ໃນວັນທີ 25 ມັງກອນ 2022, ກະຊວງ ປກສ ສົມທົບກັບກະຊວງສຶກສາທິການ ແລະ ກິລາ ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ພະນັກງານ, ຄູ-ອາຈານໃນຂອບເຂດທົ່ວປະເທດ ໂດຍຜ່ານລະບົບກອງປະຊຸມທາງໄກ; ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີິ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ແລະ ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

ພົຕ ວັນທອງ ກອງມະນີ ກ່າວວ່າ: ການທີ່ກະຊວງ ປກສ ສົມທົບກັບກະຊວງສຶກສາທິການ ແລະ ກິລາ ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ພະນັກງານ, ຄູ-ອາຈານ ໃນຂອບເຂດທົ່ວປະເທດໃນຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ບັນດາທ່ານຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວາລະດັ່ງກ່າວ; ເຊິ່ງວາລະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແມ່ນການສຸມທຸກກຳລັງແຮງສັງລວມ ເຂົ້າໃສ່ການແກ້ໄຂບັນຫາສຳຄັນ, ຈຳເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນ ຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ; ໃນວາລະດັ່ງກ່າວນີ້ ມີທັງໝົດ 4 ພາກ ຄື: ພາກທີ I ສະພາບລວມ ແລະ ຄວາມຈໍາເປັນ ຮີບດ່ວນໃນການແກ້ໄຂບັນຫາຢາເສບຕິດຢູ່ລາວ, ພາກທີ II ເນື້ອ ໃນການແກ້ໄຂບັນຫາຢາເສບຕິດ ແຕ່ ປີ 2021-2023, ພາກທີ III ການແບ່ງຄວາມຮັບຜິດຊອບ ແລະ ພາກທີ IV ມາດຕະການຈັດຕັ້ງປະຕິບັດ.

ໂດຍຂອດການແບ່ງຄວາມຮັບຜິດຊອບຫຼັກຂອງກະຊວງສຶກ ສາທິການ ແລະ ກິລາ ແມ່ນມີໜ້າທີ່ໃນການສ້າງຕຳລາຮຽນ ແລະ ຈັດຕັ້ງປະຕິບັດໂຄງ ການສຶກສາອົບຮົມກ່ຽວກັບການສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ບັນດາໂຮງຮຽນ, ສະຖາບັນການສຶກສາ; ກວດກາ, ຕິດຕາມພຶດຕິກຳການເຄື່ອນ ໄຫວຂອງຖັນແຖວຄູ-ອາຈານ, ນັກຮຽນ, ນັກສຶກສາຢ່າງເປັນປະຈໍາ, ສ້າງ ແລະ ຈັດຕັ້ງຫຼັກສູດເສີມໃນການຝຶກອົບຮົມກ່ຽວກັບຜົນຮ້າຍຂອງຢາເສບ ຕິດ; ຂຶ້ນແຜນສ້າງໂຮງຮຽນປອດຢາເສບຕິດໃຫ້ຖືກຕ້ອງຕາມມາດຖານ, ເງື່ອນໄຂ ແລະ ມີປະສິດທິພາບ, ສ່ວນໂຮງຮຽນ ທີ່ໄດ້ປະກາດໄປແລ້ວນັ້ນ ກໍໃຫ້ມີການຕິດຕາມ, ກວດກາ ແລະ ປະເມີນຄືນຢ່າງເປັນປົກກະຕິ.

ນອກນີ້, ທ່ານ ນາງ ຂັນທະລີ ສິຣິພົງພັນ ຍັງໄດ້ເຜີຍແຜ່ ຄໍາສັ່ງວ່າດ້ວຍເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023; ຄໍາສັ່ງກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.