ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດຈັບຕົວ ທ້າວ ແສງດາວ ຫຼື ກີ້ ອາຍຸ 31 ປີ ຢູ່ບ້ານໂນນສະອາດ ເມືອງໄຊທານີ ໄປດໍາເນີນຄະດີໃນຂໍ້ຫາລັກຊັບພົນລະເມືອງ ແລະ ໃນເວລາຈັບຕົວຍັງກວດພົບກະແຈໂຕເຕ ທີ່ໃຊ້ໃນການກໍ່ເຫດນໍາອີກ; ຈາກນັ້ນ, ຈຶ່ງໄດ້ນໍາຕົວໄປສອບຂວນຂະຫຍາຍຜົນໄດ້ຜູ້ຮ່ວມຂະບວນການອີກ 1 ຄົນ.

+ ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ:

ຜ່ານການສອບສວນ, ທ້າວ ແສງດາວ ຫຼື ກີ້ ສາລະພາບ ວ່າ: ໃນວັນທີ 21 ພະຈິກ 2016, ຜູ້ກ່ຽວເຄີຍຖືກກັກຕົວໄປດໍາເນີນຄະດີ ຢູ່ກອງບັນຊາການ ປກສ ເມືອງຈັນທະບູລີ ໃນຂໍ້ກ່າວຫາລັກຊັບ (ລັກລົດຈັກ 3 ຄັນ), ຖືກສານຕັດສິນຈຳຄຸກເປັນເວລາ 4 ປີ ແລະ ປັບໃໝ 6.000.000 ກີບ, ເຊິ່ງໃນເວລາທີ່ຖືກປະຕິບັດໂທດຢູ່ຄ້າຍຄຸມຂັງນາໂນນັ້ນ ໄດ້ຮູ້ຈັກກັນກັບ ທ້າວ ນາງ ຫຼື ນ້ອຍ ອາຍຸ 39 ປີ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ແລະ ມາຮອດເດືອນພະຈິກ 2020 ທັງສອງໄດ້ຖືກປ່ອຍຕົວ.

ພາຍຫຼັງອອກຄຸກມາ ກໍຍັງມີການຕິດຕໍ່ພົວພັນກັນມາຕະຫຼອດ. ຈາກນັ້ນ, ມາຮອດຊ່ວງເດືອນຕຸລາ 2021 ພວກກ່ຽວໄດ້ຊັກຊວນກັນໄປຊອກເຄື່ອນໄຫວລັກລົດຈັກຢູ່ພາຍໃນຂອບເຂດນະຄອນຫຼວງວຽງຈັນ, ເຊິ່ງນຳໃຊ້ລົດຈັກເວບ100 ສີຂຽວບໍ່ມີປ້າຍ ເປັນພາຫະນະໃນການເຄື່ອນໄຫວລັກ ແລະ ນຳໃຊ້ກະແຈໂຕເຕ (T) ເປັນອຸປະກອນໃນການລົງມືລັກ, ເຊິ່ງຮ່ວມກັນລັກທັງໝົດ 6 ຄັ້ງ ໄດ້ລົດຈັກເວບ 100 ທັງໝົດ 6 ຄັນ ແລະ ພາຍຫຼັງທີ່ລັກໄດ້ແລ້ວກໍໃຫ້ ທ້າວ ສຸວັນລີ ຫຼື ເຕ້ ອາຍຸ 27 ປີ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນໍາໄປຂາຍໃຫ້ ທ້າວ ລ່ຽມ ອາຍຸ 27 ປີ ຢູ່ບ້ານໂນນສະຫງ່າ ເມືອງໄຊເສດຖາ ໃນລາຄາຄັນລະ 2.000.000-2.500.000 ກີບ ລວມເງິນທີ່ໄດ້ຈໍານວນ 12.500.000 ກີບ.

ທ້າວ ລ່ຽມ ສາລະພາບ ວ່າ: ໄດ້ຕິດຕໍ່ພົວພັນຊື້-ຂາຍລົດຈັກບໍ່ມີເອກະສານນໍາ ທ້າວ ສຸວັນລີ ຫຼື ເຕ້ ແທ້ ຈໍານວນ 5 ຄັ້ງ ໄດ້ລົດຈັກເວັບ 100 ມາ 5 ຄັນ ເຊິ່ງຮັບຊື້ໃນລາຄາຄັນລະ 2.700.000 ກີບ ແລະ ພາຍຫຼັງທີ່ໄດ້ລົດຈັກມາແລ້ວ ກໍໄດ້ຕິດຕໍ່ຂາຍໃຫ້ກັບ ນາງ ປຸ້ຍ (ເອື້ອຍຮັກ) ອາຍຸ 35 ປີ ຢູ່ບ້ານໂພນສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ ເພື່ອຂາຍເອົາກໍາໄລໃນລາຄາຄັນລະ 3.000.000 ກີບ ແລະ ໃນແຕ່ລະຄັ້ງ ພວກກ່ຽວແມ່ນໄດ້ນັດສົ່ງລົດໃຫ້ກັນຢູ່ທາງຮ່ອມນ້ອຍ ເຂດບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ມາຮອດວັນທີ 18 ມັງກອນ 2022, ຜູ້ກ່ຽວ ແລະ ທ້າວ ສຸວັນລີ ຫຼື ເຕ້ ກໍຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບຕົວໄປດໍາເນີນຄະດີ; ສໍາລັບ ທ້າວ ສຸວັນລີ ຫຼື ເຕ້ ແມ່ນຍັງຖືກກັກຕົວດໍາເນີນຄະດີຢູ່ຄ້າຍຄຸມຂັງນາໂນ ເພື່ອດໍາເນີນການສອບສວນຂະຫຍາຍຜົນຫາພັກພວກຕື່ມອີກ.