ຢາເສບຕິດ ແມ່ນສານກະຕຸ້ນ ຫຼື ລະງັບລະບົບປະສາດ ທີ່ໄດ້ມາຈາກພືດທີ່ໃຫ້ສານເສບຕິດ ຫຼື ຈາກການສັງເຄາະເຄມີ, ເມື່ອເສບແລ້ວຈະມີຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ, ຈິດປະສາດ ແລະ ຈະມີຄວາມຕ້ອງການເພີ່ມຂຶ້ນເລື້ອຍໆ. ຢາເສບຕິດ ມີຜົນຮ້າຍທີ່ເປັນອັນຕະລາຍຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ, ເຮັດໃຫ້ບົດບາດ, ກຽດສັກສີ ແລະ ອະນາຄົດຂອງຕົນຕົກຕໍ່າ, ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ, ໃຊ້ຄວາມຮຸນແຮງ, ທໍາລາຍຊີວິດຂອງຕົນເອງ ແລະ ຜູ້ອື່ນ.

ໃນນີ້, ຝິ່ນ (Opium), ມອກຟິນ (Morphine), ເຮໂຣອິນ (Heroin) ເປັນຢາເສບຕິດຊະໜິດໜຶ່ງທີ່ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ; ເຊິ່ງຝິ່ນ (Opium) ເປັນພືດທີ່ໃຫ້ສານເສບຕິດ ຈັດຢູ່ໃນປະເພດ 5 (ໃນດໍາລັດ ເລກທີ 076 ນຍ) ແລະ ມອກຟິນ (Morphine) ເປັນການສັງເຄາະມາຈາກຝິ່ນດິບ, ໃຊ້ໃນການແພດ, ທັນຕະແພດ, ຈັດຢູ່ໃນປະເພດ 2 (ໃນດໍາລັດ ເລກທີ 076 ນຍ), ເຮໂຣອິນ (Heroin) ເປັນຢາທີ່ໄດ້ຈາກການສັງເຄາະເຄມີກັບມອກຟິນ-ຝິ່ນ, ເປັນຢາເສບຕິດເກືອດຫ້າມ (ໃນດໍາລັດ ເລກທີ 076 ນຍ).

ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດຈໍາພວກນີ້ ແມ່ນຮ້າຍແຮງ ແລະ ຕິດໄດ້ງ່າຍ, ໃຊ້ພຽງ 1-2 ຄັ້ງ ອາດຈະເຮັດໃຫ້ເກີດອາການມຶນງົງ, ຊຶມເສົ້າ, ເພີ້ຝັນເປັນເວລາດົນນານ. ເມື່ອໃຊ້ໃສ່ທາ ບາດແຜ, ກິນ, ອົມ, ສູບ, ກຶນນໍ້າຂອງຢາ ແລະ ສັກດ້ວຍເຂັມສັກຢາເຂົ້າເສັ້ນເລືອດ ແມ່ນແຕ່ຄົນທີ່ຢູ່ໃກ້ຊິດໄດ້ຮັບກິ່ນ, ອາຍ, ຄວັນ ແລະ ອື່ນໆໃນເວລາທີຍາວນານ ຈະເຮັດໃຫ້ສຸຂະພາບຮ່າງກາຍພາຍນອກ: ຊຸດໂຊມ, ຈ່ອຍຜອມ, ໂຕເຫຼືອງ, ຕາລອຍ, ບໍ່ມີເຫືອແຮງ, ສົບຂຽວຊໍ້າ, ອ່ອນເພຍງ່າຍ, ຂີ້ຄ້ານ, ອາລົມປ່ຽນແປງຕະຫຼອດ, ຄວາມຈໍາເຊື່ອມ, ມີອາການຈິດໃຈເລື່ອນລອຍ, ຊຶມເສົ້າ, ງ່ວງນອນ, ເວົ້າຄວາມເກົ່າຫຼາຍຄັ້ງ, ຕັດສິນໃຈເຊື່ອງຊ້າ, ໄຂ້ຂຶ້ນສູງ, ບໍ່ສາມາດອອກແຮງງານ ແລະ ຊ່ວຍເຫຼືອຕົນເອງ.

