ເພື່ອເປັນການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນວັນທີ 12 ມັງ ກອນ 2022, ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊສົມ ບູນສົມທົບກັບ ປກສ ເມືອງອະນຸວົງ, ກອງບັນຊາການທະຫານແຂວງ, ທະຫານເມືອງໄດ້ທຳລາຍສວນຝິ່ນຢູ່ທີ່ເຂດພູສາມຫຼຽມບ້ານອ້ອມເມືອງອະນຸວົງ ແຂວງໄຊສົມບູນ ເນື້ອທີ່ລວມຫຼາຍກວ່າ 2 ເຮັກຕາ ລວມມີ 6 ຈຸດ.

ການທຳລາຍສວນຝິ່ນຄັ້ງນີ້, ເຈົ້າໜ້າທີ່ໄດ້ພົບເຫັນການລັກລອບປູກຝິ່ນຂອງພໍ່ແມ່-ປະຊາຊົນຢູ່ເຂດພູສາມຫຼຽມ ທັງໝົດ 6 ຈຸດ ລວມເນື້ອທີ່ທັງໝົດ 2 ເຮັກຕາກວ່າ, ສ່ວນປະຊາຊົນທີ່ລັກລອບປູກຝິ່ນ, ເຈົ້າໜ້າທີ່ຈະໄດ້ປະສານສົມທົບກັບອຳນາດການປົກຂອງບ້ານໃນການສ້າງບົດບັນທຶກຕໍ່ພໍ່ແມ່-ປະ ຊາຊົນທີ່ມີການລັກປູກຝິ່ນຢູ່ພາຍໃນເຂດບ້ານດັ່ງກ່າວ ເພື່ອບໍ່ໃຫ້ມີການເຄື່ອນໄຫວລັກລອບປູກຝິ່ນຄືນໃໝ່; ທັງນີ້, ກໍເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພ ເຮັດພໍ່-ແມ່ປະຊາຊົນບັນດາເຜົ່າ ເຂົ້າໃຈຕໍ່ແນວທາງລະບຽບກົດໝາຍຂອງລັດ, ຢຸດຕິການປູກຝິ່ນຫັນມາປູກຝັງລ້ຽງສັດໃຫ້ກາຍ ເປັນສິນຄ້າ, ຮັບປະກັນໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ່າວ.