ວາລະແຫ່ງຊາດວ່າດ້ວຍ ການຕ້ານຢາເສບຕິດ (2021-2023) ແມ່ນການສຸມທຸກກໍາລັງແຮງສັງລວມເຂົ້າໃສ່ການແກ້ໄຂບັນຫາສຳຄັນ, ຈຳເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງ, ກຳນົດເວລາທີ່ແນ່ນອນ,ດ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ
ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ

ໂດຍເຫັນໄດ້ເຖິງຄວາມສຳຄັນຂອງວາລະດັ່ງກ່າວ, ໃນໂອກາດທີ່ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເປັນກຽດເຂົ້າຮ່ວມໃນພິທີປິດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນເຄື່ອນທີ່ ປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2022 ໃນຕອນບ່າຍຂອງວັນທີ 28 ມັງກອນ 2022, ທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການປ້ອງກັນເຄື່ອນທີ່, ປກສ ນະຄອນຫຼວງ, ປກສ ແຂວງ ພ້ອມດ້ວຍບັນດາສະຫາຍຫົວໜ້າກອງພັນເຄື່ອນທີ່ແຕ່ລະແຂວງທີ່ເຂົ້າຮ່ວມ ຈົ່ງພ້ອມພາກັນເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການຕ້ານຢາເສບຕິດ ແລະ ເປັນເຈົ້າການແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມ “ເດັດຂາດ ໂປ່ງໃສ ເປັນມືອາຊີບ” ແນໃສ່ບັນຫາຢາເສບຕິດທີ່ພວມເປັນໄພຄຸກຄາມຕໍ່ສັງຄົມໃຫ້ຫຼຸດໜ້ອຍຖອຍລົງ.

ທ່ານຮອງລັດຖະມົນຕີ ກະຊວງ ປກສ ກ່າວວ່າ: ໃນຕໍ່ໜ້ານີ້, ບັນດາທິດທາງແຜນການປະຈຳປີ ທີ່ກອງບັນຊາການປ້ອງກັນເຄື່ອນທີ່, ກອງພັນເຄື່ອນທີ່ບັນດາ ປກສ ແຂວງ ວາງໄວ້ ນອກຈາກຈະຕິດພັນກັບວຽກງານວິຊາສະເພາະແລ້ວ ບັນດາສະຫາຍໃນຄະນະກອງບັນຊາການ, ກອງພັນເຄື່ອນທີ່ ຕ້ອງນຳເອົາເນື້ອໃນວາລະແຫ່ງຊາດ ຫັນມາເປັນແຜນການໃຫ້ເຂົ້າໃນແຜນການທິດທາງການປະຕິບັດວຽກງານປ້ອງກັນເຄື່ອນທີ່ ໃນປີ 2022 ໂດຍໃຫ້ກຳແໜ້ນ 6 ວຽກງານຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ດັ່ງນີ້:

1. ສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ

2. ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ

3. ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ອົງການສານປະຊາຊົນ, ອົງການປະຕິບັດຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ການແກ້ໄຂບັນຫາຢາເສບຕິດ

4. ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ

5. ປັບປຸງຂີດຄວາມສາມາດການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນຳ-ນຳພາການແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ

6. ເພີ່ມທະວີວຽກງານການຮ່ວມມື

ສະເພາະວຽກງານຈຸດສຸມທຳອິດ ກໍຄື ວຽກງານ “ສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ”, ພົຕ ທອງເຫຼັກ ມັງໜໍ່ເມກ ໃຫ້ທິດຊີ້ນຳວ່າ:

ໃຫ້ເນັ້ນໃສ່ການສຶກສາອົບຮົມ-ໂຄສະນາ ໃຫ້ກວມເອົາ 80% ຂອງກົມກອງ ແຕ່ນີ້ຮອດປີ 2023, ເຊິ່ງການສຶກສາອົບຮົມຕ້ອງໄດ້ມີການເວົ້າວ່າຢ່າງຈະແຈ້ງ, ໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງກົມກອງ; ໂດຍມີການຜະລິດສື່ໂຄສະນາ ແລະ ອຸປະກອນຮັບໃຊ້ການສຶກສາອົບຮົມ ເຊັ່ນ:

  • ຈັດພິມປຶ້ມກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານໂຄສະນາຕ້ານຢາເສບຕິດ
  • ສ້າງຫຼັກສູດຕຳລາການຮຽນ-ການສອນກ່ຽວກັບການປ້ອງກັນ, ສະກັດກັ້ນບັນຫາຢາເສບຕິດ
  • ສ້າງແຜ່ນພັບ, ລະຄອນ, ສາລະຄະດີຕ່າງໆກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
  • ສ້າງຮູບພາບໂຄສະນາກ່ຽວກັບຜົນກະທົບຂອງຢາເສບຕິດ
  • ສ້າງປ້າຍໂຄສະນາຂະໜາດໃຫຍ່ ຕິດໃສ່ຈຸດສຳຄັນໃນທົ່ວປະເທດ
  • ຈັດຊື້້ອຸປະກອນຮັບໃຊ້ການຜະລິດສື່ໂຄສະນາ

ລົງສຶກສາອົບຮົມກຸ່ມສ່ຽງ, ກຸ່ມເປົ້າໝາຍຮອດຂັ້ນບ້ານ, ລົງໂຄສະນາເຜີຍແຜ່ຢູ່ບັນດາສຳນັກງານ-ອົງການ, ສະຖາບັນການສຶກສາ, ສະຖາບັນຄອບຄົວ, ທົ່ວກອງບັນຊາການໃຫ້ທົ່ວເຖິງ ໂດຍໃຫ້ມີການສົມທົບຊຸກຍູ້ໃຫ້ບັນດາທ້ອງຖິ່ນໂຄສະນາກົດໝາຍ, ຜົນຮ້າຍຂອງຢາເສບຕິດ ແລະ ວຽກງານອື່ນໆທີ່ກ່ຽວກັບການຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ; ຈັດຝຶກອົບຮົມວຽກງານໂຄສະນາໃຫ້ເຈົ້າໜ້າທີ່; ລົງສົມທົບກັບ ບັນດາ ປກສ ແຂວງ ເຮັດວຽກງານໂຄສະນາຢູ່ເຂດຈຸດຫຼ່ໍແຫຼມໃນທົ່ວປະເທດ; ໂຄສະນາປຸກລະດົມຂົນຂວາຍໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າຮ່ວມວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ.

ສ້າງຂະບວນການສະເຫຼີມສະຫຼອງວັນແຫ່ງຊາດ, ວັນສາກົນຕ້ານຢາເສບຕິດ ແລະ ປຸກລະດົມຂົນຂວາຍເງິນເຂົ້າກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍໃຫ້ມີການຕິດປ້າຍຄໍາຂວັນຕາມເສັ້ນທາງສຳນັກງານ-ອົງການ, ເປີດຂະບວນການກິລາ-ສິລະປະ ໃນວັນແຫ່ງຊາດຕ້ານຢາເສບຕິດ ແລະ ວັນສາກົນຕ້ານຢາເສບຕິດ.

ທ່ານຮອງລັດຖະມົນຕີ ກະຊວງ ປກສ ກ່າວຕື່ມວ່າ: ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ໃຫ້ຕິດພັນກັບ ການວາງທິດທາງແຜນການປະຕິບັດໜ້າທີ່ວິຊາສະເພາະ ກໍແມ່ນເພື່ອໃຫ້ບັນລຸຈຸດປະສົງ-ຄາດໝາຍໃນການປຸກລະດົມ, ຂົນຂວາຍທຸກກຳລັງແຮງສັງລວມເຂົ້າໃນການແກ້ໄຂບັນຫາຢາເສບຕິດ ທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງໃຫ້ຫຼຸດລົງຢ່າງຈະແຈ້ງ ໃນກຳນົດເວລາທີ່ແນ່ນອນ ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂພາໃຫ້ເກີດບັນຫາຢາເສບຕິດ; ສ້າງໃຫ້ທົ່ວສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ-ປອດໄພ, ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ກ້າວໄປສູ່ສັງຄົມລາວປອດຢາເສບຕິດໃຫ້ໄດ້ໃນອະນາຄົດ.