ຫຼັກການຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ນອກຈາກຕ້ອງຢຶດໝັ້ນຕາມຫຼັກການນໍາພາຂອງພັກແລ້ວ ຍັງຈະຕ້ອງສຸມໃສ່ 3 ຫຼັກການຕົ້ນຕໍ ເພື່ອເປັນທິດທາງໃນການຈັດຕັ້ງຜັນຂະຫຍາຍບັນດາມາດຕະການທີ່ໄດ້ກໍານົດໄວ້ ໃນວາລະແຫ່ງຊາດໃຫ້ມີຜົນສໍາເລັດ ຄື: ຄວາມເດັດຂາດ, ຄວາມໂປ່ງໃສ ແລະ ຄວາມເປັນມືອາຊີບ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກ່າວໃນກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ກະຊວງສາທາລະນະສຸກ ວ່າ:

” ການແກ້ໄຂບັນຫາຢາເສບຕິດ ຕ້ອງປະຕິບັດດ້ວຍ 3 ຫຼັກການຕົ້ນຕໍ ຄື ຄວາມເດັດຂາດ, ຄວາມໂປ່ງໃສ, ເປັນມືອາຊີບ “

ຄວາມເດັດຂາດ ໝາຍເຖິງຕ້ອງມີຄວາມຕັດສິນໃຈສູງສຸດເບື້ອງພັກ-ເບື້ອງລັດ ບົນພື້ນຖານຄວາມເຂົ້າໃຈຕໍ່ກັບຄວາມຮຸນແຮງຂອງບັນຫາ ແລະ ຄວາມຈໍາເປັນຕ້ອງໃຊ້ມາດຕະການເດັດຂາດ ໃນການແກ້ໄຂບັນຫາລົງໂທດໃຫ້ຖືກເປົ້າໝາຍກະທໍາຜິດ, ຖືກຕາມສະຖານຄວາມຜິດໜັກ-ເບົາ;

ຄວາມໂປ່ງໃສ ແມ່ນມີຄວາມສໍາຄັນຫຼາຍ ໃນຂະບວນການແກ້ໄຂຜ່ານບັນດາມາດຕະການທີ່ຮັບຮອງເອົານັ້ນ ຕ້ອງໂປ່ງໃສ, ປະຊາຊົນສາມາດມີສ່ວນຮ່ວມຈັດຕັ້ງປະຕິບັດ ແລະ ສາມາດຕິດຕາມກວດກາຄວາມຄືບໜ້າຕ່າງໆໄດ້, ຄວາມໂປ່ງໃສ (ສະແດງຄວາມຊື່ສັດຈິງໃຈຂອງລັດຖະບານ) ຈະເປັນແນວປ້ອງກັນທີ່ດີທີ່ສຸດໃຫ້ແກ່ຜູ້ທີ່ຕັດສິນໃຈປັບປຸງປ່ຽນແປງໃນຄັ້ງນີ້ ທັງເປັນເຄື່ອງມືທີ່ດີທີ່ສຸດ ໃນການສ້າງຄວາມເຊື່ອໝັ້ນ ແລະ ເຫຼື້ອມໃສສັດທາຈາກພາຍໃນ ແລະ ສາກົນ ຕໍ່ລັດຖະບານ ໃນຄວາມຕັ້ງໃຈທີ່ຈະແກ້ໄຂບັນຫາຂອງຕົນເອງ ແລະ ຈະມີແຮງຈູງໃຈໃຫ້ການສະໜັບສະໜູນລັດຖະບານ;

ຄວາມເປັນມືອາຊີບ ການແກ້ໄຂບັນຫາຢາເສບຕິດຈໍາເປັນຕ້ອງໃຊ້ຄວາມຮູ້-ຄວາມຊໍານານທາງດ້ານຫຼັກວິຊາການ ແລະ ວິຊາສະເພາະລະດັບທີ່ແນ່ນອນ ບໍ່ອາດເຮັດຕາມລໍາພັງໃຈ ຫຼື ຄວາມຮູ້ສຶກອັດຕະວິໃສຂອງຜູ້ໃດຜູ້ໜຶ່ງໄດ້, ການແກ້ໄຂບັນຫາຈໍາເປັນຕ້ອງໄດ້ນໍາໃຊ້ຄວາມຊ່ຽວຊານສະເພາະເຂົ້າມາຊ່ວຍວິເຄາະ, ສັງເຄາະການວາງແຜນ ແລະ ໃຫ້ຄໍາແນະນໍາແກ່ລັດຖະບານຜູ້ມີອໍານາດຕັດສິນໃຈ, ໝາຍຄວາມວ່າ ການແກ້ໄຂບັນຫາທັງໝົດນັ້ນ ຕ້ອງເປັນໄປຕາມຫຼັກທາງວິຊາການ ບົນພື້ນຖານຄວາມເຂົ້າໃຈຢ່າງເລິກເຊິ່ງ ກົກຮາກທີ່ແທ້ຈິງຂອງບັນຫາຕະຫຼອດຮອດວັດທະນະທໍາການປະພຶດຂອງກົນໄກການບໍລິຫານທີ່ເກີດຂຶ້ນຢູ່ປະເທດເຮົາ ກໍຄື ລັດຖະບານທີ່ຜ່ານມາ ແລະ ປັດຈຸບັນ ເພື່ອສາມາດວິເຄາະໃຫ້ໄດ້ເຖິງແກ່ນແທ້ຂອງບັນຫາ ແລ້ວຫາວິທີແກ້ໄຂທີ່ຍືນຍົງ ເພື່ອຮັບມືກັບປັດຈຸບັນ ແລະ ອະນາຄົດ.

ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງ ໃນສັງຄົມລາວເຮົາເທື່ອລະກ້າວ ແມ່ນຕ້ອງມີການປຸກລະດົມ, ຂົນຂວາຍທຸກກໍາລັງແຮງສັງລວມເຂົ້າໃນການແກ້ໄຂບັນຫາຢາເສບຕິດ ທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງ ໃຫ້ຫຼຸດລົງຢ່າງຈະແຈ້ງໃນກໍານົດເວລາທີ່ແນ່ນອນ; ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂພາໃຫ້ເກີດບັນຫາຢາເສບຕິດ ແລະ ສ້າງໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພ, ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ກ້າວໄປສູ່ສັງຄົມລາວປອດຢາເສບຕິດ.

ພ້ອມດຽວກັນນີ້, ຕ້ອງເພີ່ມທະວີການໂຄສະນາ-ສຶກສາອົບຮົມ, ເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດ ດ້ວຍຫຼາຍຮູບຫຼາຍສີຫຼາຍວິທີການຢ່າງກວ້າງຂວາງ ແລະ ທົ່ວທຸກແຂວງ, ທຸກເມືອງ ກວມເອົາ 80% ຂຶ້ນໄປຂອງຈໍານວນບ້ານເປົ້າໝາຍທັງໝົດຢູ່ແຕ່ລະເມືອງ ແລະ ສ້າງບ້ານ, ໂຮງຮຽນ, ສະຖາບັນການສຶກສາ, ສໍານັກງານ-ອົງການປອດຢາເສບຕິດໃຫ້ໄດ້ຫຼາຍຂຶ້ນ ແລະ ສ້າງຫຼັກສູດການຮຽນການສອນກ່ຽວກັບການປ້ອງກັນ, ສະກັດກັ້ນບັນຫາຢາເສບຕິດ.

ຍົກສູງປະສິດທິພາບ ອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ອົງການສານປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ວຽກງານວິຊາສະເພາະກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງເປັນລະບົບ ແລະ ເຂັ້ມແຂງ ແລະ ຂຶ້ນສະຖິຕິຜູ້ຕິດຢາເສບຕິດ ຢູ່ໃນສັງຄົມໃຫ້ມີຄວາມຊັດເຈນ ແລະ ສຸມໃສ່ບໍາບັດປິ່ນປົວຢູ່ສູນ, ຢູ່ຊຸມຊົນ, ປັບປຸງບັນດາສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດຢູ່ບັນດາແຂວງໃຫ້ມີປະສິດທິຜົນ, ມີການຝຶກວິຊາຊີບ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ເສີມຂະຫຍາຍວຽກງານຮ່ວມມືສາກົນ ໃນໂຄງການພັດທະນາທາງເລືອກທົດແທນການປູກຝິ່ນ-ປູກຄັນຊາ, ການຄວບຄຸມສານເຄມີຕົ້ນ ແລະ ການຄຸ້ມຄອງສູນວິໄຈຢາເສບຕິດໃຫ້ມີປະສິດທິພາບ.

ນອກຈາກນີ້, ທ່ານຍັງກ່າວຕື່ມອີກວ່າ: ຄວາມຈໍາເປັນຮີບດ່ວນເພື່ອສ້າງເປັນວາລະແຫ່ງຊາດ ບັນຫາຢາເສບຕິດ ໄດ້ແພ່ລະບາດຮ້າຍແຮງ ນັບແຕ່ຕົວເມືອງໃຫຍ່ຈົນຮອດເຂດຊົນນະບົດຫ່າງໄກສອກຫຼີກ, ເຂົ້າເຖິງທຸກເພດ-ໄວ, ທຸກຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ, ກໍາມະກອນ, ຜູ້ວ່າງງານ, ຕະຫຼອດຮອດພະນັກງານ, ລັດຖະກອນຈໍານວນໜຶ່ງ ເຊິ່ງຕາມຂໍ້ມູນເບື້ອງຕົ້ນໃນປັດຈຸບັນຍັງມີຜູ້ຕິດຢາເສບຕິດຢູ່ປະເທດເຮົາສະເລ່ຍປະມານ 0,94% ຂອງພົນລະເມືອງທັງໝົດ.

ນອກນັ້ນ, ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງຊາວໜຸ່ມຮຸ່ນສືບທອດ. ບັນຫາດັ່ງກ່າວເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ບັນຫາອາຊະຍາກໍາປະເພດຕ່າງໆ ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ-ປອດໄພຂອງສັງຄົມ.

ສະພາບການແກ້ໄຂບັນຫາຢາເສບຕິດຢູ່ລາວໃນໄລຍະຜ່ານມາ, ເຖິງແມ່ນວ່າລັດຖະບານ ໄດ້ສຸມໃສ່ຫຼາຍມາດຕະການ ແຕ່ບັນຫາດັ່ງກ່າວ ຍັງຈະສືບຕໍ່ເພີ່ມທະວີຄວາມຮຸນແຮງ ແລະ ແພ່ລະບາດເປັນວົງກວ້າງ; ດ້ວຍເຫດນັ້ນ, ລັດຖະບານຈຶ່ງຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບຸລິມະສິດ, ຈໍາເປັນ ແລະ ຮີບດ່ວນ ເຊິ່ງໄດ້ຍົກໃຫ້ເປັນວາລະແຫ່ງຊາດ.