ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ປກສ ເມືອງ ແລະ ສ້າງຕັ້ງໜ່ວຍພັກໃໝ່ ຄື: ໜ່ວຍພັກພະແນກພະລາທິການ ແລະ ໜ່ວຍພັກພະແນກການເມືອງ ໃນວັນທີ 16 ກຸມພາ 2022, ໂດຍການເປັນປະທານຂອງ ສະຫາຍ ໜູກີ ສີຫາລາດ ຮອງເລຂາພັກ ເມືອງໄຊທານີ, ມີຄະນະພັກຮາກຖານ, ຄະນະຈັດຕັ້ງເມືອງ ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ນາງ ສີດາ ບຸນມາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງຂອງ ຄະນະປະຈໍາພັກເມືອງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງໄຊທານີ ເຊິ່ງໄດ້ບົ່ງຕົວແຕ່ງຕັ້ງດັ່ງນີ້:

  • ສະຫາຍ ພັທ ຈັນເພັງ ແກ້ວປະເສີດ ເປັນ ເລຂາຄະນະພັກຮາກຖານ
  • ສະຫາຍ ພັທ ໄກສອນ ແສງສີລິຈັນ ເປັນ ຮອງເລຄະນະພັກຮາກຖານ ທັງເປັນ ປະທານກວດກາພັກ
  • ສະຫາຍ ພັທ ສຸລິວັນ ແກ້ວມະນີວົງ ເປັນ ຮອງເລຂາຄະນະພັກຮາກຖານ
  • ສະຫາຍ ພັຕ ລັດຕະນະ ໄຊຊົມພູ, ສະຫາຍ ພັທ ດອມແກ້ວ ວົງໄຊ ແລະ ສະຫາຍ ພັທ ຄໍາມະນີ ແກ້ວສີຫາ ເປັນ ກໍາມະການຄະນະພັກຮາກຖານ
  • ສະຫາຍ ພັທ ຄໍາສີ ຜາລີຂັນ ເປັນ ກໍາມະການຄະນະພັກຮາກຖານ ທັງເປັນ ຮອງປະທານກວດກາພັກ
  • ສະຫາຍ ພັທ ສັງທອງ ອິນທິລາດ ເປັນ ກໍາມະການກວດກາພັກ

ນອກນັ້ນ, ຍັງໄດ້ຜ່ານມະຕິຕົກລົງ ວ່າດ້ວຍ ການສ້າງຕັ້ງໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ປກສ ເມືອງໄຊທານີ ຄື:

ປະກາດສ້າງຕັ້ງ ໜ່ວຍພັກພະແນກການເມືອງ ພ້ອມທັງບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ຄໍາສີ ຜາລີຂັນ ເປັນ ເລຂາໜ່ວຍພັກ, ສະຫາຍ ພັຕ ຈັນໃດ ພົມມະຈັນ ເປັນ ຮອງເລຂາໜ່ວຍພັກ ທັງເປັນ ປະທານກວດກາໜ່ວຍພັກ, ສະຫາຍ ຮອ ສຸກສາຄອນ ຫຼວງລາດ ເປັນ ຄະນະໜ່ວຍພັກ ແລະ ສະຫາຍ ພັທ ສັງທອງ ອິນທິລາດ ເປັນ ຮອງເລຂາໜ່ວຍພັກ

ປະກາດສ້າງຕັ້ງ ໜ່ວຍພັກພະແນກພະລາທິການ ພ້ອມທັງປະກາດບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ທອງພຸດ ມີດວງຈັນ ເປັນ ເລຂາໜ່ວຍພັກ, ສະຫາຍ ພັຕ ສົມແພງ ຈັນທິລາດ ເປັນ ຮອງເລຂາໜ່ວຍພັກ ທັງເປັນ ປະທານກວດກາໜ່ວຍພັກ, ສະຫາຍ ພັທ ວັງໄຊ ໃຈຫວັງໝັ້ນ ເປັນ ຄະນະໜ່ວຍພັກ ແລະ ແຕ່ງຕັ້ງ ສະຫາຍ ພັຕ ວັນທອງ ເພັດລາສີ ເປັນ ຮອງປະທານກວດກາໜ່ວຍພັກ.

ພ້ອມນີ້, ຍັງໄດ້ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ປະທານກວດກາ, ຮອງປະທານກວດກາ ແລະ ຄະນະຂອງໜ່ວຍພັກຫ້ອງການ, ໜ່ວຍພັກພະແນກສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ໜ່ວຍພັກພະແນກສັນຕິບານ ແລະ ໜ່ວຍພັກພະແນກຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ເມືອງໄຊ ທານີ ຕື່ມອີກ.

ໂອກາດດຽວກັນ, ສະຫາຍ ໜູກີ ສີຫາລາດ ຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍຜູ້ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ບັນດາສະມາຊິກຢ່າງເປັນປົກກະຕິຕໍ່ເນື່ອງ ຄຽງຄູ່ກັບການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງຫ້າວຫັນ ແລະ ເປັນມືອາຊີບ ເພື່ອຮັບປະກັນໄດ້ຄວາມສະຫງົບ-ປອດໄພ 100% ທັງເປັນການສະກັດກັ້ນ ແລະ ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງກວ່າເກົ່າ.