ໃນວັນທີ 11 ມັງກອນ 2022 ທີ່ຜ່ານມາ, ປະຊາຊົນບ້ານນໍ້າຕະແລງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄປຊອກລ່າສັດປ່າ. ໃນຂະນະນັ້ນ, ປະກົດເຫັນເງົາເໜັງຕີງຄິດ ວ່າສັດປ່າ ຈຶ່ງໄດ້ເອົາປືນແກັບຍິງໃສ່ຈຸດທີ່ພົບເຫັນ. ຈາກນັ້ນ, ໄດ້ເຂົ້າໄປເບິ່ງແມ່ນຍິງຖືກຄົນທີ່ກໍາລັງຊອກລ່າສັດປ່າເສຍຊີວິດ.

ພັທ ບຸນຄາມ ເປຼົາປັນຍາ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງ ວຽງພູຄາ ໃຫ້ຮູ້ວ່າ: ກ່ອນເກີດເຫດເວລາປະມານ 17:00 ໂມງ ທ້າວ ແພປາ ອາຍຸ 31 ປີ ຢູ່ບ້ານນໍ້າຕະແລງ ໄດ້ກຽມເອົາປືນແກັບ 1 ກະບອກ ເຂົ້າໄປໃນປ່າ ເພື່ອຊອກລ່າຍິງສັດຢູ່ເຂດລ້ອງຫ້ວຍນໍ້າປູນ, ພໍໄປໄດ້ໄລຍະໜຶ່ງປະກົດເຫັນ ມີເງົາເໜັງຕີງໄປ-ມາ ຈຶ່ງຄິດວ່າຕ້ອງແມ່ນໝູປ່າກໍາລັງດຸດດິນຊອກຫາອາຫານ ຈຶ່ງໄດ້ຍົກປືນແກັບຍິງໃສ່ ແລ້ວໄດ້ຍິນສຽງຮ້ອງຄ້າຍຄືຄົນ ຈຶ່ງໄດ້ຍ່າງເຂົ້າໄປເບິ່ງ ເຫັນຄົນນອນຂວໍ້າໜ້າເສຍຊີວິດແລ້ວ ແຕ່ບໍ່ຮູ້ວ່າແມ່ນໃຜ. ຈາກນັ້ນ, ຈຶ່ງໄດ້ກັບບ້ານແຈ້ງໃຫ້ຍາດພີ່ນ້ອງ ແລະ ອໍານາດການປົກຄອງບ້ານໄປກວດເບິ່ງ ຈຶ່ງຮູ້ວ່າຜູ້ຖືກຍິງເສຍຊີວິດຊື່ ທ້າວ ແສງອາທິດ ອາຍຸ 34 ປີ ບ້ານວຽງສະຫວ່າງ ພະນັກງານຄູ ໂຮງຮຽນປະຖົມບ້ານນໍ້າຕະແລງ.

ຜ່ານການຊັນນະສູດ ພົບເຫັນຮ່ອງຮອຍລູກປືນແກັບຍິງເຂົ້າບໍລິເວນໜ້າເອິກ ແລະ ຂ້າງເບື້ອງຂວາ ຈໍານວນ 4-5 ຮູ ເປັນເຫດເຮັດໃຫ້ເສຍຊີວິດ. ນອກນັ້,ນ ຍັງພົບປືນແກັບຍາວປະມານ 1,50 ແມັດ ຈໍານວນ 1 ກະບອກຂອງຜູ້ເສຍ ຊີວິດທີ່ຜູ້ກ່ຽວກໍາລັງຊອກລ່າເນື້ອຢູ່ບໍລິເວນດັ່ງກ່າວ. ຈາກ ເຫດການດັ່ງກ່າວ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ຖືກຫາ ພ້ອມທັງເກັບທ້ອນປືນແກັບ ຈໍານວນ 2 ກະບອກມາໄວ້ເປັນຫຼັກຖານເພື່ອດໍາເນີນຄະດີຕາມກົດ ໝາຍ.