ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຈະລາຈອນປະ ຈຳປີ 2021 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2022 ຂອງພະແນກຈະລາຈອນ ປກສ ແຂວງອຸດົມໄຊ ຈັດຂຶ້ນໃນທ້າຍເດືອນມັງກອນ ປີ 2022 ທີ່ຜ່ານມາ, ໂດຍການເປັນປະທານຂອງ ພັຕ ອ່ອນສີ ແສງມະນີ ຫົວໜ້າພະແນກຈະລາຈອນ ປກສ ແຂວງ, ເຂົ້າຮ່ວມໂດຍ ພັທ ສອນວິໄລ ຕຸລາທອງ ຮອງເລຂາພັກ ຜູ້ຊີ້ນໍາວຽກງານຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ, ມີຄະນະຮັບຜິດຊອບວຽກງານຈະລາຈອນແຂວງ ແລະ 7 ເມືອງເຂົ້າຮ່ວມ.

ໃນພິທີ ຮອ ພູລົມ ຈັນຕິສຸກ ຮອງຫົວໜ້າພະແນກຈະລາຈອນ ປກສ ແຂວງ ໄດ້ຜ່ານບົດສະຫຼຸບວ່າ: ໃນໄລຍະຜ່ານມາ, ແຂວງອຸດົມໄຊ ເປັນແຂວງຂ້າມຜ່ານຍ້ອນທີ່ຕັ້ງດັ່ງກ່າວຈຶ່ງເຮັດໃຫ້ການຂົນສົ່ງ ແລະ ການຈະລາຈອນສິນຄ້າຜ່ານແຂວງອຸດົມໄຊ ໃນແຕ່ລະປີ ມີຈຳນວນຫຼວງຫຼາຍ, ເຮັດໃຫ້ມີບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງຢ່າງຕໍ່ເນື່ອງ, ອີກປັດໄຈໜຶ່ງຍ້ອນສະພາບເສັ້ນທາງແຄບ, ທາງໂຄ້ງ, ຄ້ອຍຊັັນ ແລະ ຜູ້ຂັບຂີ່ຍານພາຫະນະບໍ່ປະຕິບັດກົດລະບຽບການສັນຈອນເຊັ່ນ: ເມົາແລ້ວຂັບຂີ່, ແລ່ນລົດໄວເກີນກຳນົດ, ບໍ່ປ່ອຍສິດ, ແຊງບໍ່ຮັບປະກັນ, ບັນທຸກເກີນກົດໝາຍກຳນົດ ແລະ ບັນຫາອື່ນໆ.

ໃນ 1 ປີຜ່ານມາ, ທົ່ວແຂວງມີຄະດີເກີດຂຶ້ນທັງໝົດ 304 ຄັ້ງ, ຢູ່ພາຍໃນເທດສະບານແຂວງ 125 ຄັ້ງ, ບັນດາເມືອງ 179 ຄັ້ງ, ທຽບໃສປີຜ່ານມາ ຄະດີອຸບັດຕິເຫດເພີ່ມຂຶ້ນ 4 ເລື່ອງ, ເທົ່າກັບ 0,4%; ໃນນີ້, ໄດ້ສຶກສາອົບຮົມ ແລະ ແກ້ໄຂຂັ້ນເຈົ້າໜ້າທີ່ 279 ເລື່ອງ, ສະຫຼຸບສົ່ງໄອຍະການ 4 ເລື່ອງ, ຊັດມ້ຽນຂັ້ນເຈົ້າໜ້າທີ່ 38 ເລື່ອງ. ປັດຈຸບັນ, ພວມດຳເນີນ 26 ເລື່ອງ, ມູນຄ່າເສຍຫາຍທັງໝົດ 2.774 .000.000 ກີບ. ມີພາຫະນະເປ່ ເພທັງໝົດ 549 ຄັນ, ຄົນໄດ້ຮັບ ບາດເຈັບ 587 ຄົນ, ເລັກນ້ອຍ 288 ຄົນ, ສົມຄວນ 76 ຄົນ, ເສຍຊີວິດ 42 ຄົນ, ລົງກວດກາສະ ຖານທີ່ເກີດເຫດ 818 ຈຸດ, ມີ 1.636 ແຮງງານ, ຊັນນະສູດ ແລະ ວັດແທກຈຸດເກີດເຫດ 178 ຈຸດ, ມີ 337 ແຮງງານ, ລົງໂຄສະນາຂໍ້ ກຳນົດ-ກົດລະບຽບການສັນຈອນຢູ່ບັນດາສະຖາບັນການສຶກສາ, ສຳນັກງານ ແລະ ຊຸມຊົນພັດທະນາ 19 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 2. 974 ຄົນ, ບໍລິການຕິດປ້າຍລົດທຸກ ປະເພດໄດ້ 3.473 ຄັນ.

ຈາກນັ້ນ, ຍັງໄດ້ຜ່ານບາງມາດຕະການ ແລະ ພ້ອມທັງປືກສາຫາລືແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຈະລາຈອນ ແລະ ການແກ້ໄຂບັນຫາອຸບັດຕິເຫດໃນຄວາມຮັບຜິດຊອບໃຫ້ ແທດເໝາະ ແລະມີຄວາມຮັບປະກັນ, ເພື່ອແນ່ໃສ່ເຮັດໃຫ້ວຽກງານດັ່ງກ່າວນັບມື້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ພັທ ສອນວິໄລ ຕຸລາທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານວິຊາການແຕ່ລະພາກສ່ວນທີ່ໄດ້ຕັ້ງໜ້າເຄື່ອນ ໄຫວເຮັດໜ້າທີ່ວິຊາສະເພາະຂອງຕົນມີຜົນສຳເລັດ ແລະໃຫ້ພ້ອມກັນສືບຕໍ່ເອົາໃຈໃສ່ລົງເລິກວຽກງານໂຄສະນາປູກຈິດສຳນຶກໃຫ້ຜູ້ໃຊ້ລົດ-ໃຊ້ຖະ ໜົນ ກໍຄືທົ່ວສັງຄົມໄດ້ຮັບຮູ້ເຂົ້າໃຈຕໍ່ກົດລະບຽບການສັນຈອນມີຄວາມຮັບປະກັນຮອບດ້ານ ແລະ ຮຽກຮ້ອງໃຫ້ຄະນະຮັບຜິດຊອບຢູ່ຂັ້ນເມືອງນໍາເອົາເນື້ອໃນຈິດໃຈ ແລະ ບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ, ກໍາໃຫ້ໄດ້ກຽ່ວກັບພື້ນຖານວຽກງານວິຊາສະເພາະຂອງກໍາລັງ ກໍຄືວິຊາສະເພາະທີ່ຕົນຮັບຜິດຊອບໃຫ້ມີຄວາມໜັກແໜ້ນ, ຖືກຕ້ອງຕາມລະບຽບຫຼັກການ ແລະ ຮັບ ປະກັນເພື່ອແນ່ໃສ່ເຮັດໃຫ້ບັນຫາອຸບັດຕິເຫດຫຼຸດລົງເທື່ອລະກ້າວ.