ຫ້ອງຂາຍ MG CITY ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໂຕລົດສະປອດລຸ້ນໃໝ່ຫຼ້າສຸດຂອງຄ້າຍ MG ນັ້ນກໍຄື “All New MG GT” ໃນວັນທີ 28 ມັງກອນ 2022 ທີ່ຜ່ານມາ,  ເຂົ້າຮ່ວມງານໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸສາຫະກຳ ແລະ ການຄ້າ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ດາວວົງ ແກ້ວມະນີວົງ ປະທານ MG Laos, ທ່ານ ກົງສະດາ ແກ້ວມະນີວົງ ປະທານແກ້ວໂອໂຕກຸຣບ, ທ່ານ ສະຫຍາມ ຣາມມະສູນ ປະທານບໍລິສັດ ທິບພະຍະ ປະກັນໄພ ຈຳກັດ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ລູກຄ້າຂອງ MG ເຂົ້າຮ່ວມຢ່າງຫຼວງຫຼາຍ.

“All New MG GT” ມາພ້ອມກັບການອອກແບບສະໄຕສະປອດຄູເປ້ ໂດຍການອອກແບບທຸກມິຕິທີ່ມີຂະໜາດໃຫຍ່ ໂດຍຜ່ານຂະບວນການອອກແບບຢ່າງລະອຽດ ເພື່ອຕອບສະໜອງກັບລູກຄ້າເປັນຢ່າງດີ, ໂດຍການອອກແບບນໍາໃຊ້ຮູບແບບ Safety Fast ທີ່ມີທັງຄວາມແຮງ 1.490 cc, ເຄື່ອງຈັກ 1,5 Turbo, 162 ແຮງມ້າ, ແຮງບິດສູງສຸດ 250 ນິວຕັນແມັດ, ຮອງຮັບນ້ໍາມັນແອັດຊັງ E85 ໂດຍອັດຕາການສິ້ນເປືອງນ້ໍາມັນ 5,9 L / 100 Km, ຂັບເຄື່ອນກັບຊຸດເກຍ Twin Clutch Sportronic Transmission 7 ສະປີດ ຫຼື ເອີ້ນວ່າ Dual Clutch Transmission ຫຼື DTC, ມາພ້ອມກັບການອອກແບບທີ່ເປັນເລີດ, ມີລະບົບຄວາມປອດໄພຮອບດ້ານ ໂດຍມາພ້ອມກັບກ້ອງ 360 ອົງສາ ເຊິ່ງສາມາດເບິ່ງເຫັນໄດ້ທຸກທາງຂອງລົດ, ນີ້ເປັນເຫດຜົນທີ່ລວມມາເປັນລົດສະໄຕສະປອດ ທີ່ມີຄວາມສະບາຍ ເຫມາະກັບຄົນທຸກໄວ ແລະ ມາພ້ອມກັບເຕັກໂນໂລຊີທີ່ຄິດມາຢ່າງຮອບຄອບທີ່ດີທີ່ສຸດ ເພື່ອສາມາດຕອບສະໜອງກັບຄົນທີ່ຕ້ອງການ ໃນລາຄາທີ່ທຸກເພດ ທຸກໄວ ສາມາດຈັບຈອງເປັນເຈົ້າຂອງໄດ້.

ການຕົກແຕ່ງພາຍໃນດ້ວຍສີດໍາ-ແດງ ປະສົມປະສານຢ່າງລົງຕົວ ແລະ ມີລະດັບໃຫ້ຄວາມຮູ້ສຶກຄ້າຍຄືການຂີ່ຍົນໄອພົ່ນເລີຍ. ນອກຈາກວັດສະດຸທີ່ອ່ອນນຸ່ມ ແລະ ຄວາມງາມຂອງແຜງດ້ານໜ້າທີ່ໄດ້ຮັບແຮງບັນດານໃຈຈາກການອອກແບບ Piano Theme ແລ້ວນັ້ນ ເບາະນັ່ງແບບ Bucket Seat ທີ່ຖືກອອກແບບມາເພື່ອໂອບຮັບຮ່າງກາຍ ໃນເວລານັ່ງລົງເບາະ, ເຊິ່ງມັນໃຫ້ຄວາມສະດວກສະບາຍສູງສຸດ ແລະ ຮອງຮັບການເດີນທາງໄລຍະຍາວໄດ້ດີອີກດ້ວຍ.

ສະເພາະຫົວເກຍແມ່ນໄດ້ຖືກເຄືອບເງົາງາມແບບສະໄຕເຄື່ອງບິນໄອພົ່ນ ແລະ ໃຊ້ອາລູມີນຽມເກຣດດຽວກັນກັບທີ່ໃຊ້ໃນເຄື່ອງບິນ ໂດຍຊ່ວຍເພີ່ມຄຸນນະພາບໄດ້ເປັນຢ່າງດີ, ມາພ້ອມຫຼັງຄາລົດທີ່ກວ້າງຂວາງ ເພື່ອເປີດຮັບແສງແດດ ແລະ ອາກາດບໍລິສຸດຈາກທໍາມະຊາດໃນເວລາຂັບຂີ່. ພາຍນອກຕົວລົດສາມາດເບິ່ງເຫັນໄດ້ຊັດເຈນ, ພາກສ່ວນໜ້າລະດັບ “high-end ທີ່ໄລ່ລ່າສະຫຼາມ” ໄຟໜ້າແຄບຂອງລົດທີ່ຕິດຕັ້ງໄວ້ຢູ່ກະຈັງດ້ານໜ້າດ້ວຍລະບົບໄຟດີຈິຕອນທັງສອງຂ້າງ.

ໃນຕົວລົດມີຂະໜາດກວ້າງຕາມແບບສະບັບຂອງ Fashback ກັບ ແອໂຣໄດນາມິກເປັນລາຍເສັ້ນສາຍລື່ນໄຫຼທີ່ເຮັດໃຫ້ມີຄວາມໂດດເດັ່ນ, ຕາມດ້ວຍໄຟທ້າຍ 3 ມິຕິ LED Racetrack ທີ່ໄດ້ຮັບແຮງບັນດານໃຈຈາກແນວຄິດຂອງຢືນ, ການຕົກແຕ່ງໂດຍລວມເປັນພາເລດສີສັນສົດໃສແບບອ່ອນໆ ທີ່ໄດ້ແຮງບັນດານໃຈຈາກ MG GT’s Nuclear ສີເຫຼືອງດັ້ງເດີມຂອງ MG ແລະ ລໍ້ລົດແບບອັລລອຍ two-tone ຂະໜາດ 17 ນິ້ວ ພ້ອມດ້ວຍລໍ້ Tomahawk ທີ່ໃຫ້ຄວາມຮູ້ສຶກໄດ້ເຖິງຄວາມໄວທີ່ບໍ່ຈໍາກັດ.