ກອງບັນຊາການ ປກສ ເມືອງລ້ອງຊານ ແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ໃນອາທິດຜ່ານມາ, ເປັນປະທານໂດຍ ພັທ ພາຍທະລົງ ບຸດຈັນແພງ ຫົວໜ້າກອງບັນຊາການ ປກສ ເມືອງລ້ອງຊານ, ເຂົ້າ ຮ່ວມໂດຍ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ບຸນກອງ ຊົງປາເຢັ່ງ ເຈົ້າເມືອງລ້ອງຊານ ມີບັນດາຄະນະພັກ-ຄະນະບັນຊາ, ນາຍ-ພົນຕຳຫຼວດ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ອານຸ ສອນ ດວງມາລາ ຮອງຫົວໜ້າກອງບັນຊາການ ປກສ ເມືອງລ້ອງຊານ ຜ່ານບົດສະຫຼຸບການຈັດຕັ້ງປະຕິ ບັດວຽກງານ ປະຈຳປີ 2021 ເພື່ອຕີລາຄາຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງວຽກງານວິຊາສະເພາະໃນໄລຍະ 1 ປີ ຜ່ານມາ, ທົ່ວເມືອງ ມີຄະດີເກີດຂຶ້ນທັງໝົດ 62 ເລື່ອງ, ຄະດີອາຍາ 30 ເລື່ອງ, ມີຜູ້ຖືກຫາທັງໝົດ 25 ຄົນ ຍິງ 1 ຄົນ ຖ້າທຽບ ໃສ່ປີ 2020 ແມ່ນເພີ່ມຂຶ້ນ 4 ເລື່ອງ, ຄະດີຢາເສບຕິດມີ 5 ເລື່ອງ, ກັກຕົວຜູ້ຖືກຫາ 6 ຄົນ ຍິງ 2 ຄົນ, ຢຶດຂອງກາງຢາບ້າ 4.703 ເມັດ, ອຸບັດຕິເຫດເກີດຂຶ້ນ 27 ຄັ້ງ, ມີຄົນໄດ້ຮັບບາດເຈັບ 45 ຄົນ ຍິງ 19 ຄົນ, ເສຍຊີວິດ 7 ຄົນ ຍິງ 1 ຄົນ, ທຽບໃສ່ປີ 2020 ເພີ່ມຂຶ້ນ 9 ຄັ້ງ. ນອກຈາກນັ້ນ, ຍັງໄດ້ຫັນເອົາພະງານລົງກໍ່ສ້າງຮາກ ຖານການເມືອງຕິດພັນກັບການພັດທະນາຮອບດ້ານ ຕາມ 4 ຄາດໝາຍ 4 ເນື້ອໃນ 3 ທິດຊີ້ນຳຂອງພັກ-ລັດ, ໄດ້ຂຶ້ນທະບຽນສຳມະໂນຄົວ ທັງໝົດ 4.869 ຄອບຄົວ, ອອກ ບັດປະຈຳຕົວໄດ້ 117 ຄົນ ຍິງ 65 ຄົນ, ສາມາດເກັບກູອາວຸດລ່າເນື້ອ ໄດ້ 33 ກະບອກ, ເລົາປືນ 3 ເລົາ ແລະ ປະກາດຮັບຮອງເອົາ 4 ບ້ານ ຄື: ບ້ານຫີນສໍ່, ບ້ານໂພນມວງ, ບ້ານນ້ຳຄຸຍ ແລະ ບ້ານນໍ້າຍິງ ເປັນບ້ານປ້ອງກັນຄວາມສະຫງົບດີ.

ໃນໂອກາດດັ່ງກ່າວ, ພົຈວ ບົວ ພັນ ອິນທະປັນຍາ ໄດ້ເນັ້ນໃຫ້ນາຍ ແລະ ພົນຕຳຫຼວດທຸກສະຫາຍ ຈົ່ງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ,ໃນການປະຕິບັດໜ້າວຽກງານຕົນຢ່າງຫ້າວຫັ້ນ ແລະ ເປັນປົກກະຕິ, ຕໍ່ເນື່ອງ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີການ, ຖືເອົາການປັບປຸງ ແລະ ຝຶກ ຝົນຫຼ່ໍຫຼອມທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິເປັນບັນຫາຕົ້ນຕໍ, ເປັນເຈົ້າການສະກັດກັ້ນ ແລະ ຕອບຕ້ານກັບບັນຫານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຄວາມເຂັ້ມແຂງ ແລະ ເຂັ້ມງວດ ເພື່ອເຮັດໃຫ້ເມືອງລ້ອງຊານ ມີສະຖຽນລະ ພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ.