ກອງບັນຊາການ ປກສ ເມືອງຮຸນ ແຂວງອຸດົມໄຊ ສົມທົບກັບ ປກສ ກຸ່ມບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງສຳຫຼວດ ແລະ ທຳລາຍສ່ວນຝິ່ນຢູ່ 2 ບ້ານ ຄື: ເຂດສີບຸນເຮືອງ ບ້ານນ້ຳນ້ອຍ ແລະ ເຂດດົງງອນ ບ້ານພຽງຫໍ້ ເມືອງຮຸນ ແຂວງອຸົມໄຊ ມີ 58 ຕອນ ລວມເນື້ອທີປູກຝິ່ນທັງໝົດ 10 ເຮັກຕາ ໃນກາງເດືອນກຸມພາ 2022.

+ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຮຸນ ໃຫ້ຮູ້ວ່າ:

ການລົງທຳລາຍສວນຝິ່ນໃນຄັ້ງນີ້ ແມ່ນໄດ້ນຳພາກຳລັງແຕ່ລະພາກສ່ວນຖາງ, ລົກຕົ້ນອ່ອນ, ຕົ້ນທີ່ກຳລັງອອກດອກ ແລະ ເປັນໝາກຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງສວນສາມາດເກັບກູ້ນ້ຳຢາງ ແລະ ນຳເອົາແນວພັນຝິ່ນໄປປູກຕໍ່ໄດ້.

ພ້ອມດຽວກັນນີ້, ກໍໄດ້ນໍາເອົາເຈົ້າຂອງສວນທີ່ລັກລອບປູກຝິ່ນ ມາສຶກສາອົບຮົມ ແລະ ວາງມາດຕະການຕ່າງໆຕໍ່ຜູ້ທີ່ລັກລອບປູກຝິ່ນ ເພື່ອເຮັດໃຫ້ປະຊາຊົນດັ່ງກ່າວ ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເພື່ອແນໃສແກ້ໄຂບັນຫາຢາເສບຕິດຢູ່ໃນທົ່ວເມືອງຮຸນ ໃຫ້ຢຸດຕິການປູກຝິ່ນແລ້ວຫັນມາປູກຟັງລ້ຽງສັດ ໃຫ້ກາຍເປັນສິນຄ້າ ແລະ ຮັບປະກັນໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ການລົງທໍາລາຍສ່ວນຝິ່ນໃນຄັ້ງນີ້ ກໍເພື່ອປະຕິບັດຕາມຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ວ່າດ້ວຍ ການເພີ່ມທະວີສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນຕົ້ນແມ່ນ ການປູກຝິ່ນ, ກັນຊາ ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023.