ຫ້ອງການເມືອງກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ສະຫຼຸບຜົນງານໃນການປະຕິບັດໜ້າທີ່ວິຊາສະເພາະປະຈໍາປີ 2021 ແລະ ວາງທິດທາງແຜນການປີນີ້ ໃນວັນທີ 18 ກຸມພາ 2022, ໂດຍການເປັນປະທານຂອງ ພັທ ກ໋ອງແກ້ວ ກຸສານົນ ຫົວໜ້າຫ້ອງການເມືອງ ໂດຍມີ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກຫ້ອງ, ກອງພັນ, ພ້ອມດ້ວຍກອງຮ້ອຍເອກະລາດ, ໂຮງຮຽນນາຍສິບປ້ອງກັນທີ່ຕັ້ງ ແລະ ພະນັກງານ-ນັກຮົບຫ້ອງການເມືອງ ເຂົ້າຮ່ວມ.

ພັທ ສົມພອນ ບຸນທະເພັງ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບໃນໄລຍະ 1 ປີຜ່ານມາ ໃຫ້ຮູ້ວ່າ: ຄະນະຫ້ອງການເມືອງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາບັນດາພະແນກການພາຍໃນຫ້ອງປະຕິບັດໜ້າທີ່ວິຊາສະເພາະໄດ້ຕາມລະດັບຄາດໝາຍວ່ອງໄວທັນກັບຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ ເປັນຕົ້ນໄດ້ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງງຂອງພັກ, ຂອງຊາດ, ຂອງກຳລັງປະກອບອາວຸດ ຈຳນວນ 3 ຄັ້ງ, ມີ 7 ເອກະສານມີຈໍານວນພົນ ເຂົ້າຮ່ວມ 416 ສະຫາຍ; ໄດ້ສ້າງບົດສະຫຼຸບສ່ອງແສງປະຈຳອາທິດ 18 ສະບັບ, ປະຈຳເດືອນຈຳນວນ 3 ສະບັບ; ເກັບກຳເອກະສານຂາເຂົ້າ 85 ສະບັບ, ຂາອອກ 104 ສະບັບ; ຮັບຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຈຳນວນ 314 ສະຫາຍຍິງ 30 ສະຫາຍ; ໄປຍົກລະດັບວິຊາສະເພາະຢູ່ໂຮງຮຽນ ແລະ ສະຖາບັນຕ່າງໆເຊັ່ນ: ທິດສະດີການເມືອງລະບົບຊັ້ນສູງ 2 ປີ ມີ 1 ສະຫາຍ, ກໍ່ສ້າງປະລິນຍາຕີ ມີ 28 ສະຫາຍ ຍິງ 4 ສະຫາຍ, ຊັ້ນສູງ ມີ 29 ສະຫາຍ ຍິງ 5 ສະຫາຍ, ກໍ່ສ້າງກົດໝາຍມີ 5 ສະຫາຍ; ນາຍ ແລະ ພົນຕໍາຫຼວດ ສໍາເລັດການສຶກສາທັງພາຍ ໃນ ແລະ ຕ່າງປະເທດ ມີ 87 ສະຫາຍ ຍິງ 15 ສະຫາຍ; ສ້າງຂໍ້ຕົກລົງສັບຊ້ອນບ່ອນປະຈໍາການໃຫ້ນາຍ ແລະ ພົນຕໍາຫຼວດ ມີ 14 ສະບັບ; ຂຽນຂ່າວອອກສູ່ສັງຄົມໄດ້ 18 ສະບັບ; ພົວພັນນັກຂ່າວກົມສື່ມວນຊົນ ປກສ ລົງມາເອົາຂ່າວ ຈຳນວນ 9 ຄັ້ງ, ຮັບ ແລະ ແຈກຢາຍໜັງສືພິມຄວາມສະຫງົບ ແລະ ວາລະສານ ປກສ ໄດ້ 992 ສະບັບ. ນອກຈາກນັ້ນ, ຍັງໄດ້ລົງຕິດຕາມກວດກາເກັບກໍາຂໍ້ມູນດ້ານປະກົດການຫຍໍ້ທໍ້ມີ 15 ຄັ້ງ.

ໃນໂອກາດດັ່ງກ່າວ, ພົຈວ ໄຊສີ ແກ້ວສະຫງ່າ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເຮັດໄດ້ໃນ 1 ປີ ຜ່ານມາ ຂອງຫ້ອງການເມືອງທີ່ສາມາດນໍາພາພະນັກ ງານ-ນັກຮົບ ເຮັດ ໜ້າທີ່ວິຊາສະເພາະຂອງຕົນໄດ້ ຕາມຄາດໝາຍ ແລະ ທ່ວງທັນກັບ ຄວາມຕ້ອງການຂອງຂັ້ນເທິງ ພ້ອມ ກັນນີ້, ທ່ານຍັງໄດ້ຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາຫ້ອງການເມືອງຕະຫຼອດຮອດພະນັກງານ-ນັກຮົບ ພາຍໃນຫ້ອງການເມືອງ ຈົ່ງພ້ອມກັນເອົາໃຈໃສ່ ແລະ ກໍາແໜ້ນບັນດາເອກະສານຕ່າງໆໃນທາງປະຕິບັດວຽກງານວິຊາສະເພາະໃຫ້ໄດ້ຮັບຜົນດີຂຶ້ິນໄປເລື້ອຍໆ.