອງນາກ 3 ເສັ້ນ, ລົດຈັກ 586 ຄັນ, ລົດໃຫຍ່ 5 ຄັນ, ລົດຖີບ 2 ຄັນ, ປືນສັ້ນ 7 ກະບອກ ພ້ອມລູກ 29 ລູກ, ຄອມພິວເຕີ 33 ໜ່ວຍ, ໂທລະສັບມືຖື 119 ໜ່ວຍ, ໂມງໃສ່ແຂນ 13 ໜ່ວຍ, ກ້ອງຖ່າຍຮູບ 3 ໜ່ວຍ, ໂທລະພາບ 13 ໜ່ວຍ, ພຣະ 22 ອົງ, ໄອແພັດ 6 ໜ່ວຍ, ຕູ້ເຊັບ 6 ໜ່ວຍ, ກ້ອງວົງຈອນປິດ 4 ໜ່ວຍ, ແອເຢັນ 18 ໜ່ວຍ, ບັດເຕີມໂທລະສັບມູນຄ່າໂທ ລວມມູນຄ່າ 24.230.000 ກີບ ແລະ ເຄື່ອງຂອງກາງອື່ນໆອີກຈໍານວນໜຶ່ງ. 

ສາມາດເກັບກູ້ຄືນໄດ້ມີ ຄຳຮູບປະພັນໜັກ 5 ບາດ, ເງິນ 554 ລ້ານກວ່າກີບ, ລົດຈັກ 255 ຄັນ, ລົດໃຫຍ່ 11 ຄັນ, ຄອມຟິວເຕີ 7 ໜ່ວຍ, ໂທລະສັບມືຖື 37 ໜ່ວຍ, ປືນສັ້ນ 29 ກະບອກ, ປືນສັ້ນດັດແປງ 5 ກະບອກ, ປືນຍາວ 2 ກະບອກ, ລູກປືນສັ້ນ 502 ລູກ, ລູກປືນຍາວ 54 ລູກ, ໝາກເເຕກ 2 ໜ່ວຍ ແລະອື່ນໆ.

ທິດທາງແຜນການໃນປີ 2022, ຄະນະພັກ-ຄະນະກອງບັນຊາການ ປກສ ນວ ຈະສືບຕໍ່ເອົາໃຈໃສ່ສ້າງກຳລັງ ປກສ ນວ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງດ້ານການຈັດຕັ້ງ ແລະ ເພີ່ມທະວີຄວາມສຳນິ-ຊໍານານໜ້າທີ່ວຽກງານວິຊາສະເພາະຫຼາຍຂຶ້ນກວ່າເກົ່າ, ເອົາໃຈ ໃສ່ຊີ້ນຳ-ນໍາພາກໍາລັໃນການເຮັດໜ້າທີ່ວຽກງານວິຊາສະເພາະ ຕາມພາລະບົດບາດຂອງຕົນ, ເປັນເຈົ້າການໃນການສ້າງບ້ານປອດຢາເສບຕິດ, ປອດຄະດີໃຫ້ໄດ້ຫຼາຍຂຶ້ນກວ່າເກົ່າ.

ເອົາໃຈໃສ່ປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ໃນ ນວ ໃຫ້ຫຼຸດລົງ ຄະນະພັກ-ຄະນະບັນຊາ ປກສ ນວ ຕ້ອງເປັນເຈົ້າການຊີ້ນໍາ-ນໍາພາ ແຕ່ລະໜ້າວຽກໃຫ້ມີຄວາມຮັດກຸມຫຼາຍຂຶ້ນກວ່າເກົ່າ, ມອບໃຫ້ພະນັກງານທີ່ເຮັດວຽກງານ ລົງກໍ່ສ້າງຮາກຖານເປັນເຈົ້າການໃກ້ຊິດຕິດແທດກັບປະຊາຊົນ ເຮັດວຽກງານສ້າງຕາໜ່າງຂ່າວໃຫ້ໄດ້ດີ, ເອົາໃຈໃສ່ປັບປຸງກໍາລັງ ປກສ ບ້ານ ເພື່ອຮັບປະກັນໃຫ້ນະຄອນຫຼວງວຽງຈັນ ມີຄວາມສະຫງົບໂດຍພື້ນຖານ.