ໃນວັນທີ 25 ມັງກອນ 2022, ສະພາປະຊາຊົນແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຊຸດທີ II ໂດຍການເປັນປະທານຂອງ ທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ, ເຈົ້າແຂວງຜົ້ງສາລີ; ມີການນໍາພັກ-ລັດຂັ້ນແຂວງ, ສະມາຊິກອົງການປົກຄອງແຂວງ, ອົງການຈັດຕັ້ງລັດທຽບເທົ່າ, ອົງການຈັດຕັ້ງການເມືອງ, ສານປະຊາຊົນແຂວງ, ອົງການໄອຍະການແຂວງ, ແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ, ອາດິດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 2, ອະດີດສະມາຊິກສະພາປະຊາຊົນແຂວງ ຊຸດທີ I, ຜູ້ຊົງຄຸນວຸດທິ, ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ, ກອງບັນຊາທະຫານແຂວງ, ກອງບັນຊາການຕໍາຫຼວດແຂວງ, ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 2 (ສສຊ ປະຈໍາເຂດເລືອກຕັ້ງ 2), ສະມາຊິກສະພາປະຊາຊົນແຂວງ ຊຸດທີ II (ສສຂ) ເຂົ້າຮ່ວມ.

ທ່ານ ນາງ ພອນສະຫວັນ ສັກຕິຄຸນ ເລຂາທິການສະພາປະຊາຊົນແຂວງ, ຫົວໜ້າກອງເລຂາກອງປະຊຸມໄດ້ຂຶ້ນຜ່ານມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ, ວ່າດ້ວຍການຮັບຮອງເອົາການສະເໜີຍົກຍ້າຍ ທ່ານ ບົວຫົງ ຄໍາຫາ ຫົວໜ້າຫ້ອງວ່າການແຂວງຜົ້ງສາລີ ໄປຮັບໜ້າທີ່ໃໝ່ຢູ່ກະຊວງກະສິກຳ ແລະ ປ່າໄມ້, ສະບັບເລກທີ 182/ຄປຈຂ, ລົງວັນທີ 11 ພະຈິກ 2021; ຜ່ານມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ, ວ່າດ້ວຍການຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ອູ່ຄໍາ ຕຸລາພັນ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ເປັນຫົວໜ້າຫ້ອງວ່າການແຂວງຜົ້ງສາລີ, ສະບັບເລກທີ 183/ຄປຈຂ, ລົງວັນທີ 11 ພະຈິກ 2021; ຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຍົກຍ້າຍສະມາຊິກສະພາແຫ່ງຊາດ ໄປຮັບໜ້າທີ່ໃໝ່ ສະບັບເລກທີ  233/ຄປຈ, ລົງວັນທີ 29 ກັນຍາ 2021; ມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງວ່າດ້ວຍການຍົກຍ້າຍສະມາຊິກສະພາປະຊາຊົນແຂວງມາປະຈໍາການຢູ່ສະພາປະຊາຊົນແຂວງສະບັບເລກທີ 208/ຄປຈຂ, ລົງວັນທີ 10 ທັນວາ 2021, ມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການສະ  ເໜີແຕ່ງຕັ້ງກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ສະບັບເລກທີ 209/ຄປຈຂ, ລົງວັນທີ 13 ທັນວາ 2021 ແລະ ມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການ ແຕ່ງຕັ້ງກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ສະບັບເລກທີ 210 /ຄປຈຂ, ລົງວັນທີ 13 ທັນວາ 2021;

ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງບົດໂອ້ລົມທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ພົ້ນເດັ່ນກ່ຽວ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍໍາປີ 2021 ແລະ ແຜນການ ປະຈໍາປີ 2022 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ນອກນັ້ນ,ທ່ານ ທອງສຸກ ເປົາສຸລິ ຫົວໜ້າພະແນກການ ແລະ ການລົງທຶນແຂວງ ຍັງໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍໍາປີ 2021 ແລະ ແຜນການ ປະຈໍາປີ 2022 ແລະ ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ  ທ່ານ ປອ ວັນໄຊ ສຸກສັນ ຫົວໜ້າພະແນກການເງິນແຂວງ ກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ນອກນັ້ນ, ຮັບຟັງທ່ານ ພັອ ຢືນວັນນະສຸກ ບຸດຕະນຸວົງ ຮອງຫົວໜ້າກອງບັນຊາການຕໍາຫຼວດແຂວງ ລາຍງານກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ການ​ແກ້​ໄຂປະ​ກົດ​ການ​ຫ​ຍໍ້​ທໍ້​ໃນ​ສັງ​ຄົມ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແລະ ໃນຕອນທ້າຍ, ທ່ານ ຄໍາເຫຼັກ ໃຈອີສານ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ລາຍງານກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ມາດຕະການການໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19.

ກອງປະຊຸມຈະໄດ້ສືບຕໍ່ຮັບການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງ, ພິຈາລະນາ, ຮັບຮອງເອົາບັນຫາສໍາພື້ນຖານຂອງທ້ອງຖິ່ນ ແລະ ຈະສໍາເລັດວັນທີ 27 ມັງກອນ 2022.

ພາບ-ຂ່າວ: ນາງ ສຸກສົມພອນ ແກ້ວແສງພະຈັນ.