ວັນທີ 27 ມັງກອນ 2022, ໄດ້ມີພິທີມອບ-ຮັບລົດໂຮງໝໍ ແລະ ອຸປະກອນເຄື່ອງໃຊ້ຫ້ອງການໃຫ້ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກ ພະແນກຄວບຄຸມຢາເສບຕິດ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ເກົາຫຼີ.

ເຄື່ອງອຸປະກອນຮັບໃຊ້ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ທີ່ນຳມາຊ່ວຍເຫຼືອ ປະກອບມີ: ລົດໂຮງໝໍ, ກ້ອງຖ່າຍຮູບ, ກັບມື, ຄອມພິວເຕີ, ເຄື່ອງບັນທຶກຂໍ້ມູນ ເຊິ່ງລວມມີມູນຄ່າທັງໝົດ 99.090 ໂດລາສະຫະລັດ.

ກ່າວມອບໂດຍ ທ່ານ Kim Jeong Uk ຜູ້ປະສານງານໂຄງການ ສ.ເກົາຫຼີ, ອົງການໄອຍະການສູງສຸດ ແຫ່ງ ສ.ເກົາຫຼີ ແລະ ກ່າວຮັບໂດຍ ພັອ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ໂດຍມີ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວຫນ້າກົມໃຫຍ່ຕໍາຫຼວດ, ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ໃນພິທີ, ຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການ ຈາກ ທ່ານ Kim Jeong Uk ຜູ້ປະສານງານໂຄງການຮ່ວມມື ລາວ-ສ.ເກົາຫຼີ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວບຄຸມຢາເສບຕິດ ຢູ່ ສປປ ລາວ, ຈຸດປະສົງແມ່ນເພື່ອເສີມຂະຫຍາຍການຮ່ວມມືກັນລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃນຂົງເຂດວຽກງານຄວບຄຸມຢາເສບຕິດ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ວຽກງານຄວບຄຸມຢາເສບຕິດ ປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023.

ໃນໂອກາດນີ້, ພັອ ອິນປົງ ຈັນທະວົງສາ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນຂອງ ອົງການໄອຍະການສູງສຸດ ແຫ່ງ ສ.ເກົາຫຼີ ທີ່ໃຫ້ການຊ່ວຍເຫຼືອເຂົ້າໃນວຽກງານກວດກາ ແລະ ຄວບຄຸມຢາເສບຕິດ, ເຊິ່ງບັນຫາຢາເສບຕິດກໍາລັງເປັນໄພຄຸກຄາມຕໍ່ຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍຂອງສັງຄົມໃນປັດຈຸບັນ ແລະ ເປັນການປະກອບສ່ວນຂອງລັດຖະບານ ສ.ເກົາຫຼີ ເຂົ້າໃນການປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ 2021-2023, ເຄື່ອງຊ່ວຍເຫຼືອດັ່ງກ່າວ ຈະນໍາໄປຮັບໃຊ້ເຂົ້າໃນວຽກງານກວດກາ ແລະ ຄວບຄຸມຢາເສບຕິດໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິຜົນສູງສຸດ.