ວັນທີ 25 ກຸມພາ 2022, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປະຈຳປີ 2022 ໂດຍເນັ້ນໃຫ້ເອົາໃຈໃສ່ວຽກງານສຳຄັນຈຳນວນໜຶ່ງ ໂດຍສະເພາະເອົາໃຈໃສ່ແກ້ໄຂ 6 ບັນຫາສຳຄັນ.

+ ນາຍົກລັດຖະມົນຕີ ກ່າວເນັ້ນວຽກງານ ຍທຂ ວ່າ:

ວຽກງານທຳອິດຄື ວຽກງານການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແມ່ນໍ້າຂອງ ແລະ ແມ່ນໍ້າເຫືອງ ໂດຍໃຫ້ຈັດລຽງບູລິມະສິດ ແລະ ກໍານົດລະອຽດຈະແຈ້ງບັນດາຈຸດຕ່າງໆທີ່ຈະດຳເນີນການກໍ່ສ້າງ (ຈຸດໃດຈະສ້າງກ່ອນ-ສ້າງຫຼັງ).

ວຽກງານທີ 2: ກ່ຽວກັບການພັດທະນາຕົວເມືອງ ຕິດພັນກັບ ການພັດທະນາໂຄງລ່າງທີ່ທົນທານ, ເປັນມິດກັບສິ່ງແວດລ້ອມ, ກ້າວໄປສູ່ການສ້າງຕົວເມືອງທີ່ໜ້າຢູ່ ແລະ ທັນສະໄໝ, ໃຫ້ເອົາໃຈໃສ່ການຄົ້ນຄວ້າວາງແຜນ, ກໍານົດສ້າງບັນດານິຕິກຳ ແລະ ຄຸ້ມຄອງການພັດທະນາດັ່ງກ່າວໃຫ້ດີ, ຫຼີກລ່ຽງການສ້າງສຳເລັດແລ້ວໄດ້ທັບມ້າງ ຫຼື ປັບປຸງໃໝ່ເລື້ອຍໆ, ແຜນພັດທະນາ ຕ້ອງກົມກຽວກັນ (ເສັ້ນທາງ, ໄຟຟ້າ, ນໍ້າປະປາ…)

ວຽກງານທີ 3: ການພັດທະນາຕາໜ່າງເສັ້ນທາງລົດໄຟ ແລະ ການໝູນໃຊ້ທ່າແຮງຂອງຕາໜ່າງເສັ້ນທາງລົດໄຟ ໃນການພັດທະນາເສດຖະກິດແຫ່ງຊາດ, ຕ້ອງໄດ້ຄົ້ນຄວ້າ ຈະນໍາໃຊ້ທ່າແຮງແນວໃດໃຫ້ເກີດປະໂຫຍດສູງສຸດຈາກການຂົນສົ່ງ ແລະ ການບໍລິການ; ເອົາໃຈໃສ່ສ້າງບຸກຄະລາກອນ ເພື່ອສາມາດຮັບປະກັນສືບຕໍ່ວຽກງານໃນຕໍ່ໜ້າ; ນຳເອົາຄວາມຮູ້ ແລະ ບົດຮຽນຈາກການພັດທະນາລົດໄຟ ລາວ-ຈີນ ເປັນບົດຮຽນໃນການປັບປຸງ ແລະ ຖອດຖອນບົດຮຽນໃນການພັດທະນາຂະຫຍາຍຕາໜ່າງເສັ້ນທາງລົດໄຟ ທີ່ພວກເຮົາຈະພັດທະນາໃນອະນາຄົດ.

ວຽກງານທີ 4: ກ່ຽວກັບການພັດທະນາການຂົນສົ່ງຫຼາຍຮູບແບບພາຍໃນປະເທດ ຕ້ອງເປັນເຈົ້າການໃນການກຳນົດກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບ, ຫຼາຍວິທີໃຫ້ມີຄວາມກົມກຽວ ແລະ ໂລ່ງລ່ຽນ ໂດຍມີການສົມທົບແໜ້ນກັບຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອວາງແຜນພັດທະນາໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນຈຳເປັນ ແລະ ເກີດຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ.

ສ້າງແລ້ວມີປະສິດທິພາບ ແລະ ປະສິດທິຜົນ, ໄດ້ຮັບຜົນຕອບແທນທີ່ກຸ້ມຄ່າກັບການລົງທຶນ; ເອົາໃຈໃສ່ພັດທະນາ 9 ທ່າບົກ ຕາມຈຸດຕ່າງໆທີ່ໄດ້ກຳນົດໄວ້ ໃຫ້ເປັນຮູບປະທຳ, ມີຄວາມທັນສະໄໝ, ບໍລິການເຕົ້າໂຮມ, ແຈກຢາຍ ແລະ ບໍລິການສິນຄ້າສົ່ງອອກພາຍນອກໂລ່ງລ່ຽນ, ສະດວກ, ມີປະສິດທິພາບ ແລະ ປະສິດທິຜົນວ່ອງໄວ.

ວຽກງານທີ 5: ກ່ຽວກັບການຄຸ້ມຄອງຊັບສິນ ແລະ ການບູລະນະສ້ອມແປງຕາໜ່າງເສັ້ນທາງ ຕ້ອງເພີ່ມທະວີການຕິດຕາມກວດກາການຄຸ້ມຄອງນໍາໃຊ້ພື້ນຖານໂຄງລ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ສໍາຄັນຕ້ອງສ້າງໃຫ້ໄດ້ເຈົ້າໜ້າທີ່ຜູ້ທີ່ມີຄວາມຮູ້-ຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່.

ວຽກງານທີ 6: ກ່ຽວກັບການສືບຕໍ່ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ ແລະ ເຂັ້ມແຂງ, ພັດທະນາຂີດຄວາມສາມາດ ພະນັກງານ-ລັດຖະກອນຂອງຂະແໜງການ ຍທຂ ໃຫ້ມີຄວາມຊໍານານງານກາຍເປັນມືອາຊີບເທື່ອລະກ້າວ, ຕ້ອງຫຼີກລ່ຽງແນວຄິດ ແລະ ພຶດຕິກຳທີ່ອັດຕະວິໄສ ຫຼື ອາລົມຈິດໃນການຈັດວາງພະນັກງານ ແລະ ປັບປຸງການຈັດຕັ້ງ.

ພ້ອມທັງສືບຕໍ່ເອົາໃຈໃສ່ປັບປຸງຍົກລະດັບຄວາມສາມາດ ໃນການປະຕິບັດໜ້າທີ່ການເມືອງໃຫ້ແກ່ພະນັກງານຂອງຕົນສູງຂຶ້ນຢ່າງບໍ່ຢຸດຢັ້ງ; ເພີ່ມທະວີການປະຕິບັດວຽກງານຂອງຕົນ ຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ; ຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ໂດຍສະເພາະ ບັນຫາການສໍ້ລາດບັງຫຼວງ.