ການປະກາດການແຕ່ງຕັ້ງ ຫົວໜ້າ-ຮອງຫົວໜ້າ ຄ້າຍຄຸມຂັງ-ດັດສ້າງ ຫຼັກ 46 ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2022, ເຂົ້າຮ່ວມໂດຍ ພັອ ຄໍາພອນ ແສງສາລີຈັນ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ, ມີ ພັອ ຢິນ ວັນນະສຸກ ບຸດຕະນະວົງ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີບັນດາຕາງໜ້າຈາກອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ, ຫ້ອງການ ປກຊ-ປກສ, ພະນັກງານ-ນັກຮົບ ຄ້າຍຄຸມຂັງ-ດັດສ້າງ ຫຼັກ 46 ເມືອງ ບຸນເໜືອ ແຂວງຜົ້ງສາລີ ເຂົ້າຮ່ວມ.

ໃນພິທີ, ພັທ ປອ ສີອໍາພອນ ອິນແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ກະຊວງ ປກສ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກົມຕໍາຫຼວດຄ້າຍຄຸມ ຂັງ-ດັດສ້າງ ກະຊວງ ປກສ. ໃນນີ້, ຕົກລົງແຕ່ງຕັ້ງ ພັທ ບຸນທອງ ລາວ ຈຸງ ເປັນຫົວໜ້າຄ້າຍຄຸມຂັງ-ດັດສ້າງ ຫຼັກ 46 ເມືອງບຸນເໜືອ, ພັຕ ແສງຄໍາ ໄຊຍະກົງ, ພັຕ ຈັນເພັດ ສີບຸນປິງ, ຮອ ສົມພອນ ຕິ່ງໄຊ ຍະສາ ເປັນຮອງຫົວໜ້າ.

ນອກນັ້ນ, ໃນພິທີຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ວ່າດ້ວຍການສ້າງຕັ້ງໜ່ວຍ ພັກຮາກຖານ ແລະ ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະພັກ ໜ່ວຍພັກຮາກຖານ. ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ບຸນທອງ ລາວຈຸງ ເປັນເລຂາໜ່ວຍພັກຮາກ ຖານຄ້າຍຄຸມຂັງ-ດັດສ້າງ ຫຼັກ 46 ເມືອງບຸນເໜືອ, ສະຫາຍ ຮອ ສົມ ພອນ ຕິ່ງໄຊຍະສາ ເປັນຮອງເລຂາ, ສະຫາຍ ພັຕ ແສງຄໍາ ໄຊຍະກົງ ເປັນປະທານກວດກາ, ສະຫາຍ ພັຕ ຈັນເພັດ ສີບຸນປິງ ເປັນຄະນະ ແລະ ສະຫາຍ ພັຕ ໄຊຍະບຸນ ຈັນທະບົດ ເປັນຄະນະ.