ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2021 ໃນວັນທີ 26 ມັງກອນ 2022 ເພື່ອເປັນການເພີ່ມທະວີວຽກງານສຶກສາອົບຮົມໃຫ້ກໍາລັງປ້ອງກັນເຄື່ອນທີ່ມີຄວາມ ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ທາງດ້ານການຈັດຕັ້ງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ. ເປັນປະທານໂດຍ ພັອ ທອງພັດ ແສນສຸວັນ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະບັນຊາຫ້ອງ, ສູນ, ກອງຮ້ອຍອ້ອມຂ້າງ ເຂົ້າຮ່ວມ.

ພັອ ທອງພັດ ແສນສຸວັນ ກ່າວວ່າ: ຄະນະພັກ-ຄະນະກອງບັນຊາການປ້ອງກັນເຄື່ອນທີ່ ຈຶ່ງເປີດບັ້ນການເປີດບັ້ນດໍາເນີນຊີວິດການເມືອງທົ່ວກອງບັນຊາການປ້ອງກັນເຄື່ອນຄັ້ງນີ້ ເພື່ອໃຫ້ນາຍ ແລະ ພົນຕໍາຫຼວດທົ່ວກອງບັນຊາການປ້ອງກັນເຄື່ອນທີ່ເຊື່ອມຊຶມ, ກໍາແໜ້ນທາດແທ້ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ກໍຄືກໍາລັງປ້ອງກັນເຄື່ອນທີ່ ຕະຫຼອດໄລຍະຜ່ານມາພາຍໃຕ້ການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ເວົ້າລວມ; ເວົ້າສະເພາະແມ່ນຄະນະກະຊວງປ້ອງກັນຄວາມຫງົບ ກໍຄືຄະນະພັກກອງບັນຊາການປ້ອງກັນເຄື່ອນ; ເພື່ອພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອດັ່ງກ່າວໃຫ້ນັບມື້ຈະເລີນງອກງາມຂຶ້ນໄປເລື້ອຍໆ.

ເນື້ອໃນເອກະສານດໍາເນີນຊີວິດການເມືອງ ປະກອບມີ 3 ເອກະສານຄື: ເອກະສານເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດໃນໄລຍະໃໝ່; ເອກະສານຈັນຍາທໍາ, ຈັນຍາບັນຂອງນາຍ ແລະ ພົນຕໍາຫຼວດ.

ພາຍຫຼັງເຊື່ອມຊຶມເອກະສານແລ້ວ,ຈະໄດ້ຂຽນໃບສໍາຫຼວດຕົນເອງສັງເກດຕີລາຄາຄືນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະໜຶ່ງປີຜ່ານມາ ເພື່ອອ່ານຜ່ານໜ່ວຍ ແລະ ແບ່ງປະເພດໂດຍ ໃຫ້ໝູ່ຄູ່ໃນໜ່ວຍປະກອບຄໍາຄິດຄໍາເຫັນ ໂດຍກໍານົດເວລາ 7 ວັນ ນັບແຕ່ວັນທີ 2 ກຸມພາ 2022-10 ກຸມພາ 2022 ໃຫ້ສໍາລັດ, ແລ້ວສົ່ງໃຫ້ຫ້ອງການເມືອງເພື່ອຈະໄດ້ສະຫຼຸບສັງລວມສົ່ງໃຫ້ຂັ້ນເທິງ.

“ຜ່ານບັ້ນດໍາເນີນຊີດວິດການເມືອງໃນຄັ້ງນີ້ ຈະເຮັດໃຫ້ນາຍ ແລະ ພົນຕໍາຫຼວດທຸກສະຫາຍມີການຫັນປ່ຽນຢ່າງຈະແຈ້ງ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ເພື່ອເຮັດໃຫ້ຕົນເອງກາຍເປັນນາຍ ແລະ ພົນຕໍາຫຼວດທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ວຽກງານດ້ວຍມີຜົນສໍາເລັດສູງ”, ພັອ ທອງເພັດ ແສນສຸວັນ ກ່າວ.