ກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂອງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄລຍະປີ 2022-2025 ຈັດຂຶ້ນໃນລະຫວ່າງວັນທີ 25-26 ມັງກອນ 2022, ໂດຍການເປັນປະທານຂອງ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ດວງຕາ ມໍລະຄຳສຸກ ປະທານກວດກາພັກ-ລັດ ແຂວງ, ມີຄະນະຮັບຜິດຊອບຊຸກຍູ້ກອງປະຊຸມຂັ້ນແຂວງ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ພະນັກງານຂັ້ນນໍາພາ-ບັນຊາ ທົ່ວກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານມະຕິກົມການເມືອງສູນກາງພັກ ເລກທີ 32/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິກົມການເມືອງສູນກາງພັກ ເລກທີ 030 /ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍ ມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 38/ຄພປກສ, ລົງວັນທີ 2 ພະຈິກ 2018 ວ່າດ້ວຍ ມາດຖານພະນັກງານນໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ. 

ກອງປະຊຸມດັ່ງກ່າວ ໄດ້ຄົ້ນຄວ້າສ້າງແຜນກຳນົດພະນັກງານນຳພາ-ບັນຊາ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ ໃນການສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບໍາລຸງ, ຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານຢ່າງສົມເຫດສົມຜົນ.

ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຕ້ອງຮັບປະກັນລັກສະນະເປີດກວ້າງ, ເຄື່ອນເໜັງ, ມີຄວາມໂປ່ງໃສ, ພາວະວິໄສຮອບດ້ານ, ຍຸຕິທໍາ, ສ່ອງແສງສະພາບຄວາມເປັນຈິງຂອງຖັນແຖວພະນັກງານ, ການພິຈາລະນາຄັດເລືອກເປົ້າໝາຍເຂົ້າໃນແຜນກໍານົດພະນັກງານ ຕ້ອງຮັບປະກັນໂຄງປະກອບເພດ, ເຜົ່າ, ລັກສະນະຊັດສ່ວນລະຫວ່າງພະນັກງານຮຸ່ນກາງ ແລະ ຮຸ່ນໜຸ່ມ, ໃນພະນັກງານຮຸ່ນໜຸ່ມໃຫ້ກວມອັດຕາສ່ວນຫຼາຍ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ.