ໃນໄລຍະຜ່ານມາ, ມີແຮງງານລາວຈຳນວນບໍ່ໜ້ອຍລັກລອບໄປອອກແຮງງານຢູ່ປະເທດເພື່ອນບ້ານ (ໄທ) ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ແຮງງານເຫຼົ່ານີ້ບໍ່ໄດ້ຮັບການຄຸ້ມຄອງຈາກປະເທດປາຍທາງ ແລະ ມີຄວາມສ່ຽງທີ່ຖືກນາຍຈ້າງເອົາລັດເອົາປຽບ ແລະ ບັນຫາອື່ນໆຕາມມາ. ແຕ່ການທີ່ຈະໄປຂາຍແຮງງານແບບທີ່ຖືກຕ້ອງຕາມລະບຽບກົດໝາຍ ກໍຕ້ອງໄດ້ປະກອບເອກະສານຕ່າງໆຫຼາຍຂັ້ນຕອນ ແລະ ຕ້ອງໄດ້ເສຍຄ່າໃຊ້ຈ່າຍຕ່າງໆອີກເປັນເງິນຈຳນວນບໍ່ໜ້ອຍ.

ການທີ່ຈະໄປຂາຍແຮງງານຢູ່ປະເທດໄທໃນໄລຍະນີ້ ຍິ່ງພົບຄວາມຫຍຸ້ງຍາກ ແລະ ຕ້ອງໄດ້ເສຍຄ່າໃຊ້ຈ່າຍເພີ່ມຂຶ້ນໃນການປ້ອງກັນພະຍາດໂຄວິດ-19, ເຊິ່ງຕິດພັນກັບບັນຫາດັ່ງກ່າວນີ້ ກໍຄືການລັກລອບເຂົ້າປະເທດແບບຜິດກົດໝາຍ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ ) ແຈ້ງໃຫ້ຮູ້ວ່າ:

ສໍາລັບແຮງງານ ສປປ ລາວ ທີ່ມີຈຸດປະສົງໄປເຮັດວຽກຢູ່ປະເທດໄທ ຕ້ອງໄດ້ຈ່າຍຄ່າເອກະສານຕ່າງໆ ເຊັ່ນ: ໜັງສືຜ່ານແດນ, ໃບຢັ້ງຢືນກວດເຊື້ອພະຍາດໂຄວິດ-19 ແລະ ໃບຢັ້ງຢືນກວດພະຍາດຕ້ອງຫ້າມ 6 ຊະນິດ. ນອກນີ້, ຍັງມີການລະບຸຕື່ມວ່າ:

+ ຄ່າໃຊ້ຈ່າຍສຳລັບນາຍຈ້າງຮັບຜິດຊອບ:

  • ມີຄ່າກວດໂຄວິດ ຈຳນວນ 2 ຄັ້ງ (ຢູ່ປາຍທາງ) ຈຳນວນ 2.600 ບາດ
  • ຄ່າກັກໂຕ 7-14 ວັນ ຈຳນວນ 3.500-7.000 ບາດ
  • ຄ່າບໍລິການຈັດສົ່ງຢູ່ຕົ້ນທາງ ແລະ ປາຍທາງ

+ ສ່ວນຜູ້ອອກແຮງງານຈະຕ້ອງຮັບຜິດຊອບ ແມ່ນ:

  • ຄ່າລົງຕາວີຊາ 2 ປີ ຈຳນວນ 2.000 ບາດ
  • ຄ່າບັດອະນຸຍາດເຮັດວຽກ 2 ປີ ຈຳນວນ 1.900 ບາດ
  • ຄ່າກວດຫາ 6 ພະຍາດຕ້ອງຫ້າມ ຈຳນວນ 500 ບາດ
  • ຄ່າປະກັນສຸຂະພາບ 2 ປີ ຈຳນວນ 3.200 ຫຼື 4 ເດືອນ ຈຳນວນ 990 ບາດ
  • ຄ່າສັກວັກຊິນຂອງທ່ານໝໍ 50 ບາດ
  • ຄ່າທຳນຽມເອກະສານຕ່າງໆຢູ່ຕົ້ນທາງ

