ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດການນຳຂັ້ນສູງ ພັກການ-ຮັບອຸດໜູນບຳນານ ຈຳນວນ 4 ສະຫາຍ ໃນວັນທີ 15 ກຸມພາ 2022, ໂດຍມີ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດອອກພັກການ-ຮັບອຸດໜູນບຳນານ, ໃນນີ້ໄດ້ອະນຸມັດໃຫ້ 4 ສະຫາຍ ອອກພັກການ-ຮັບອຸກໜູນບຳນານ ດັ່ງນີ້:

  • ພົຈວ ພູມມີ ວັນດີໄຊ
  • ພັອ ກຽງຄຳ ອິນແພງທະວົງ
  • ພັອ ບັນດິດ ສີວິໄລ
  • ພັອ ຄຳເກີດ ກຸມມານ

ໂອກາດນີ້, ພົຕ ວັນທອງ ກອງມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ພັກການ-ຮັບອຸດໜູນບຳນານຄັ້ງນີ້ ສືບຕໍ່ຊ່ວຍເຫຼືອຊຸກຍູ້ການປະຕິບັດວຽກງານຂອງກຳລັງປ້ອງກັນຄວາມສະຫງົບ, ສືບຕໍ່ເຂົ້າຮ່ວມປະກອບສ່ວນດ້ານສະຕິປັນຍາເຂົ້າໃນວຽກງານຂອງກຳລັງ, ເສີມຂະຫຍາຍບົດບາດເປັນແບບຢ່າງ ໃນການປະຕິບັດວຽກງານຢູ່ຂັ້ນຮາກຖານ, ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າທຸກຊົນຊັ້ນຢູ່ຮາກຖານບ້ານ ແລະ ປຸກລະດົມລູກຫຼານໃຫ້ເຂົ້າຮ່ວມປະກອບສ່ວນການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ຂັ້ນຮາກຖານມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.