ຍອມຮັບໄດ້ວ່າ ເງິນຕາ ແລະ ລາຄາສີນຄ້າຕະຫຼາດຂອງປະເທດໃກ້ຄຽງ ຍັງສົ່ງອິດທິພົນຕໍ່ຕະຫຼາດ ສປປ ລາວ ໄດ້ດີພໍສົມຄວນ ເພາະວ່າສ່ວນໃຫຍ່ຍັງນຳເຂົ້າສິນຄ້າຈາກປະເທດໃກ້ຄຽງເປັນຈຳນວນຫຼວງຫຼາຍໃນແຕ່ລະເດືອນ ເຮັດໃຫ້ລາວເສຍດຸນການຄ້າຕະຫຼອດມາ.

ຫຼ້າສຸດ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຄ່າເງິນຂອງປະເທດເພື່ອນບ້ານ ມີການແຂງຄ່າ ກໍສົ່ງຜົນໃຫ້ບັນດາສິນຄ້າຢູ່ໃນທ້ອງຕະຫຼາດ ສປປ ລາວ ລາຄາກໍເໜັງຕີງໄປນໍາຢ່າງຫຼີກລ່ຽງບໍ່ໄດ້, ນີ້ກໍໄດ້ສະທ້ອນໃຫ້ເຫັນວ່າ ລາຄາສີນຄ້າໃນ ສປປ ລາວ ຍັງເອື່ອຍອີງໃສ່ປະເທດເພື່ອບ້ານເປັນຫຼັກ.

ພາຍໃນເດືອນມັງກອນ 2022 ນີ້, ລາຄາຊີ້ນໝູຂອງປະເທດເພື່ອນບ້ານໄດ້ສູງຂຶ້ນ ເນື່ອງຈາກວ່າໝູຕິດເຊື້ອພະຍາດ ເຮັດໃຫ້ການສະໜອງຊິ້ນໝູຕໍ່ຜຸ້ບໍລິໂພກພາຍໃນປະເທດຂອງເຂົາບໍ່ພຽງພໍ, ແຕ່ບັນຫາດັ່ງກ່າວໄດ້ສົ່ງຜົນກະທົບຂ້າມຊາຍແດນແມ່ນໍ້າຂອງມາຍັງ ສປປ ລາວ ເຮັດໃຫ້ລາຄາຊີ້ນໝູຕາມທ້ອງຕະຫຼາດ ໂດຍສະເພາະພາຍໃນນະຄອນຫຼວງວຽງຈັນ ມີການເໜັງຕີງເພີ່ມຂຶ້ນໃນປັດຈຸບັນນີ້ ເຮັດໃຫ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ບໍລິໂພກທົ່ວໄປໃນສັງຄົມ.

+ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຍອມຮັບວ່າ:

ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູເໜັງຕີງເພີ່ມຂຶ້ນ ຍ້ອນຄວາມຕ້ອງການບໍລິໂພກຊີ້ນໝູຢູ່ປະເທດໃກ້ຄຽງ ຍັງບໍພຽງພໍກັບຄວາມຕ້ອງການ ເຮັດໃຫ້ມີການຂາຍໝູຊີ້ນໄປຕ່າງປະເທດ; ຄຽງຄູ່ກັນນີ້, ຕົ້ນທຶນໃນການຜະລິດຂອງຜູ້ຜະລິດເພີ່ມຂຶ້ນ ເຊັ່ນ: ອາຫານໝູ, ໝູນ້ອຍ, ຄ່າຂົນສົ່ງ ບວກກັບອັດຕາເງິນເຟີ້. ສະພາບເສດຖະກິດມີການຟື້ນໂຕ ຫຼັງຈາກການຜ່ອນຜັນມາດຕະການປ້ອງກັນພະຍາດໂດວິດ-19, ມີການເປີດຮ້ານອາຫານ, ທ່ອງທ່ຽວ ແລະ ການຈັດງານຕ່າງໆ ກັບຄືນສູ່ປົກກະຕິ ແຕ່ສະພາບການປັບໂຕຂອງການຜະລິດບໍ່ທັນກັບຄວາມຕ້ອງການ.

ນອກຈາກນີ້, ຍັງພົບບັນຫາຈັດການຢູ່ພາຍໃນ ເປັນຕົ້ນແມ່ນ ມີຫຼາຍຟາມຢຸດເຊົາການລ້ຽງໝູ ເຮັດໃຫ້ກໍາລັງການຜະລິດບໍ່ເຕັມຄວາມສາມາດ, ມີບໍລິສັດຍ້າຍຖານການຜະລິດໄປຕ່າງແຂວງ ຍ້ອນຄວາມບໍ່ເອກະພາບໃນການຈັດຕັ້ງປະຕິບັດລະບຽບ ເຊັ່ນ: ການເກັບອາກອນ, ຄ່າບໍລິການວິຊາການ, ການຄວບຄຸມລາຄາຂາຍໜ້າຟາມ-ຊີ້ນຢູ່ຕະຫຼາດ, ການຂະຫຍາຍຕົວເມືອງ-ທີ່ຢູ່ອາໃສທີ່ຫຍັບເຂົ້າໃກ້ແຫຼ່ງການຜະລິດ. ພ້ອມນີ້, ຍ້ອນການລ້ຽງໝູພໍ່ພັນ-ແມ່ພັນ ຜະລິດລູກໝູນ້ອຍສະໜອງໃຫ້ຜູ້ລ້ຽງບໍ່ພຽງພໍ ແລະ ການລ້ຽງໝູຍັງບໍ່ທັນຈັດຕັ້ງເປັນກຸ່ມການຜະລິດ ຕັ້ງແຕ່ຂອດລ້ຽງຫາຂອດຈໍາໜ່າຍ.

ທ່ານ ຫຼ້າສາຍ ນວນທາສິງ ໃຫ້ຮູ້ຕື່ມວ່າ: ຜ່ານມາ ເພື່ອແກ້ໄຂບັນຫາຊີ້ນໝູທີ່ມີລາຄາແພງ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພວມສຸມໃສ່ຈັດຕັ້ງປະຕິບັດຫຼາຍມາດຕະການ ເຊັ່ນ: ສ້າງຕັ້ງກຸ່ມຜູ້ລ້ຽງ ແລະ ສະໜອງຊີ້ນ ເພື່ອສະດວກໃນການຈັດການຈັດຮອບວຽນ, ແບ່ງສັດສ່ວນ ແລະ ເອກະພາບກັນໃນການຜະລິດ, ການສະໜອງ ແລະ ລາຄາການຈໍາໜ່າຍ; ນອກນີ້, ຕ້ອງເພີ່ມການລ້ຽງໝູແມ່ພັນເພີ່ມຂຶ້ນ 3.000 ແມ່ ແລະ ຟື້ນຟູຟາມໝູຊີ້ນທີ່ເຊົາລ້ຽງກັບມາລ້ຽງຄືນ ໂດຍລັດຕ້ອງມີນະໂຍບາຍສະເພາະ, ລວມເຖິງຊຸກຍູ້ໂຮງງານຜະລິດອາຫານສັດ ໃຫ້ເພີ່ມກໍາລັງການຜະລິດເພີ່ມຂຶ້ນ ໂດຍຕິດພັນກັບການສົ່ງເສີມການຜະລິດວັດຖຸດິບອາຫານສັດ, ການແບ່ງພື້ນທີ່ການຕະຫຼາດໃຫ້ຄົນລາວ 2/3 ໃນນະຄອນຫຼວງວຽງຈັນ ແລະອື່ນໆ.

ປີ 2021 ຜ່ານມາ, ຄວາມຕ້ອງການຊີ້ນໝູ ຢູ່ນະຄອນຫຼວງວຽງຈັນ ແມ່ນ 18.478 ໂຕນ ຫຼື 284.276 ໂຕ, ສາມາດສະໜອງໄດ້ 15.802 ໂຕນ ຫຼື 243.107 ໂຕ; ສ່ວນປີ 2022, ຄາດວ່າຄວາມຕ້ອງການຊີ້ນໝູ ປະມານ 19.088 ໂຕນ ຫຼື  293.661 ໂຕ ແຕ່ຈະສາມາດສະໜອງໄດ້ປະມານ 15.892 ໂຕນ ຫຼື  244.492 ໂຕ.

ປັດຈຸບັນ, ທົ່ວນະຄອນຫຼວງວຽງຈັນ ມີຟາມລ້ຽງໝູ 188 ຟາມ ແຕ່ໄດ້ຢຸດເຊົາໄປ 33 ຟາມ ເຮັດໃຫ້ມີ 155 ຟາມ ທີ່ຍັງສືບຕໍ່ລ້ຽງ, ມີໝູທັງໝົດ 126.084 ໂຕ; ຢ່າງໃດກໍຕາມ, ໃນຕະຫຼອດປີ 2022 ຊີ້ນໝູຍັງຂາດຕະຫຼາດຈໍານວນຫຼາຍ ເຮັດໃຫ້ບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ອາດຈະເຮັດລາຄາທ້ອງຕະຫຼາດຜັນຜວນ.

ເພື່ອແກ້ໄຂສະເພາະໜ້າ ແລະ ຍາວນານ ຄວນສົ່ງເສີມຜູ້ລ້ຽງພາຍໃນໃຫ້ແຜ່ຫຼາຍ ໃຫ້ເຂົ້າເຖິງຕະຫຼາດຢ່າງເສລີ ໂດຍບໍ່ມີການຜູກຂາດຈາກຟາມລາຍໃຫຍ່ ແລະ ພໍ່ຄ້າຄົນກາງ; ສຳລັບການສົ່ງອອກໄປຂາຍຕ່າງປະເທດ ກໍຄວນເບິ່ງຄືນວ່າ ການຕອບສະໜອງຕະຫຼາດພາຍໃນພຽງພໍແລ້ວຫຼືບໍ່. ທັງນີ້, ກໍເພື່ອເຮັດໃຫ້ການດັດສົມຕະຫຼາດ ໃຫ້ສາມາດຄວບຄຸມໄດ້.