ກອງພັນ 207 ກອງບັນຊາການ ປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດກອງປະຊຸມເປີດບັ້ນດໍາເນີນຊີວິດການເມືອງ ໃນວັນທີ 3 ກຸມພາ 2022 ໂດຍມີ ສະຫາຍ ພັອ ບຸນແພງ ທິລະສັກ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີ ພັທ ບຸນເຫຼືອ ສັນຕິວົງ ຮອງເລຂາ ຄະນະພັກຮາກຖານ ຮັກສາການຫົວໜ້າກອງພັນ 207, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ກອງຮ້ອຍ, ໝວດສໍານັກສະມາຊິກພັກ ແລະ ພະນັກງານເຂົ້າ ຮ່ວມ.

ໃນບັ້ນດໍາເນີນຊີວິດການເມືອງຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງເຊື່ອມຊຶມບັນດາເອກະສານທີ່ສໍາຄັນຕົ້ນຕໍ ຄື: ເອກະສານຄໍາສັ່ງຂອງລັດຖະມົນຕີກະຊວງ ປກສ ສະບັບເລກທີ 3239/ປກສ, ລົງວັນທີ 31 ທັນວາ 2021 ວ່າດ້ວຍການເປີດບັ້ນດໍາເນີນຊີວິດການເມືອງທົ່ວກໍາລັງປ້ອງກັນຄວາມສະຫງົບ ປະຈໍາປີ 2021, ເອກະສານເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າຂອງກໍາລັງປ້ອງກັນຄວາມສະຫງົບ, ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດ-ສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດປະຊາຊົນ, ເອກະສານຈັນຍາທໍາ-ຈັນຍາບັນຂອງນາຍ ແລະ ພົນຕໍາຫຼວດ.

ພາຍຫຼັງສຳເລັດການເຊື່ອມຊຶມເນື້ອໃນເອກະສານຕ່າງໆແລ້ວ ຍັງຈະໄດ້ສືບຕໍ່ດໍາເນີນສໍາຫຼວດຕີລາຄາດ້ານດີ, ດ້ານອ່ອນຂອງພະນັກງານ-ສະມາຊິກພັກ, ສຳຫຼວດກວດກາ, ຕໍານິຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າແຕ່ລະກໍລະນີ, ພ້ອມທັງຕີລາຄາຈັດແບ່ງປະເພດຜົນງານແຕ່ລະຂັ້ນໃນທົ່ວກຳລັງກອງພັນຕື່ມອີກ.