ໂຮງຮຽນ ປກສ ຊັ້ນສູງເລກ2 ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ  20 ເດືອນມັງກອນ ປີ2022 ຢູ່ທີ່ສະໂມສອນຂອງໂຮງຮຽນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັອ ທາ ລຽນປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ມີທ່ານ ພັທ ປທ ສີອານ ວິໄລວົງ ຜູ້ອຳນວຍການໂຮງຮຽນ ປກສ ຊັ້ນສູງ ເລກ2 ເຂົ້າຮ່ວມ ມີບັນດາຄະນະອຳນວຍການໂຮງຮຽນ,ຄູ-ອາຈານ,ພະນັກງານຫຼັກແຫຼ່ງພາຍໃນໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ທ່າານ ພັຕ ສາຍລົມ ນວນທະສິງ ຮັກສາການຫົວໜ້າພະແນກຫ້ອງການ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2021 ແລະ ທິດທາງແຜນການປີ 2022ຂອງໂຮງຮຽນ ປກສ ຊັ້ນສູງເລກ2 ໄດ້ຍົກໃຫ້ຮູ້ວ່າຕະຫຼອດໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການໂຮງຮຽນໄດ້ເອົາໃຈໃສ່ຍົກສູງຄຸນະພາບການປັບປຸງກໍ່ສ້າງກຳລັງ ປກສ ໃຫ້ມີຄວາມປອດໃສເຂັ້ມແຂງ, ຖືສຳຄັນວຽກງານການເມືອງນຳພາແນວຄິດແກ່ພະນັກງານຄູ-ອາຈານ ກໍ່ຄືນັກສຶກສາທຸກຮຸ່ນທີ່ສຶກສາຮ່ຳຮຽນ ໂດຍການເຊື່ອມຊືມມະຕິຄຳສັ່ງຂອງຂັ້ນເທິງເປັນແຕ່ລະໄລຍະ, ເສີມຂະຫຍາຍ 3 ທາດແທ້ 7 ມູນເຊື້ອຂອງກຳລັງ ປກສ ສາມາດຍາດໄດ້ຜົນງານຫຼາຍດ້ານເຊັ່ນ: ໄດ້ຄົ້ນຄວ້າປັງປຸງການຮຽນ-ການສອນຫຼັກສູດບໍລິຫານກົດໝາຍອາຍາ,ກົດໝາຍດຳເນີນຄະດີອາຍາ ແລະ ຫຼັກສູດລະບົບບຳລຸງ 06 ເດືອນທີກົມໃຫຍ່ການເມືອງ ປກສ ວາງອອກຢ່າງມີປະສິດທິຜົນສູງ,ຂຶ້ນຫ້ອງສິດສອນ ໄດ້ທັງໝົດ 12,851 ຊົ່ວໂມງ,ສ້າງຄໍາຖາມຂະໜານຕອບ,ເສັງຈົບພາກ ແລະ ຈົບຊັ້ນມີ 632 ຂໍ້,ບົດເຝິກຫັດ 95 ຂໍ້, ປັບປຸງບົດສອນຄືນໃໝ່ 285 ບົດ ກວດບົດສອບເສັງຈົບຊັ້ນມີ 97 ຄັ້ງ ລວມ 194 ແຮງງານ ສຸມໃສ່ຊຸກຍູ້ການລ້ຽງສັດຂອງພະນັກງານ ແລະ ນັກສຶກສາປູກພືດຜັກຂາຍເຂົ້າເຮືອນຄົວລວມ ໄດ້ 1,023 Kg, ສັດປີກ 970 Kg ລວມເປັນເງິນທັງໝົດ 59,980,000 ກີບ.

ຈາກຜົນງານທີ່ພົ້ນເດັ່ນໄດ້ສະເໜີນະໂຍບາຍເລື່ອນຊັ້ນໃໝ່ ໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາທີ່ຄົບມາດຖານເງື່ອນໄຂມີຊັ້ນນາຍພັນ 08 ສະຫາຍ,ຍິງ 02 ສະຫາຍ,ຊັ້ນນາຍຮ້ອຍ 195 ສະຫາຍ,ຍິງ 38 ສະຫາຍ,ຊັ້ນນາຍສິບ 34 ສະຫາຍ,ຍິງ 11 ສະຫາຍ,ຮັບຍ້ອງຍໍປະເພດຫຼຽນ 14 ສະຫາຍ, ປະເພດໃບຍ້ອງຍໍ 86 ສະຫາຍ,ຍິງ 22 ສະຫາຍ.

ໂອກາດດັ່ງກ່າວ ບັນດາພະແນກໄດ້ມີການປະກອບຄຳຄິດຄຳເຫັນ ຕໍ່ຮ່າງບົດສະຫຼຸບ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ໄລຍະຜ່ານມາຈຸດດີທີ່ຕັ້ງໜ້າ ແລະ ປັບປຸງບັນດາຂໍ້ຄົງຄ້າງຢ່າງຖືກທິດ ເຊິ່ງໄດ້ພ້ອມກັນເຫັນດີເປັນເອກະພາບ ຮັບຮອງແຜນການ ປີ 2022 ຂອງໂຮງຮຽນ ປກສ ຊັ້ນສູງເລກ2 ວາງອອກຢ່າງມີປະສິດທິພາບ.

         ທ່ານ ພັອ ທາ ລຽນປະດິດ ໄດ້ເນັ້ນໜັກຮັກສາເສີມຂະຫຍາຍມູນເຊື້ອ ຜົນງານອັນໃຫຍ່ຫຼວງທີ່ພ້ອມກັນຍາດມາໄດ້ ແລະ ໃຫ້ສືບຕໍ່ເພີ່ມທະວີປັງປຸງ-ກໍ່ສ້າງກຳລັງ ປກສ ໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ ເພື່ອຕອບສະໜອງໃນພາລະກິດປົກປັກຮັກສາ ແລະ ສ້ງສາພັດທະນາປະເທດຊາດໃຫ້ສົມກັບຄຳທີ່ວ່າ ກຳລັງ ປກສ ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ.