ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ຊີ້ນໍາຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງສົບເບົາ  ເອົາໃຈໃສ່ຊີ້ນໍາ-ນໍາພາກໍາລັງເຫຼົ່າຮົບວິຊາສະເພາະປະຕິບັດໜ້າທີ່ຢ່າງເຂັ້ມງວດໃນການເກັບກໍາສະພາບການກຸ່ມຄົນບໍ່ດີທີ່ເຄື່ອນໄຫວຜິດຕໍ່ລະ ບຽບກົດໝາຍ.

ການຊີ້ນໍາກອງບັນຊາການ ປກສ ເມືອງສົບເບົາ ຄັ້ງນີ້, ພົຈວ ແອນ ອຸ່ນອາ ນົງນຸດ ໄດ້ພົບປະໂອ້ລົມ ແລະ ຊີ້ນໍາຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງສົບເບົາ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ມີຄວາມເຂັ້ມແຂງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມດຸໝັ່ນຫ້າວຫັນ ຕິດພັນກັບການຊີ້ນໍາ-ນໍາພາທຸກກໍາລັງເຫຼົ່າຮົບວິຊາ ສະເພາະໃນການເຄື່ອນໄຫວປະຕິບັດໜ້າທີ່ວິຊາເພາະຢ່າງຕັ້ງໜ້າ  ເປັນຕົ້ນແມ່ນການກຳແໜ້ນສະພາບການກຸ່ມຄົນທີ່ບໍ່ຫວັງດີທີ່ເຄື່ອນໄຫວຜິດຕໍ່ລະບຽບກົດໝາຍດ້ວຍຄວາມຮັບຜິດຊອບສູງ, ມີແຜນການ, ມາດຕະການໃນການຈັດຕັ້ງໜ້າປະຕິບັດປະສານສົບທົບກັບບັນດາກຸ່ມບ້ານ, ປກສ ບ້ານ ເພື່ອຕິດຕາມກໍາ ແໜ້ນສະພາບການ, ການເຄື່ອນໄຫວຂອງບັນດາກຸ່ມແກ້ງຕ່າງໆ.

ພ້ອມນັ້ນ,  ຍັງໄດ້ເລັ່ງໃສ່ແກ້ໄຂໃຫ້ວ່ອງໄວຕາມຫຼັກການວິຊາສະເພາະສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງແນບນຽນ, ເອົາໃຈໃສ່ປຸກລະດົມປະຊາຊົນ ໃຫ້ເຂົ້າຮ່ວມເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ, ເພື່ອສະກັດກັ້ນແກ້ໄຂບັນດາໜໍ່ແໜງທີ່ສ້າງຄວາມບໍ່ສະຫງົບ ທາງດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ຫຼຸດໜ້ອຍລົງ.