ຕາມແຫຼ່ງຂ່າວຈາກ ປກສ ເມືອງງອຍ ແຂວງຫຼວງພະບາງ ໃຫ້ຮູ້ໃນວັນທີ 4 ກຸມພາ 2022 ນີ້ວ່າ: ວັນທີ 16 ພະຈິກ 2021 ທີ່ຜ່ານມາ, ກອງບັນຊາການ ປກສ ເມືອງງອຍ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີການເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ບ້ານໜອງຂຽວ. ດັ່ງນັ້ນ, ທາງກອງບັນຊາການ ປກສ ເມືອງງອຍ ຈຶ່ງໄດ້ແຕ່ງຕັ້ງໃຫ້ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດສົມທົບກັບ ປກສ ບໍລິການປະຊາຊົນກຸ່ມເທດສະບານ ເພື່ອຕິດຕາມເປົ້າໝາຍດັ່ງກ່າວຕາມການລາຍງານຂອງພົນລະເມືອງດີ.

ຮອດເວລາປະມານ 15:00 ໂມງຂອງວັນທີ 16 ພະຈິກ 2021, ຈຶ່ງໄດ້ເຂົ້າຈັບກຸມຕົວເປົ້າໝາຍຊື່ທ້າວ ຈັກ ອາຍຸ 33 ປີ, ອາຊີບ ຊາວສວນ, ຊົນເຜົ່າກຶມມຸ ປະຈຸບັນຢູ່ບ້ານໜອງຂຽວ ເມືອງງອຍ ແຂວງຫຼວງພະບາງ ພ້ອມຂອງກາງຢາບ້າ 95 ເມັດ. ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ, ທ້າວ ຈັກ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຊື້ມາຈາກ ທ້າວ ວຽງ ອາຍຸ 49 ປີ ອາຊີບຊາວສວນ ຊົນເຜົ່າລາວລຸ່ມ, ຢູ່ບ້ານນະຄອນ ເມືອງນໍ້າບາກ ແຂວງຫຼວງພະບາງ 2 ຄັ້ງ, ຢາບ້າຈຳນວນດັ່ງກ່າວທີ່ຊື້ມານັ້ນຈຳນວນໜຶ່ງແມ່ນເອົາມາເສບເອງ ແລະ ອີກຈຳນວນໜຶ່ງແມ່ນໄດ້ເອົາໄປຂາຍໃຫ້ກັບໄວລຸ້ນພາຍໃນບ້ານ.

ມາຮອດວັນທີ 14 ເດືອນ ມັງກອນ ປີ 2022, ເວລາ 16 ໂມງ 30 ນາທີ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ພະແນກຕຳຫຼວດ ປກສ ເມືອງງອຍ ໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ ບໍລິການປະຊາຊົນກຸ່ມບ້ານນະຄອນ ເມືອງນໍ້າບາກ ແຂວງຫຼວງພະບາງ ເຂົ້າຈັບກຸມຕົວທ້າວ ວຽງ, ມາດໍາເນີນຄະດີ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ວຽງ ໄດ້ຮັບສາລະພາບວ່າ: ຜູ້ກ່ຽວໄດ້ໄປຊື້ຢາບ້ານຳຊາຍບໍ່ຊາບຊື່, ຄົນຊົນເຜົ່າມົ້ງ ຢູ່ສະນຳຜາຕຳບ້ານ ນະຄອນ ເມືອງນໍ້າບາກ ແຂວງຫຼວງພະບາງ 2 ຄັ້ງ, ລວມເປັນຢາບ້າ 120 ເມັດ, ຢາບ້າທີ່ຊື້ມານັ້ນແມ່ນໄດ້ຂາຍໃຫ້ກັບທ້າວ ຈັກ ບ້ານໜອງຂຽວແທ້.

ຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ຂອງພວກເຮົາ ພວມດຳເນີການສືບສວນ-ສອບສວນຂະຫຍາຍຜົນ ຊອກຫາຫົວໂປໂຕການມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.


ຂ່າວ: ປກສ ເມືອງງອຍ