ກົມໃຫຍ່ພະລາທິການ ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງ, ຍົກຍ້າຍ ນາຍຕຳຫຼວດ ແລະ ເປີດບັ້ນດຳເນີນຊີວິດການເມືອງ ໃນວັນທີ 9 ກຸມພາ 2022, ເຂົ້າຮ່ວມໂດຍສະຫາຍ ພົຈວ ທອງສຸກ ຍ່າເອີລາວລີ ຄະນະພັກກະຊວງ ຮັກສາການຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະພັກກົມໃຫຍ່, ພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.

ສະຫາຍ ພັອ ສີທອນ ພິມສີວົງ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ເຊິ່ງໃນນີ້ໄດ້ແຕ່ງຕັ້ງ:

  • ພັອ ອຸດົມ ສີສົງຄາມ ເປັນ ຮອງຫົວໜ້າກົມໃຫຍ່ພະລາທິການ

ຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ໂດຍໄດ້ປະກາດຍົກຍ້າຍ:

  • ພັທ ຄໍາໃບ ສົມສະໜິດ ຈາກ ກົມໃຫຍ່ພະລາທິການ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ

ໂອກາດດຽວກັນ, ສະຫາຍ ພົຈວ ທອງສຸກ ຍ່າເອີລາວລີ ໄດ້ໃຫ້ກຽດເຜີຍແຜ່ບັນດາເອກະສານດຳເນີນຊີວິດການເມືອງ ປະກອບມີ 3 ເອກະສານຄື:

  • ເອກະສານເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ
  • ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດ ໃນໄລຍະໃໝ່
  • ເອກະສານຈັນຍາທຳ, ຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ

ການເປີດບັ້ນດຳເນີນຊີວິດການເມືອງ ເປັນການກຳແໜ້ນທາດແທ້ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ກໍຄື ກຳລັງກົມໃຫຍ່ພະລາທິການ, ເສີມຂະຫຍາຍທາດແທ້ມູນເຊື້ອດັ່ງກ່າວ ໃຫ້ນັບມື້ຈະເລີນງອກງາມໄປເລື້ອຍໆ.

ຜ່ານບັ້ນດຳເນີນຊີວິດການເມືອງໃນຄັ້ງນີ້ ຈະເຮັດໃຫ້ນາຍ ແລະ ພົນຕຳຫຼວດທຸກສະຫາຍ ມີການຫັນປ່ຽນຢ່າງຈະແຈ້ງ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັນສິນທຳປະຕິວັດ ເພື່ອເຮັດໃຫ້ຕົນເອງການເປັນນາຍ ແລະ ພົນຕຳຫຼວດມີຄຸນທາດການເມືອງໜັກແໜ້ນ ແລະ ມີຄວາມຮັບຜີດຊອບສູງ ໃນການປະຕິບັດໜ້າທີ່ວຽກງານດ້ວຍຜົນສຳເລັດ.