ໃນວັນທີ 20 ມີນານີ້, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ (ສະບັບປັບປຸງ) ໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງກົມໃຫຍ່ຮັບຮູ້, ເຂົ້າໃຈ, ກໍາແໜ້ນເນື້ອໃນຈິດໃຈຂອງກົດໝາຍ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງກົດໝາຍດັ່ງກ່າວ.

ພັອ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ເຜີຍແຜ່ໃຫ້ຮູ້ວ່າ: ກົດໝາຍສະບັບນີ້ ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ; ເຊິ່ງໃນນີ້, ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ, ສິດ ແລະ ໜ້າທີ່ ຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ເພື່ອຮັບປະກັນໃຫ້ກໍາລັງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ກ້າວໜ້າ ແລະ ທັນສະໄໝ ແນໃສ່ເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ; ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນບາງມາດຕາ ຄື: ມາດຕາ 23 (ປັບປຸງ) ມາດຖານຂອງນາຍ ແລະ ພົນຕໍາຫຼວດ; ນາຍ ແລະ ພົນຕໍາຫຼວດ ມີມາດຖານດັ່ງນີ້: 1 ຕ້ອງເປັນຄົນເຊື້ອຊາດ ແລະ ສັນຊາດລາວ ທີ່ມີອາຍຸ 18 ປີຂຶ້ນໄປ; 2 ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ລັດ ແລະ ປະຊາຊົນ, ມີອຸດົມການສັງຄົມນິຍົມ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີຫຼັກໝັ້ນຈໍາແນກໄດ້ມິດ ແລະ ສັດຕູ, ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈກ້າຫານເສຍສະຫຼະ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍຢ່າງເຂັ້ມງວດ; 3 ມີຊີວະປະຫວັດຈະແຈ້ງ; 4 ມີປະກາສະນີຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍ ຫຼື ວິຊາຊີບໃດໜຶ່ງ, ສໍາລັບຜູ້ທີ່ຢູ່ຊົນນະບົດຫ່າງໄກສອກຫຼີກ ເຊິ່ງບໍ່ມີປະກາສະນີຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍ ກໍຈະໄດ້ຮັບການພິຈາລະນາຕາມຄວາມເໝາະສົມ; 5 ມີຄວາມຮູ້ພື້ນຖານທາງດ້ານແນວທາງນະໂຍບາຍຂອງພັກ ແລະ ວິຊາສະເພາະໃດໜຶຶ່ງທີ່ແນ່ນອນ; 6 ມີສຸຂະພາບແຂງແຮງ, ຮ່າງກາຍສົມບູນ.

ສໍາລັບນາຍຕໍາຫຼວດຕ້ອງມີມາດຕະຖານຕື່ມ ດັ່ງນີ້: ຂັ້ນນາຍຮ້ອຍ ຕ້ອງມີປະກາສະນີຍະບັດວິຊາສະເພາະຊັ້ນກາງຂຶ້ນໄປ ຫຼື ໄດ້ຜ່ານປະສົບການດ້ານການຊີ້ນໍາ, ນໍາພາ, ບັນຊາ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານຕົວຈິງ; ຂັ້ນນາຍພັນ ຕ້ອງມີປະກາສະນີຍະບັດວິຊາສະເພາະຊັ້ນສູງ ຫຼື ປະກາສະນີຍະບັດດ້ານທິດສະດີການເມືອງ-ການປົກຄອງຊັ້ນກາງ ຫຼື ທຽບເທົ່າຂຶ້ນໄປ ແລະ ໄດ້ຜ່ານປະສົບການດ້ານການຊີ້ນໍາ, ນໍາພາ, ບັນຊາ ແລະ ມີຜົນສໍາເລັດໃນວຽກງານຕົວຈິງ; ຂັ້ນນາຍຮ້ອຍ ແລະ ຂັ້ນນາຍພັນທີ່ກ່າວມານັ້ນ ຕ້ອງມີຄວາມສາມາດໃນການຊີ້ນໍາ, ນໍາພາ, ບັນຊາ ມີຄວາມຕື່ນຕົວທາງດ້ານການເມືອງສູງ, ມີຄວາມເປັນແບບຢ່າງນໍາໜ້າ ແລະ ມີບົດບາດອິດທິພົນຕໍ່ນາຍ ແລະ ພົນຕໍາຫຼວດ.