ບໍລິສັດຈັດຫາງານ ຕ້ອງກໍານົດການເກັບຄ່າບໍລິການໃຫ້ຊັດເຈນ ໂດຍທຸກບໍລິສັດແມ່ນຈະນຳໃຊ້ອັດຕາດຽວກັນ, ເຊິ່ງທັງໝົດນີ້ຈະເປັນກົນໄກໜຶ່ງໃນການຊ່ວຍຫຼຸດຜ່ອນຈຳນວນຜູ້ອອກແຮງງານລາວ ທີ່ລັກລອບໄປເຮັດວຽກຢູ່ປະເທດໄທແບບຜິດກົດໝາຍ ແລະ ປັດຈຸບັນກໍເປັນປະກົດການທີ່ມີນາຍໜ້າເຖື່ອນເຄື່ອນໄຫວເອົາແຮງງານລາວ ໄປເຮັດວຽກຢູ່ປະເທດໄທ ເນື່ອງຈາກນາຍຈ້າງໄທຍັງສືບຕໍ່ຈ້າງແຮງງານທີ່ຜິດກົດໝາຍຢູ່, ເຊິ່ງການລັກລອບໄປເຮັດວຽກຢູ່ປະເທດໄທ ເຮັດໃຫ້ຜູ້ອອກແຮງງານຕ້ອງໄດ້ເສຍຄ່າໃຊ້ຈ່າຍຫຼາຍກວ່າປົກກະຕິ ແລະ ຍັງມີຄວາມສ່ຽງຕໍ່ກັບການຖືກຫຼອກລວງ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ.

ສໍາລັບນາຍຈ້າງທີ່ຮັບແຮງງານຕ່າງດ້າວ ເຂົ້າມາເຮັດວຽກໂດຍບໍ່ໄດ້ຮັບອະນຸຍາດ ມີໂທດປັບຕັ້ງແຕ່ 10.000-100.000 ບາດ ຕໍ່ການຈ້າງຄົນງານຕ່າງດ້າວທີ່ຜິດກົດໝາຍໜຶ່ງຄົນ, ຫາກເຮັດຜິດຊ້ຳມີໂທດຈຳຄຸກ ແລະ ຫ້າມຈ້າງຄົນງານຕ່າງດ້າວເຖິງ 3 ປີ, ສ່ວນໂທດຂອງແຮງງານຕ່າງດ້າວທີ່ລັກລອບເຂົ້າມາເຮັດວຽກ ໂດຍບໍ່ໄດ້ຮັບອະນຸຍາດ ມີໂທດປັບຕັ້ງແຕ່ 5.000-50.000 ບາດ ແລະ ຈະຖືກສົ່ງຕົວກັບປະເທດຕົ້ນທາງທັນທີ ແລະ ບໍ່ສາມາດຂໍຮັບໃບອະນຸຍາດເຮັດວຽກໄດ້ ຈົນກວ່າຈະພົ້ນໂທດເປັນໄລຍະເວລາ 2 ປີ.

ການຮ່ວມມືລະຫວ່າງສອງຝ່າຍກ່ຽວກັບແຮງງານ ນອກຈາກຖືກຕ້ອງຕາມລະບຽບກົດໝາຍແລ້ວ ຍັງເປັນການປົກປ້ອງແຮງງານ, ການໃຊ້ຈ່າຍດັ່ງກ່າວ ກໍຖືວ່າສົມເຫດຜົນ, ຜູ້ທີ່ໄປອອກແຮງງານສາມາດໃຊ້ຈ່າຍເອງໄດ້ ແຕ່ຈະມີແຮງງານຈຳນວນໜຶ່ງເທົ່ານັ້ນທີ່ຈະເຂົ້າເຖິງໄດ້ ເພາະຫ້ອງການຈັດ ຫາງານຍັງຈຳກັດ, ມີຫຼາຍຂັ້ນຕອນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການປະກອບເອກະສານຕ່າງໆ ໂດຍສະເພາະເຂດຫ່າງໄກທີ່ລຽບຕາມຊາຍແດນ ອາດໜີບໍ່ພົ້ນການລັກລອບຂ້າມໄປຕ່າງປະເທດແບບຜິດກົດໝາຍ.