ວາລະແຫ່ງຊາດແກ້ໄຂຢາເສບຕິດກຳລັງຖືກຈັດຕັ້ງປະຕິບັດຢ່າງຟົດຟຶ້ນໃນຂອບເຂດທົ່ວປະເທດ ເຊິ່ງເຫັນຈາກການປະຕິບັດໜ້າທີ່ວິຊາສະເພາະຂອງ ເຈົ້າໜ້າທີ່ຕຳຫຼວດໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະກໍຄືເຈົ້າໜ້າທີ່ ປກສ ທົ່ວນະຄອນຫຼວງວຽງຈັນ ໃນນີ້ ປກສ ກຸ່ມຫ້ວຍຈ້ຽມ ເມືອງໄຊທານີ ກໍເປັນອີກໜ່ວຍງານໜຶ່ງທີ່ກຳລັງເລັ່ງປາບປາມຢາເສບຕິດຢ່າງເຂັ້ມງວດ, ຫຼ້າສຸດ ສາມາດຈັບຜູ້ຖືກຫາຄ້າຂາຍຢເສບຕິດ ແລະ ຜູ້ມົ້ວສຸມຢາເສບຕິດ ພ້ອມຂອງກາງຢາບ້າ 8 ພັນກວ່າເມັດ.

ເປົ້າໝາຍຖືກຊັດທອດຈາກຜົນການສືບສວນຂອງ ເຈົ້າໜ້າທີ່ ປກສ ກຸ່ມຫ້ວຍຈຽມ ກອງບັນຊາການ ປກສ ເມືອງໄຊທານີ ໃນວັນທີ 17 ກຸໍມພາ 2022, ປກສ ກຸ່ມ ສົມທົບກັບ ປກສ ບ້ານຫ້ວຍຈຽມ ເມືອງໄຊທານີ ນວ ເຂົ້າຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ບ້ານນາຂາວ 1 ຄົນ ແລະ ນໍາຈັບຕົວຜູ້ຖືກຊັດໄດ້ອີກ 5 ຄົນ; ພ້ອມຂອງກາງຢາເສບຕິດ ຈຳນວນ 8,241 ເມັດ.

ພັຕ ຄຳສະຫວັນ ຄຳວິຈິດ ຫົວໜ້າໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕຳຫຼວດ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ການຂະຫຍາຍຜົນສືບຄົ້ນຫາຜູ້ຄ້າຂາຍຢາເສບຕິດຕາມຂໍ້ມູນຫຼັກຖານ ແລະ ການຮັບສາລະພາບຂອງຜູ້ຖືກຫາຊື່ ທ້າວ ຈັກ ຕົກມາຮອດວັນທີ 18 ກຸມພາ 2022 ປກສ ເມືອງໄຊທານີ ໄດ້ເຂົ້າຈັບກຸມຜູ້ຮ່ວມຄ້າຂາຍຢາເສບຕິດຢູ່ບ້ານດຸ່ນອ່ຽນ ຈັບຕົວ ທ້າວ ສາຄອນ ຫຼື ເຕີ່ງ ອາຍຸ 45 ປີ ກໍາມະກອນ ພ້ອມກຸ່ມມົ້ວສຸມເສບຢາເສບຕິດ 3 ຄົນຄື: ທ້າວ ເຈ ອາຍຸ 29 ປີ ກໍາມະກອນ, ທ້າວ ອຳມະລິນ 42 ປີ ກໍາມະກອນ ທ້າວ ຈັນສະໝອນ ຫຼື ເປດ ອາຍຸ 40 ປີ ກໍາມະກອນ ຢູ່ບ້ານດຸ່ນອ່ຽນ ເມືອງ ໄຊທານີ.

ຜ່ານການສອບສວນທ້າວ ສາຄອນ ຫຼື ເຕິ່ງ ຊັດທອດວ່າການຄ້າຂາຍຢາເສບຕິດແມ່ນມີຜູ້ຮ່ວມຂະບວນການນຳ, ພາຍຫຼັງສືບສວນ-ສອບສວນ ໄດ້ຂໍ້ມູນຫຼັກຖານໜັກແໜ້ນຮັດກຸມ ຈິ່ງເຂົ້າຈັບກຸມ ທ້າວ ດາວມົງຊົງ ປະຊາຊົນ ບ້ານສົມສະໄໝ ສອບສວນເບືອງຕົ້ນພວກກ່ຽວທັງສອງລາຍງານຕໍ່ເຈົ້າໜ້າທີ່ວ່າຢາບ້າທີ່ກວດພົບໃນເວລາກັກຕົວເປັນຂອງພວກກ່ຽວ ຊື້ນຳຊາຍຄົນໜຶ່ງບໍ່ຮູ້ຊື້ ແລະ ທີ່ຢູ່ຖາວອນ. ປັດຈຸບັນກອງບັນຊາການ ປກສ ເມືອງໄຊທານີ ກໍາລັງເປີດກ້ວາງຂະຫຍາຍໄລຊອກໄລ່ຈັບພັກພວກກຸ່ມແກ້ງການຄ້າຂາຍຢາເສບຕິດ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.