ພາຍໃນ: ວິນຫົວ, ປວດຮາກ, ຊີບພະຈອນເຕັ້ນຊ້າ, ບໍ່ຮູ້ສຶກໂຕ ແລະ ຖ້າບໍ່ໄດ້ເສບ ເມື່ອເຖິງເວລາຈະມີອາການຫງຸດຫງິດ, ໃຈຮ້າຍ, ບາງກໍລະນີໝົດແຮງ, ກະວົນກະວາຍ, ຂີ້ມຸກ-ນໍ້າລາຍ-ນໍ້າຕາໄຫຼ, ຕາບວມຜິດປົກກະຕິ, ເຈັບປວດຕາມກ້າມເນື້ອ ແລະ ກະດູກ, ເຈັບທ້ອງບິດຢ່າງຮຸນແຮງ, ປວດຮາກ, ຫາຍໃຈລໍາບາກສະໜອງເຊື່ອມ, ອາດເກີດອາການຊັກ, ໝົດສະຕິ, ຖ້າຫາກໃຊ້ຢາເກີນຂະໜາດ ຈະເຮັດໃຫ້ຫົວໃຈຢຸດເຕັ້ນ, ເກີດອາການຊັອກ ແລະ ເສຍຊີວິດຢ່າງກະທັນຫັນໄດ້.

ຕາມມາດຕາ 146 ຂອງ ກົດໝາຍອາຍາ ແລະ ມາດຕາ 75, 76 ຂອງ ກົດໝາຍວ່າດ້ວຍຢາເສບຕິດ ລະບຸໄວ້ວ່າ: ການຜະລິດ, ຄ້າຂາຍ, ເສບ ຫຼື ມີຢາເສບຕິດໄວ້ໃນຄອບຄອງ, ນໍາເຂົ້າ-ສົ່ງອອກ ຫຼື ນໍາຢາເສບຕິດຜ່ານ ສປປ ລາວ ເຊັ່ນ: ເຮໂຣອິນ, ມອກຟິນ, ໂຄເຄນ, ຢາອີ, ຢາບ້າ, ວັດຖຸເຄມີ ເພື່ອຜະລິດຢາເສບຕິດ ຝິ່ນ ຫຼື ກັນຊາ ຈະຖືກດຳເນີນມາດຕະການດັ່ງຕໍ່ໄປນີ້:

ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈຳໜ່າຍ ຫຼື ມີໄວ້ຄອບຄອງ, ນໍາເຂົ້າ-ສົ່ງອອກ ຫຼື ນໍາເຮໂຣອິນ, ມອກຟິນ ຫຼື ໂຄເຄນ ຜ່ານ ສປປ ລາວ ຕໍ່າກວ່າ 100 ກຼາມ ຈະຖືກຕັດອິິດສະລະພາບແຕ່ 10 ປີ ຫາ 15 ປີ ປັບໃໝ 50 ລ້ານ ຫາ 100 ລ້ານກີບ ແລະ ຈະຖືກຮີບຊັບສິນຕາມທີ່ໄດ້ກໍານົດໄວ້.

ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈໍາໜ່າຍ ຫຼື ມີໄວ້ຄອບຄອງ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ ຫຼື ນຳເຮໂຣອິນ, ມອກຟິນ ຜ່ານ ສປປ ລາວ ເປັນອາຈີນ ຫຼື ມີການຈັດຕັ້ງເປັນກຸ່ມ ຫຼື ມີເຮໂຣອິນເກີນກວ່າ 100 ກຼາມ ຫາ 300 ກຼາມ ຈະຖືກລົງໂທດຄັດອິດສະລະພາບຕະຫຼອດຊີວິດ ແລະ ຖືກປັບໃໝແຕ່ 50 ລ້ານ ຫາ 100 ລ້ານກີບ ແລະ ຈະຖືກຮີບຊັບ.

ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈຳໜ່າຍ ຫຼື ມີໄວ້ໃນຄອບຄອງ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ ຫຼື ນໍາເຮໂຣອິນ, ມອກຟິນ ຜ່ານ ສປປ ລາວ ເກີນກວ່າ 300 ກຼາມ ຫາ 500 ກຼາມຂຶ້ນໄປ ຈະຖືກລົງໂທດປະຫານຊີວິດ.