ໃນກອງປະຊຸມວຽກງານສະຫຼຸບວິຊາສະເພາະວຽກງານຕຳຫຼວດ ປະຈຳປີ 2021 ແລະ ທິດທາງປະຈຳປີ 2022 ທີ່ຈັດຂຶ້ນຢູ່ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນວ ໃນວັນທີ 21 ມັງກອນ 2022, ເປັນປະທານໂດຍ ພັທ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນວ ຫົວໜ້າຫ້ອງຕຳຫຼວດ, ມີ ພັອ ສຸກພະຈັນ ບຸດດາຄຳ ຫົວໜ້າກອງບັນຊາການ ປກສ ນວ, ມີບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ 9 ຕົວເມືອງ ເຂົ້າຮ່ວມ; ໃນກອງປະຊຸມໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານ ໜຶ່ງໃນນັ້ນແມ່ນ ວຽກງານຈະລາຈອນ.

+ ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານຕໍ່ທີ່ປະຊຸມວ່າ:

ໄລຍະ 1 ປີຜ່ານມາ, ສະພາບການສັນຈອນຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ແອອັດຢູ່ຕາມສະຖານທີ່ສໍາຄັນຕ່າງໆ, ຄຽງຄູ່ກັນນີ້ ກໍຍັງມີຜູ້ຂັບຂີ່ຈໍານວນບໍ່ໜ້ອຍ ຍັງລະເມີດກົດລະບຽບການສັນຈອນ ເຮັດໃຫ້ມີອຸບັດຕິເຫດຕາມທ້ອງຖະໜົນ ແລະ ຄົນເສຍຊີວິດເປັນຈໍານວນຫຼວງວຫຼາຍ.

ໃນການແກ້ໄຂບັນຫາດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກໍໄດ້ສຸມໃສ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ ໂດຍສະເພາະແມ່ນ ອໍານວຍຄວາມສະດວກ, ແກ້ໄຂຈະລາຈອນແອອັດ ແລະ ສຸມໃສ່ສະກັດກັ້ນ-ຕ້ານອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງ, ເຮັດໃຫ້ສະພາບການສັນຈອນພາຍໃນນະຄອນຫຼວງວຽງຈັນ ໄປມາມີຄວາມສະດວກຍິ່ງຂຶ້ນ ເຮັດໃຫ້ຜູ້ເສຍຊີວິດຫຼຸດລົງຖ້າທຽບໃສ່ປີຜ່ານມາ.

ເຊິ່ງຜົນງານທີ່ຍາດມາໄດ້ໃນປີຜ່ານມາ ເປັນຕົ້ນແມ່ນ ໄດ້ລົງໂຄສະນາລະບຽບການສັນຈອນຢູ່ສຳນັກງານ, ອົງການ, ໂຮງຮຽນ, ໂຮງຈັກ-ໂຮງງານ, ໂຮງໝໍ ຜ່ານສື່ໂທລະພາບ, ວິທະຍຸ, ໜັງສືພິມ 277 ຄັ້ງ, ຕັ້ງດ່ານກວດກາ ແລະ ກັກຄົນໄດ້ 28 ຄົນ ຍິງ 1 ຄົນ, ຢຶດຢາເສບຕິດ 5.895 ເມັດ, ຢາໄອສ໌ 2 ຖົງ, ປືນສັ້ນ 9 ມມ 1 ກະບອກ, ອອກຈັບຄວາມໄວລົດ 8 ຄັ້ງ, ລົງລະບາຍລົດຕາມຈຸດສັບສົນເຊົ້າ-ແລງ 620 ຄັ້ງ, ເປີດທາງໃຫ້ກັບແຂກພາຍໃນ ແລະ ຕ່າງປະເທດ 50 ຄັ້ງ, ປ້ອງກັນແຂກພາຍໃນ ແລະ ຕ່າາງປະເທດ 130 ຄັ້ງ.

ພົບຜູ້ລະເມີດການສັນຈອນ 2.176 ຄົນ ຍິງ 754 ຄົນ, ສຶກສາອົບຮົມຜູ້ຂັບຂີ່ 1.986 ຄົນ, ຂຽນໃບກ່າວເຕືອນລ່ວງລະເມີດ 202 ຄັ້ງ, ອອກອາທິດສັນຈອນ 346 ຄັ້ງ, ກວດກາຍານພາຫະນະທັງໝົດ 231.216 ຄັນ, ນໍາໃຊ້ລົດຈິບສະຫຼາມໂຄສະນາຕ້ານການແຜ່ລະບາດພະຍາດໂຄວິດ-19 ມີ 526 ຄັ້ງ, ກັກລົດທັງໝົດ 89 ຄັນ, ກັກໃບຂັບຂີ່ 126 ໃບ.

ສະເພາະຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 822 ລາຍ, ພາຫະນະເປ່ເພທັງໝົດ 1.415 ຄັນ, ຄົນໄດ້ຮັບາດເຈັບສາຫັດ 108 ຄົນ ແລະ ຜູ້ເສຍຊີວິດ 161 ຄົນ ທຽບໃສ່ປີຜ່ານມາຫຼຸດລົງ 29 ຄົນ.

ສໍາລັບທິດທາງໃນຕໍ່ໜ້າ, ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ຈະສືບຕໍ່ຍົກລະດັບທາງດ້ານວິຊາສະເພາະ ໃຫ້ມີປະສິດທິຜົນດີຂຶ້ນກ່ວາເກົ່າ, ແກ້ໄຂຄະດີອຸບັດຕິເຫດໃຫ້ມີຄວາມຍຸຕິທຳ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ສືບຕໍ່ເຮັດວຽກງານໂຄສະນາປູກຈິດສໍານຶກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ ແລະ ກົດລະບຽບຈະລາຈອນ.